ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໐໖ ມິຖຸນາ ໒໐໒໓

ທູດ ສະຫະລັດ ຢ້ຽມຢາມ ແຂວງພາກໃຕ້ ຂອງ ສປປ ລາວ


ເອກອັກຄະລັດຖະທູດ ຣິນາ ບິດເຕີ້ ຖ່າຍຮູບ ຮ່ວມກັບ ພວກເດັກນ້ອຍນັກຮຽນ. (ຮູບຈາກສະຖານທູດ ສຫລ)

ເອກອັກຄະລັດຖະທູດສະຫະລັດ ປະຈໍາ ສປປ ລາວ ທ່ານນາງ Rina Bitter ໄດ້​ເດີນ
ທາງ​ໄປຢ້ຽມຢາມໂຄງການສຸຂະພາບ​ແລະ​ການ​ສຶກສາຂອງສະຫະລັດແລະທ່ານນາງ
ຍັງໄດ້ພົບປະ ກັບເຈົ້າຫນ້າທີ່ຂອງ​ລັດຖະບານຢູ່ທີ່ແຂວງ ເຊກອງ ສາລະວັນ ແລະຈຳ
ປາສັກ ອີງ​ຕາມ​ລາຍ​ງານ​ຂ່າວ​ຂອງ​ສະຖານທູດ.

ການ​ຢ້ຽມຢາມ​ດັ່ງກ່າວ ລາຍ​ງານ​ຂ່າວ​ແຈ້ງວ່າ ມີ​ຂຶ້ນ​ ​ລະຫວ່າງວັນ​ທີ 9 ຫາ ວັນ​ທີ 10
ພຶດສະພາ​ຜ່ານ​ມານີ້. ທີ່ແຂວງເຊກອງ ທ່ານ​ນາງ Rina Bitter ​ໄດ້ໄປຢ້ຽມຢາມ ໂຮງ
ຮຽນຈຸງຮຸງເໜືອແລະໂຮງຮຽນກົກໄຮ ເພື່ອມອບອຸປະກອນເຄື່ອງໃຊ້ພາຍໃນໂຮງຮຽນ
ແລະໄດ້ຮ່ວມຮັບປະທານອາຫານກັບ​ພວກ​ນັກຮຽນທີ່ໄດ້ຮັບການຊ່ວຍເຫຼືອທາງດ້ານ
ອາຫານທີ່ມີໂພຊະນາການ ຈາກໂຄງການ ຂອງ​ສະຫະລັດ ທີ່​ໄດ້ຈັດຕັ້ງປະຕິບັດໂດຍ ໂຄງການອາຫານໂລກ. ໃນໄລຍະ 10 ປີ​ທີ່ຜ່ານມາສະຫະລັດໄດ້ປະກອບສ່ວນ​ເກືອບ
100 ລ້ານໂດລາໂດຍຜ່ານໂຄງການດັ່ງກ່າວ ທີ່ ສປປ ລາວ ແລະພວກ​ນັກຮຽນ​ເກືອບ
200,000 ຄົນ ໃນທົ່ວປະເທດທີ່ໄດ້ຮັບຜົນປະໂຫຍດ ຈາກໂຄງການນີ້.

ທ່ານ ເອກອັກຄະລັດຖະທູດ Rina Bitter ກ່າວວ່າ “ການທີ່ພວກເຮົາໃຫ້ການສະໜັບ
ສະໜູນໂຄງການດັ່ງກ່າວ ແລະສົ່ງເສີມໃຫ້ພວກເຂົາ​ເຈົ້າເອົາໃຈໃສຕໍ່ການສຶກສານັ້ນ ​ແມ່ນພວກເຮົາລົງທຶນໃນໄລຍະຍາວທາງດ້ານການພັດທະນາເສດຖະກິດ-ສັງຄົມໃນ
ສປປ ລາວ.”

ທີ່ແຂວງຈຳປາສັກ ທ່ານເອກອັກຄະລັດຖະທູດ Rina Bitter ຍັງໄດ້ໄປຢ້ຽມຢາມ ອົງ
ການ Jhai Coffee House ແລະພົບປະກັບທ່ານ Tyson Adam ຄົນອາເມຣິກັນຜູ້
ກໍ່ຕັ້ງອົງການການ​ກຸສົນບໍ່​ຫວັງ​ຜົນ​ກຳ​ໄລ​ດັ່ງກ່າວ ຊຶ່ງ​ອົງການຂອງ​ທ່ານ ໄດ້ໃຫ້ຄວາມ
ຮູ້ພິເສດ ແກ່ຜູ້ປູກກາເຟ ແລະຍັງໄດ້ຮັບຊື້ ກາ​ເຟໂດຍ ກົງຈາກຜູ້ປູກ. ກຳໄລທັງຫມົດ
ຂອງທາງ​ອົງການແມ່ນຈະນຳ​ກັບໄປລົງທຶນສູ່ຊຸມຊົນອີກຄັ້ງເພື່ອສ້າງໂປ້ມນໍ້າສະອາດ ແລະພັດທະນາທາງດ້ານສຸຂະພາບຂອງບັນດາຄອບຄົວແລະເດັກນ້ອຍພາຍໄຕ້ໂຄງ ການການສຶກສາດ້ານສຸຂະພາບ.

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG