ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ສຫລ ວ່າ ຫວຽດນາມຈັບກຸມ ຜູ້ສະແດງຄວາມເຫັນ ຄັດຄ້ານຕໍ່ລັດຖະບານ ເພີ່ມຂຶ້ນ


ເອກອັກຄະລັດຖະທູດສະຫະລັດທີ່ກຸງຮາໂນຍທ່ານ Michael Michalak ທີ່ກ່າວໃນວັນພະຫັດຜ່ານມານີ້ ວ່າຄວາມໂປ່ງໄສທາງອິນເຕີແນັດ ຫື Internet transparency ໄດ້ຖືກໂຈມຕີຊໍ້າແລ້ວຊໍ້າອີກ ໃນຫວຽດນາມ ດ້ວຍການວາງຂໍ້ຈໍາກັດຮັດແຄບໃໝ່ຕໍ່ພວກທີ່ຂຽນຄວາມຄິດຄວາມເຫັນ ຂອງເຂົາເຈົ້າໃນອິນເຕີແນັດ
ເອກອັກຄະລັດຖະທູດສະຫະລັດທີ່ກຸງຮາໂນຍທ່ານ Michael Michalak ທີ່ກ່າວໃນວັນພະຫັດຜ່ານມານີ້ ວ່າຄວາມໂປ່ງໄສທາງອິນເຕີແນັດ ຫື Internet transparency ໄດ້ຖືກໂຈມຕີຊໍ້າແລ້ວຊໍ້າອີກ ໃນຫວຽດນາມ ດ້ວຍການວາງຂໍ້ຈໍາກັດຮັດແຄບໃໝ່ຕໍ່ພວກທີ່ຂຽນຄວາມຄິດຄວາມເຫັນ ຂອງເຂົາເຈົ້າໃນອິນເຕີແນັດ

ເອກ​ອັກ​ຄະ​ລັດຖະທູດ​ສະຫະລັດ​ທີ່ກຸງຮາ​ໂນ​ຍ ກ່າວ​ວ່າ
ຫວຽດນາມ​ກໍາລັງເຮັດ​ໃຫ້​ຍາກ​ຂຶ້ນ​ສໍາລັບ​ພວກ​ຄັດຄ້ານ​
ລັດຖະບານ​ເພື່ອ​ສະ​ແດງ​ຄວາມ​ຄິດ​ຄວາມ​ເຫັນ​ຂອງ​ເຂົາ
ອອກ​ມາ​ຢ່າງ​ສັນຕິ ​ໂດຍ​ໄດ້​ມີ​ການ​ຈັບ​ກຸມ​ຜູ້​ຄົນ​ເພີ່ມ​ຂຶ້ນ
ຢ່າງ​ຫລວງຫລາຍ.

ຫວ່າງ​ໄວໆ​ຜ່ານ​ມາ​ນີ້. ​ເອກ​ອັກຄະ​ລັດຖະທູດ Michael
Michalak ກ່າວ​ໃນ​ວັນ​ພະຫັດ​ຜ່ານ​ມາ​ນີ້​ວ່າຄວາມ​ໂປ່​ງໄສ​
ທາງinternet ຫື Internet transparency ​ໄດ້​ຖືກ​ໂຈມ
ຕີຊໍ້າ​ແລ້ວ​ຊໍ້າ​ອີກ​ໃນ​ຫວຽດນາມ ດ້ວຍ​ການ​ວາງ​ຂໍ້​ຈໍາກັດ
ຮັດ​ແຄບ​ໃໝ່​ຕໍ່​ພວກ​ທີ່ຂຽນ​ຄວາມ​ຄິດ​ຄວາມ​ເຫັນຂອງ​ເຂົາ​ເຈົ້າ​ໃນ Internet ​ແລະ​ພວກ
ຮ້ານ​ໃຫ້ການບໍລິການ Internet ຫລື Internet cafes ​ແລະ​ທໍາ​ການ​ກໍ່ກວນ​ທີ່​ລົງ​
ຄວາມ​ຄິດຄວາມ​ເຫັນ​ຕໍາ​ໜິຕິຕຽນ​ໃນ website ຕ່າງໆ​ນັ້ນ.

ທ່ານ Michalak ກ່າວ​ຖ້ອຍ​ຖະ​ແຫລ​ງ​ເຫລົ່າ​ນີ້​ກັບ​ພວກ​ນັກ​ຂ່າວ ກ່ອນ​ກອງປະຊຸມ
forum ​ເພື່ອເປັນຂີດ​ໝາຍ​ແຫ່ງ​ວັນສິດທິ​ມະນຸດ​ລະຫວ່າງ​ຊາດ ຫລື International
Human Rights Day ໃນ​ວັນ​ສຸກ​ຜ່ານ​ມາ​ນີ້. ທ່ານ Michalak ກ່າວ​ວ່າປະຊາຊົນ
24 ຄົນ​ໄດ້​ຖືກ​ຈັບ​ກຸມ ​ແລະ​ອີກ 14 ຄົນ​ໄດ້ຖືກ​ຕັດສິນ​ວ່າ​ມີ​ຄວາມ​ຜິດ​ໃນ​ປີ​ນີ້​ທີ່​ຫວຽດ
ນາມ ​ໃນ​ຂໍ້​ຫາ​ຖານສະ​ແດງ​ຄວາມ​ຄິດ​ຄວາມ​ເຫັນ​ຂອງ​ເຂົາ​ເຈົ້າ​ອອກ​ມາ​ຢ່າງ​ສັນຕິ​ນັ້ນ.

ທ່ານ Michalak ຊຶ່ງ​ສະ​ໄໝ​ການ​ດໍາລົງ​ຕໍາ​ແໜ່​ງຂອງ​ທ່ານ​ໃກ້​ຈະ​ສິ້ນ​ສຸ​ດລົງ​ແລ້ວ​ທີ່​
ຫວຽດນາມ ທີ່ໄດ້​ເຫັນ​ລັດຖະບານ​ກຸງ​ວໍ​ຊິງ​ຕັນ​ແລະ​ກຸງ​ຮາ​ໂນ​ຍຫຍັບ​ໃກ້ເຂົ້າກັນ​ໃນ​
ດ້ານ​ການ​ຄ້າ​ແລະ​ເລື່ອງ​ຄວາມ​ປອດ​ໄພ​ໝັ້ນຄົງ​ໃນ​ລະຫວ່າງ​ການປະ​ຈໍາ​ການ​ຂອງ​ທ່ານ
ເປັນ​ເວລາ 3 ປີ​ທີ່​ຫວຽດນາມ​ນັ້ນ ກ່າວ​ວ່າ ​ໄດ້​ສັງ​ເກດ​ເຫັນ​ເຊ່ນ​ກັນ​ການ​ປັບປຸງ​ທີ່​ດີ
ຂຶ້ນ​ໃນ​ເສລີພາບ​ໃນ​ດ້ານ​ສາສະໜາ​ໃນ​ລະຫວ່າງ​ນັ້ນ.

ແຕ່​ທ່ານ​ກ່າວ​ວ່າ ​ໃນ​ຄວາມ​ຄິດ​ຄວາມ​ເຫັນ​ຂອງ​ພວກ​ເຮົາ​ແລ້ວ ບຸກຄົນ​ໃດ​ກໍຕາມ​ບໍ່
ຄວນ​ຈະ​ຖືກ​ສົ່ງໄປ​ຂັງ​ຢູ່​ໃນ​ຄຸກ ​ໃນ​ຂໍ້​ຫາ​ທີ່​ບໍ​ເຫັນ​ດີ​ນໍາ​ນະ​ໂຍບາຍ​ຕ່າງໆຂອງ​ລັດ
ຖະບານ ຫລື​ຖືກ​ເອີ້ນ​ເປັນ​ຜູ້​ກໍ່​ການ​ຮ້າຍ ສໍາລັບ​ຜູ້​ທີ່​ຢາກ​ອໍານ​ວຍຄວາມຄິດ​ຄວາມ
ເຫັນຫລາຍ​ຂຶ້ນ​ໃນ​ການວາງ​ນະ​ໂຍບາຍນັ້ນ.

XS
SM
MD
LG