ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທູດສະຫະລັດ ປະຈຳ UN ກ່າວວ່າທ່ານ ທຣຳ ບໍ່ໄດ້ຫ້າມທ່ານນາງ ບໍ່ໃຫ້ຕິຕຽນ ຣັດເຊຍ


ເອກອັກຄະລັດຖະທູດ ສະຫະລັດ ປະຈຳອົງການສະຫະ
ປະຊາຊາດ ທ່ານນາງ Nikki Haley ເຂົ້າຮ່ວມກອງປະຊຸມ
ສະພາຄວາມໝັ້ນຄົງ ຢູ່ສຳນັກງານໃຫຍ່ອົງການສະຫະ
ປະຊາຊາດ. 7 ກຸມພາ, 2017.
ເອກອັກຄະລັດຖະທູດ ສະຫະລັດ ປະຈຳອົງການສະຫະ ປະຊາຊາດ ທ່ານນາງ Nikki Haley ເຂົ້າຮ່ວມກອງປະຊຸມ ສະພາຄວາມໝັ້ນຄົງ ຢູ່ສຳນັກງານໃຫຍ່ອົງການສະຫະ ປະຊາຊາດ. 7 ກຸມພາ, 2017.

ທ່ານນາງ Nikki Haley ທູດ ສະຫະລັດ ປະຈຳອົງການສະຫະປະຊາ ຊາດ ໄດ້ກ່າວໃນ ວັນອາທິດວານນີ້ວ່າ ປະທານາທິບໍດີ ທ່ານ ດໍໂນລ ທຣຳ ບໍ່ໄດ້ຫ້າມທ່ານນາງ ບໍ່ໃຫ້ຕ້ອງ
ຕິ ຣັດເຊຍ, ເຖິງແມ່ນທ່ານເອງຈະສືບຕໍ່ໂຈມຕີສື່ມວນຊົນ ສະຫະລັດ ສຳລັບການລາຍ
ງານຂອງພວກເຂົາເຈົ້າ ກ່ຽວກັບ ການສືບສວນສອບສວນຂອງ ລັດຖະສະພາ ແລະ ກົດ
ໝາຍ ໃນເລື່ອງທີ່ວ່າພະນັກງານຂອງທ່ານໄດ້ສົມຮູ້ ຮ່ວມຄິດກັບພວກເຈົ້າໜ້າທີ່ ຣັດ
ເຊຍ ເພື່ອຊ່ວຍໃຫ້ທ່ານໄດ້ຮັບໄຊຊະນະໃນການເລືອກຕັ້ງຫຼືບໍ່ກໍຕາມ.

ທ່່ານນາງ Haley ໄດ້ກ່າວຕໍ່ອົງການຂ່າວ ABC ວ່າ “ທ່ານປະທານາ ທິບໍດີບໍ່ເຄີຍໂທ
ຫາຂ້າພະເຈົ້າ ແລະ ບອກວ່າ ‘ຢ່າກ່າວປະນາມ ຣັດເຊຍ.’ ທ່ານບໍ່ເຄີຍໂທຫາຂ້າພະ
ເຈົ້າແມ່ນແຕ່ຄັ້ງດຽວ ແລະ ບໍ່ເຄີຍ ບອກໃຫ້ຂ້າພະເຈົ້າເວົ້າຫຍັງ. ແຕ່ຂ້າພະເຈົ້າຈະ
ກ່າວວິຈານ ຣັດເຊຍ.”

ທ່ານນາງ Haley ໄດ້ກ່າວວ່າການຍຶດແຫຼມ Crimea ຂອງ ຢູເຄຣນ ໂດຍ ຣັດເຊຍ ໃນ
ປີ 2014 ແມ່ນສິ່ງທີ່ບໍ່ຖືກຕ້ອງ, ລວມທັງການສືບ ຕໍ່ມີສ່ວນຮ່ວມ ໃນການສະໜັບສະໜູນ
ພວກນັກຮົບທີ່ສະໜັບສະໜູນ ຣັດເຊຍ ຂອງພວກເຂົາເຈົ້າ ໃນການຕໍ່ສູ້ກັບກອງກຳລັງ
ຂອງລັດຖະ ບານ Kyiv ໃນພາກຕາເວັນອອກຂອງ ຢູເຄຣນ ນັ້ນ.

ທ່ານນາງໄດ້ກ່າວວ່າ “ໃນເວລາທີ່ພວກເຂົາເຈົ້າໄດ້ເຮັດບາງຢ່າງທີ່ບໍ່ ຖືກຕ້ອງ, ຂ້າ ພະເຈົ້າບໍ່ມີບັນຫາໃນການບົ່ງຊື່ພວກເຂົາເຈົ້າ. ທ່ານປະທານາທິບໍດີ ກໍບໍ່ໄດ້ຂັດແຍ້ງ ກັບຂ້າພະເຈົ້າໃນການເຮັດໃຫ້ ຣັດເຊຍ ຮັບຜິດຊອບ.”

ເມື່ອຖືກຖາມວ່າທ່ານ ທຣຳ ຕ້ອງ “ກ່າວປະນາມ ຣັດເຊຍ” ຄືກັນບໍ? ທ່ານນາງ Haley ຕອບວ່າ “ແນ່ນອນ. ທ່ານມີຫຼາຍຢ່າງທີ່ທ່ານຕ້ອງ ເຮັດ, ແຕ່ທ່ານບໍ່ໄດ້ຫ້າມຂ້າພະ
ເຈົ້າບໍ່ໃຫ້ຕ້ອງຕິ ຣັດເຊຍ.”

ທ່ານນາງ Haley ກ່າວວ່າ “ສະຫະລັດ ຈະສືບຕໍ່ກ່າວປະນາມ ແລະ ຮຽກຮ້ອງໃຫ້
ຣັດເຊຍ ຢຸດການຮຸກຮານແຫຼມ Crimea ໃນທັນທີ.” ທ່ານນາງໄດ້ກ່າວເພີ່ມເຕີມວ່າ “ມາດຕະການລົງໂທດທີ່ກ່ຽວພັນກັບແຫຼມ Crimea” ຕໍ່ ຣັດເຊຍ ຈະ “ມີຢູ່ຄືເກົ່າຈົນ
ກວ່າ ຣັດເຊຍ ຈະສົ່ງຄືນການຄວບຄຸມແຫຼມດັ່ງກ່າວໃຫ້ ຢູເຄຣນ.”

ປະຊາຄົມສືບລັບ ສະຫະລັດ ໄດ້ສະຫຼຸບວ່າ, ຄຳສັ່ງຈາກປະທານາທິ ບໍດີ ຣັດເຊຍ ທ່ານ Vladimir Putin ໄດ້ແຊກແຊງການເລືອກ ຕັ້ງປະທານາທິບໍດີຂອງປີກາຍນີ້ ໃນຄວາມ
ພະຍາຍາມທີ່ຈະຊ່ວຍເຫຼືອ ທ່ານ ທຣຳ ເອົາຊະນະອະດີດລັດຖະມົນຕີການຕ່າງປະ
ເທດ ສະຫະ ລັດ ທ່ານນາງ Hillary Clinton ຈາກພັກເດໂມແຄຣັດ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG