ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສຫລ ມີຫຼັກຖານວ່າ ເຕົາແຍກ ນິວ​ເຄລຍ ຢູ່ Yongbyon ເລີ້ມແລ່ນ ຄືນໃໝ່


ໂຮງ​ໄຟຟ້າ Yongbyon ຂອງເກົາຫຼີ​ເໜືອ
ໂຮງ​ໄຟຟ້າ Yongbyon ຂອງເກົາຫຼີ​ເໜືອ
ສະຖາ​ບັນ​ວິ​ໄຈແຖວ​ໜ້າ​ ຂອງ​ສະຫະລັດ ລະບຸ​ວ່າ ​ເກົາຫຼີ​ເໜືອ
​ແມ່ນ​ຈະ​ແຈ້ງໄດ້​ເລີ່​ມ​ແລ່ນຄືນໃໝ່ ​ເຕົາ​ແຍກນີວ​ເຄລຍອັນ​ເກົ່າ
​ແກ່​ຂອງ​ຕົນ​ທີ່​ເກົາຫລີ​ເໜືອໄດ້​ເລີ້ມທັບ​ມ້າງ ​ອັນ​ເປັນ​ພາກສ່ວ​ນ
ນຶ່ງ​ກ່ຽວ​ກັບ​ຂໍ້​ຕົກລົງ​ຂອງ​ນາໆ​ຊາດ ​ໃນປີ 2007​ ນັ້ນ.

ສະຖາ​ບັນສະຫະລັດ ​ແລະເກົາຫຼີ ທີ່​ມະຫາວິທະຍາ​ໄລ John
Hopkins ​ໄດ້​ກ່າວ​ໃນ​ວັນ​ພຸດ​ວານ​ນີ້​ວ່າ ພາບ​ດິຈິດ​ໂຕ ຈາກ​
ດາວ​ທຽມ​ການ​ຄ້າຊຸດ​ໃໝ່​ ​ໄດ້​ສະ​ແດງໃຫ້​ເຫັນ​ຫຼັກ​ຖານ​ຕ່າງໆ
​ທີ່ວ່າເຕົາ​ແຍກນິວ​ເຄລຍ​ທີ່​ແລ່ນ​ດ້ວຍທາດ plutonium ຂອງ
ໂຮງ​ໄຟຟ້າ Yongbyon ​ໄດ້​ລະບາຍ​ນໍ້າເສຍ​ ທີ່​ຮ້ອນໆລົງໃສ່​
ແມ່​ນໍ້າລໍາ​ທານ ໂດຍ​ທໍ່​ລະ​ບາຍ​ນໍ້າໃໝ່.

​ໃນ​ເດືອນ​ແລ້ວ​ນີ້ ສະຖາ​ບັນດັ່ງກ່າວໄດ້ລາຍງານ​ກ່ຽວ​ກັບ​ຮ່ອງຮອຍ​ຕ່າງໆ​ທີ່​ສະ​ແດງໃຫ້​
ເຫັນ​ວ່າ ເຕົາແຍກ​ນີວ​ເຄລຍຂອງໂຮງ​ໄຟຟ້າ Yongbyon ນັ້ນ ​ໄດ້​ເລີ່​ມທໍາ​ງານ​ແລ້ວ ​
ໃນ​ເດືອນ​ແລ້ວ​ນີ້ ​ທັງໆ​ທີ່ຣັດ​ເຊຍ​ໄດ້​ເຕືອນ​ວ່າ ການ​ກະທຳ​ດັ່ງກ່າວ​ນີ້​ ອາດ​ຈະ​ສ້າງ​ຄວາມ
​ຫາ​ຍານະ​ຕໍ່ແຫຼມ​ເກົາຫຼີ. ​ໃນ​ເວລາ​ນັ້ນ ​ແຫຼ່ງຂ່າວ​ທາງ​ການ​ທູ​ດຂອງຣັດ​ເຊຍ ​ໄດ້ອະທິບາຍ
​ເຖິງເຕົາແຍກນັ້ນວ່າ ຢູ່​ໃນ​ສະພາບ​ຊຸດ​ໂຊມຫຼາຍ ​ທີ່​ຈະສ້ອມ​ແປງ​ບໍ່​ໄດ້​ແລ້ວ.

ການເປີດ​ເຜີຍ​ຄັ້ງ​ໃໝ່ນີ້ ມີ​ຂຶ້ນ​ໃນ​ຂະນະ​ທີ່​ຜູ້​ຊ່ຽວຊານສະຫະລັດ ​ໄດ້​ພົບ​ປະ​ກັບພວກ​ເຈົ້າ
​ໜ້າ​ທີ່​ເກົາຫຼີ​ເໜືອ ​ເພື່ອປຶກສາ​ຫາລື​ກ່ຽວ​ກັບ​ການ​ເປີດ​ການ​ເຈລະຈາ​ຫາລື​ນາໆ​ຊາດ ​ທີ່​ຕົກ
​ຢູ່​ໃນ​ສະພາບບໍ່​ໄປ​ບໍ່​ມາ ກ່ຽວ​ກັບ​ເລື່ອງ​ໂຄງການ​ອາ​ວຸດ​ນິວ​ເຄລຍຂອງກຸງພຽງ​ຢາງນັ້ນ
ຄືນ​ໃໝ່.
XS
SM
MD
LG