ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ເອກອັກຄະລັດຖະທູດ ສຫລ ປະຈຳຣັດເຊຍ ຈະ​ອອກ​ຈາກ​ຕຳ​ແໜ່ງ​ໄປ ຂະ​ນະ​ທີ່​ສົງ​ຄາມໃນ​ຢູ​ເຄ​ຣນ​ ຍັງດຳ​ເນີນ​ຕໍ່ໄປ ​


ເອກອັກຄະລັດຖະທູດສະຫະລັດ ປະຈຳຣັດເຊຍ ທ່ານ John Joseph Sullivan (ກາງ) ຍ່າງ​ໄປ​ຫາ​ໂຮງ​ສົບ​ຂອງ ອະດີດປະທານາທິບໍດີໂຊວຽດ, ທ່ານມີແຄລ ກໍບາຊັອບ ຢູ່​ຫ້ອງ​ໂຖງ Pillar Hall ຂອງ​ເຮືອນ​ຂອງ​ສະ​ຫະ​ພາບໃນ​ພິ​ທີໄວ້ອາໄລເຖິງດວງວິນຍານຂອງ​ເພິ່ນ ໃນ​ນະ​ຄອນ​ຫລວງ​ມົ​ສ​ກູ, ວັນ​ທີ 3 ກັນ​ຍາ, 2022.
ເອກອັກຄະລັດຖະທູດສະຫະລັດ ປະຈຳຣັດເຊຍ ທ່ານ John Joseph Sullivan (ກາງ) ຍ່າງ​ໄປ​ຫາ​ໂຮງ​ສົບ​ຂອງ ອະດີດປະທານາທິບໍດີໂຊວຽດ, ທ່ານມີແຄລ ກໍບາຊັອບ ຢູ່​ຫ້ອງ​ໂຖງ Pillar Hall ຂອງ​ເຮືອນ​ຂອງ​ສະ​ຫະ​ພາບໃນ​ພິ​ທີໄວ້ອາໄລເຖິງດວງວິນຍານຂອງ​ເພິ່ນ ໃນ​ນະ​ຄອນ​ຫລວງ​ມົ​ສ​ກູ, ວັນ​ທີ 3 ກັນ​ຍາ, 2022.

ເອກອັກຄະລັດຖະທູດສະຫະລັດປະຈຳຣັດເຊຍ ທ່ານ​ຈອນ ຊູ​ລີ​ວານໄດ້ສິ້ນສຸດປີການດຳລົງຕຳແໜ່ງເປັນນັກການ ທູດສູງສຸດຂອງສະຫະລັດປະ​ຈຳມົສກູແລ້ວ ໃນວັນອາທິດວານນີ້ ພາຍຫຼັງໄດ້​ດຳ​ລົງ​ຕຳ​ແໜ່ງ​ມາ​ໄດ້ເກືອບສາມປີ ຊຶ່ງກວມ ເອົາສະ​ໄໝບໍ​ລິ​ຫານທັງ​ຂອງ​ລັດ​ຖະ​ບານຂອງທ່ານທ​ຣຳ ແລະຂອງທ່ານໄບ​ເດັນ, ແລະຈະອອກກິນ​ເບ້ຍ​ບຳ​ນານ ຈາກໜ້າທີ່ຮັບໃຊ້ລັດຖະບານ ມາເປັນເວລາ ອັນຍາວນານ.

ການ​ອອກ​ໄປ​ຂອງ​ທ່ານ ​ແມ່ນ​ມີ​ຂຶ້ນ​ໃນ​ທ່າມກາງ​ວິ​ກິດ​ການ​ທີ່​ນັບ​ມື້​ນັບ​ຮ້າຍ​ແຮງ​ຂອງສົງຄາມ​ຣັດ​ເຊຍ​ຢູ່​ຢູ​ເຄຣນ ​ແລະ​ການ​ຂັດ​ແຍ້​ງກັນ​ກ່ຽວ​ກັບ​ຊາວ​ອາ​ເມ​ລິ​ກາ​ທີ່​ຖືກ​ກັກ​ຂັງ​ຢູ່​ໃນຣັດ​ເຊຍ ຊຶ່ງຄາດ​ວ່າ ​ໃນ​ລະດູ​ໃບ​ໄມ້​ຫຼົ່ນປີ​ນີ້ ກໍ​ຈະ​ຄົບ​ກຳ​ນົດປີ​ການ​ຕາມ​ປົກ​ກະ​ຕິໃນ​ການ​ເປັນ​ເອກ​ອັກຄະ​ລັດຖະທູດ​ສະຫະລັດ. ແຕ່ມັນມີ​ການຮີບ​ເຮັ່ງ​ໃຫ້​ໄວຂຶ້ນ ຍ້ອນບັນຫາທາງສຸ​ຂະ​ພາບຂອງຄອບຄົວ, ອີງຕາມຜູ້ທີ່ ຄຸ້ນເຄີຍກັບເລື້ອງນີ້ທີ່ບໍ່ປະ​ສົງ​ບອກ​ນາມ ຍ້ອນຄວາມ​ເປັນສ່ວນຕົວຂອງ ສະຖານະການດັ່ງ​ກ່າວ.

ກະຊວງ​ການ​ຕ່າງປະ​ເທດ​ກ່າວ​ວ່າ “ການ​ອອກ​ໄປຂອງ​ເອກ​ອັກຄະ​ລັດຖະທູດຊູ​ລີ​ວານ ​ແມ່ນ​ໄດ້​ວາງ​ແຜນ​ໄວ້ແລ້ວ ​ແລະກໍ​ເປັນ​ສ່ວນ​ນຶ່ງ​ຂອງ​ການ​ໝູນ​ວຽນ​ທາງ​ການ​ທູດ​ຕາມ​ປົກກະຕິ. ທ່ານໄດ້ດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດສະ ຫະລັດ ປະຈຳຣັດເຊຍເຕັມປີ​ການ​ຕາມ​ກຳ​ນົດ, ຊຶ່ງ​ໄດ້​ຮັບ​ຜິດ​ຊອບການພົວພັນ ສອງຝ່າຍທີ່ສຳຄັນທີ່ສຸດໃນໂລກໃນຊ່ວງເວລາທີ່ບໍ່ເຄີຍມີມາກ່ອນ."

ກະ​ຊວງໄດ້ກ່າວຕື່ມວ່າ "ສະຫະລັດຈະສືບຕໍ່ປະນາມຢ່າງ​ສຽບ​ຂາດ ສຳ​ລັບສົງ ຄາມຮຸກຮານ ຂອງວັງເຄ​ຣັມລິນ ຕໍ່ຢູເຄຣນ ແລະຍຶດຫມັ້ນໃນຄໍາຫມັ້ນສັນຍາ ຂອງພວກເຮົາທີ່ຈະສະຫນັບສະຫນູນອະທິປະໄຕ ແລະຄວາມຊອບ​ທຳ​ຕໍ່ເຂດ​ນ້ຳ​ແດນ​ແດນຂອງຢູ​ເຄ​ຣນ."

ນັບ​ຕັ້ງ​ແຕ່​ຣັດ​ເຊຍ​ໄດ້​ບຸກ​ລຸກ​ຢູ​ເຄ​ຣນ​ໃນ​ເດືອນ​ກຸມ​ພາເປັນ​ຕົ້ນ​ມາ ສົງ​ຄາມ​ໄດ້ດຳ​ເນີນ​ຊ້າ​ລົງ​ໂດຍ​ທັງ​ສອງ​ຝ່າຍ​ໄດ້​ດຳ​ເນີນ​ການ​ບຸກ​ໂຈມ​ຕີ​ຊຶ່ງ​ກັນ​ແລະ​ກັນ ​ແລະ​ມີຄວາມ​ກ້າວ​ໜ້າ​ເລັກ​ນ້ອຍ​ຢູ່​ພາກ​ຕາ​ເວັນ​ອອກ ​ແລະ​ພາກ​ໃຕ້. ທັງຣັດ​ເຊຍ​ແລະ​ຢູ​ເຄຣນ​ໄດ້​ເຫັນ​ທະຫານຂອງ​ຕົນ​ຫລາຍ​ພັນ​ຄົນ​ເສຍ​ຊີວິດ ​ແລະ​ບາດ​ເຈັບ, ​ແລະ​ການ​ໂຈມ​ຕີຢ່າງ​ແຮງ​ຂອງຣັດ​ເຊຍຕໍ່​ຕົວ​ເມືອງ​ຕ່າງໆ ​ໄດ້​ສັງຫານ​ພົນລະ​ເຮືອນ​ທີ່​ບໍລິສຸດ​ນັບ​ບໍ່​ຖ້ວນ.

ທ່າ​ນາງ​ເອ​ລີ​ຊາ​ເບັດ ຣູດ (Elizabeth Rood), ຮອງເອກ​ອັກ​ຄະ​ລັດ​ຖະ​ທູດ​ປະຈຳ​ຣັດ​ເຊຍ ຈະ​ເປັນ​ນັກ​ການ​ທູດ​ຂັ້ນ​ສູງ​ຂອງ​ສະ​ຫະ​ລັດ ​ຢູ່ມົ​ສ​ກູຈົນ​ກວ່າຈະ ມີ​ຜູ້​ສືບ​ທອດຕຳ​ແໜ່ງ​ຂອງ​ທ່ານທີ່​ໄດ້​ຮັບ​ການ​ແຕ່ງຕັ້ງ​ໂດຍ​ປະທານາທິບໍດີໂຈ ໄບ​ເດັນໄປ​ແທນທ່ານຊູ​ລີ​ວານ.

ໂດຍ​ທີ່​ເປັນຊາວບອສຕັນ ແລະແຟນກິລາຮອກກີນ້ຳກ້ອນຄົນນຶ່ງ ທີ່ນຳເອົາສະ ເກັດ ແລະອຸປະກອນຂອງທ່ານ​ໄປ​ນຳ ໃນຕອນທີ່ທ່ານເດີນທາງໄປຣັດເຊຍ, ທ່ານຊູ​ລີ​ວານກໍໄດ້ກັບຄືນໄປມົ​ສ​ກູ​ອີກ ຫລັງຈາກການພັກຜ່ອນລະດູຮ້ອນ ໃນ ອາທິດແລ້ວນີ້ ແລະໄດ້ເຂົ້າຮ່ວມພິທີໄວ້​ອາ​ໄລເຖິງດວງວິນ​ຍານອະດີດປະທາ ນາທິບໍດີໂຊວຽດ, ທ່ານ​ມີ​ແຄ​ລ ກໍ​ບາ​ຊັອບໃນວັນເສົາຜ່ານ​ມາ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG