ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ເອກອັກຄະລັດຖະທູດ ສະຫະລັດ ປະຈຳ ສປຊ ເດີນທາງໄປ ສູນກາງອີໂບລາ


ebola26october14
please wait
Embed

No media source currently available

0:00 0:00:44 0:00

ທ່ານ​ນາງ Samantha Power ​ເອກ​ອັກຄະລັດຖະ​ທູດ​ສະຫະ
​ລັດ ປະຈຳ​ສະຫະ​ປະຊາ​ຊາດ ກຳລັງ​ມຸ້ງ​ໜ້າ​ໄປຍັງຈຸດ​ສູນ​ກາງ
ຂອງ​ການລະບາດຂອງ​ເຊື້ອ​ອີ​ໂບລາ ​ເພື່ອ “ຊຸກຍູ້​ພວກ​ປະ​
ເທດ​ອື່ນໆ​ໃຫ້​ດຳ​ເນີນ​ການ​ຫຼາຍ
ຂຶ້ນ​ອີກ.”

ທ່ານ​ນາງ Power ຈະ​ທຳ​ການຢ້ຽມຢາມ​ປະ​ເທດ ກີ​ນີ ​ໄລ​ບີ​ເຣຍ
​ແລະ Sierra Leone. ທ່າ​ນນາງ ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ໃນ​ວັນ
​ເສົາວານ​ນີ້ ​ວ່າ ຜົນ​ປະໂຫຍ​ດ​ຂອງ​ການໄດ້​ຮູ​້​ເຫັນ​ດ້ວຍ​ຕົນ​ເອງ
​ວ່າ​ມີ​ຫຍັງ​ເກີດຂຶ້ນ​ນັ້ນ ​ແມ່ນ​ມີ​ນ້ຳໜັກ​ຫຼາຍ​ກວ່າ​ ​ອັນ​ທີ່​ທ່ານ​ນາງ​
ເອີ້ນ​ວ່າ “ການ​ສ່ຽງທີ່​ເກືອບ​ວ່າ ​ບໍ່​ມີ​ເລີຍ​ນັ້ນ.”

ທ່ານ​ນາງ Power ຈະ​ໄປ​ຢ້ຽມ​ພວກ​ສູນ​ປະສານ​ງານ​ເຊື້ອ​ອີ​ໂບລາ​ແຫ່ງ​ຕ່າງໆ ​ແລະ​ພົບ​
ປະ​ກັບ​ບັນດາ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງ​ລັດຖະບານ ​ພ້ອມ​ທັງບັນດາ​ນັກ​ຊ່ຽວຊານ​ດ້ານ​ສາທາ
ລະນະ​ສຸກ ​ແລະ​ພວກທະຫານຂອງ​ສະຫະລັດ ​ທີ່ກຳລັງ​ຕໍ່ສູ້​ກັບພະຍາດ​ດັ່ງກ່າວ ຢູ່​ທີ່​ນັ້ນ​.

ປະ​ເທດ​ກີ​ນີ ​ໄລບີ​ເຣຍ ​ແລະ Sierra Leone ​ໄດ້​ເປັນ​ສູນກາງ​ຂອງວິ​ກິດ​ການ​ເຊື້ອ​ອີ​ໂບລາ ຊຶ່ງ​ໄດ້​ສັງຫານ​ຜູ້​ຄົນ​ໄປ​ແລ້ວ​ເກືອບ 5 ພັນ​ຄົນ​ຂອງ​ຈຳນວນຫຼາຍ​ກວ່າ 10 ພັນ​ຄົນ​ ທີ່​ໄດ້​ຮັບ​ການ​ຢືນຢັນ ​ແລະ​ສົງ​ໄສວ່າ ​ຕິດ​ເຊື້ອ​ພະຍາດ​ດັ່ງກ່າວ.

ອົງການ​ອະນາ​ໄມ​ໂລກ ກ່າວ​ວ່າ ຈຳນວນ​ແທ້ໆ ອາດ​ຈະ​ສູງ​ກວ່າ​ນັ້ນ ​ເພາະວ່າ​ຫຼາຍ​ຄອບ
ຄົວ​ໄດ້​ພະຍາຍາມປິ່ນປົວ​ພວກ​ຄົນ​ເຈັບຢູ່​ໃນບ້ານເຮືອນ​ຂອງ​ຕົນ​ເອງ.

West Accused of Draining African Ebola-hit Countries of Doctors
please wait

No media source currently available

0:00 0:02:53 0:00

​ໃນ​ການ​ເຄື່ອນ​ໄຫວ​ອີກ​ດ້ານ​ນຶ່ງ ອົງການ​ອາຫານ​ແລະ​ຢາ​ປົວ​ພະຍາດ ຂອງ​ສະຫະລັດ ​ໄດ້​ອະນຸມັດ​ໃຫ້​ໃຊ້​ວິທີການ​ທົດ​ລອງ​ກວດ​ຫາ​ພະຍາດທີ່​ບໍລິສັດ​ອະ​ເມຣິກັນ​ບໍລິສັດ​ນຶ່ງ ​ໄດ້ພັດ
ທະນາ​ຂຶ້ນ​ມາໃໝ່ 2 ຢ່າງ ທີ່​ສາມາດ​ກວດ​ເຫັນ​ເຊື້ອ​ອີ​ໂບລາ​ໃນ​ເລືອດ ຫຼືໃນ​ປັດ​ສະວະ​ ໃນ​ເວລາ​ປະມານ​ນຶ່ງ​ຊົ່ວ​ໂມງ ​ເມື່ອ​ສົມ​ທຽບ​ໃສ່​ກັບ​ເວລາ 24 ຫາ 48 ຊົ່ວ​ໂມງ​ຕາມການ​ທົດ​ສອບ​ໃນ​ປັດຈຸບັນ​ນີ້.

ອົງການ FDA ຂອງ​ສະຫະລັດ ​ໄດ້ເຮັດ​ວຽກກັບ​ບໍລິສັດ Bio-Fire ທີ່​ ​ຕັ້ງ​ຢູ່​ໃນ​ລັດ Utah ​ເພື່ອ​ໃຫ້​ໄດ້​ຮັບ​ຂໍ້​ມູນ​ທີ່​ຈຳ​ເປັນ ​ກ່ອນ​ຈະ​ໃຫ້ການ​ອະນຸມັດ​ສຸກ​ເສີນດັ່ງກ່າວ​ນັ້ນ.

XS
SM
MD
LG