ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ເອກ​ອັກ​ຄະ​ລັດ​ຖະ​ທູດ ສະ​ຫະ​ລັດ ປະ​ຈຳ​ ຈີນ ຢ້ຽມ​ຢາມ ຕິ​ເບດ


ເອກ​ອັກ​ຄະ​ລັດ​ຖະ​ທູດ ສະ​ຫະ​ລັດ ປະ​ຈຳ ຈີນ ທ່ານ ເທີ​ຣີ ແບ​ຣນ​ສ​ແທັດ ກ່າວ​ຄຳ​ປາ​ໄສ​ໃນ​ງານ​ແຫ່ງ​ນຶ່ງ​ໃນ​ນະ​ຄອນຫຼວງ​ປັກ​ກິ່ງ, ຈີນ. 30 ມິ​ຖຸ​ນາ, 2017.
ເອກ​ອັກ​ຄະ​ລັດ​ຖະ​ທູດ ສະ​ຫະ​ລັດ ປະ​ຈຳ ຈີນ ທ່ານ ເທີ​ຣີ ແບ​ຣນ​ສ​ແທັດ ກ່າວ​ຄຳ​ປາ​ໄສ​ໃນ​ງານ​ແຫ່ງ​ນຶ່ງ​ໃນ​ນະ​ຄອນຫຼວງ​ປັກ​ກິ່ງ, ຈີນ. 30 ມິ​ຖຸ​ນາ, 2017.

ເອກ​ອັກ​ຄະ​ລັດ​ຖະ​ທູດ ສະ​ຫະ​ລັດ ປ​ະ​ຈຳປະ​ເທດ ຈີນ ໄດ້​ເດີນ​ທາງ​ໄປ​ຢ້ຽມ​ຢາມ ຕິ​ເບດ
ເພື່ອພົບປະກັບບັນດາເຈົ້າໜ້າທີ່ໃນທ້ອງຖິ່ນ ແລະ ຢ້ຽມຢາມ ສະຖານທີ່ທາງສາສະໜາ
ແລະ ມໍລະດົກດ້ານວັດທະນະທຳ.

ໃນ​ລະ​ຫວ່າງ​ການ​ຢ້ຽມ​ຢາມ​ຂອ​ງ​ທ່ານ​ນັ້ນ, ທ່ານ ເທີ​ຣີ ແບ​ຣນ​ສ໌​ແທັດ ຄາດ​ວ່າ​ຈະ​ຍົກ​
ບັນຫາ ກ່ຽວກັບ ການຈຳກັດ ກ່ຽວກັບ ສາສະໜາພຸດ ແລະ ການຮັກສາວັດທະນະທຳ
ທີ່ພິເສດ ແລະ ພາສາ ຂອງ ຕິເບດ ຂຶ້ນມາ, ອີງຕາມຖະແຫຼງການສະບັບນຶ່ງທີ່ໄດ້ສົ່ງ
ທາງອີເມລ ໃຫ້ບັນດາສະມາຊິກສື່ມວນຊົນ ໂດຍໂຄສົກຂອງສະຖານທູດ.

ຖະ​ແຫຼງ​ການ​ນັ້ນ ​ກ່າວ​ວ່າ ທ່ານ ແບ​ຣນ​ສ໌​ແທັດ ຈະ​ໄປ​ຢ້ຽມ​ຢາມ​ພາກ​ພື້ນ ຕິ​ເບດ ທີ່​ປົກ​
ຄອງຕົນເອງ ແລະ ແຂວງ ຈິງໄຮ ທີ່ຢູ່ໃກ້ຄຽງ ຈາກວັນອາທິດ ທີ 19 ພຶດສະພາ ວານນີ້
ຮອດວັນເສົາທີ 25 ພຶດສະພາ.

ທ່ານ ແບ​ຣນ​ສ໌​ແທັດ ແມ່ນ​ທູ​ດ​ພິ​ເສດ​ ອາ​ເມ​ຣິ​ກັນ ຄົນ​ທຳ​ອິດ ທີ່​ໄດ້​ເຂົ້າ​ໄປ​ໃນ ພາກ​ພື້ນ​
ພູເຂົາ ຫິມາໄລ ທີ່ຖືກຈຳກັດນັ້ນໃນຮອບສີ່ປີ. ທູດຄົນກ່ອນໜ້າທ່ານ ແບຣນສ໌ແທັດ,
ທ່ານ ແມັກ ໂບຄັສ, ໄດ້ໄປຢ້ຽມຢາມ ຕິເບດ ໃນເດືອນພຶດສະພາ 2015.

ການ​ຢ້ຽມ​ຢາມ​ດັ່ງ​ກ່າວ ​ໄດ້​ມີ​ຂຶ້ນ ​ລຸນຫຼັງກົດ​ໝາຍ​ໄດ້​ຖືກ​ຮັບ​ຜ່ານ ໃນ​ເດືອນ​ທັນ​ວາ​ທີ່​
ຜ່ານມາ ເຊິ່ງຮຽກຮ້ອງໃຫ້ ສະຫະລັດ ປະຕິເສດການອອກວີຊາໃຫ້ບັນດາເຈົ້າໜ້າທີ່
ຈີນ ຜູ້ທີ່ປະຕິບັດນະໂຍບາຍຕ່າງໆ ທີ່ຫວງຫ້າມບໍ່ໃຫ້ຄົນຕ່າງປະເທດເຂົ້າໄປໃນ ຕິເບດ,
ໂດຍສະເພາະແມ່ນນັກຂ່າວ ແລະ ນັກການທູດ.

ຈີນ ໄດ້​ອອກ​ມາ​ວິ​ຈານ​ກົດ​ໝາຍ​ການ​ເຂົ້າ​ຫາ ຕິ​ເບດ ໃນ​ທັນ​ທີ, ໂດຍ​ເວົ້າ​ວ່າ ເຂົາ​ເຈົ້າ
“ຄັດຄ້ານມັນຢ່າງເດັດຂາດ”, ອີງຕາມພື້ນຖານທີ່ວ່າ ຈີນ ຖືວ່າ ຕິເບດ ເປັນບັນຫາພາຍ
ໃນ, ແລະ ກົດໝາຍທີ່ວ່ານັ້ນຂອງ ສະຫະລັດ ໄດ້ເຮັດໃຫ້ມີຄ​ວາມ​ສ່ຽງທີ່​ຈະ “ສ້າງອັນ​
ຕະລາຍທີ່ຮຸນແຮງ” ຕໍ່ສາຍພົວພັນລະຫວ່າງສອງປະເທດນັ້ນ.

ລັດ​ຖະ​ບານ ສະ​ຫະ​ລັດ ມີຄວາມຈຳເປັນທີ່ຈະ​ເລີ່ມ​ປະ​ຕິ​ເສດ​ ການ​ອອກວີ​ຊາ​ໃຫ້​ບັນ​ດາ
ເຈົ້າໜ້າທີ່ ຈີນ ໃນທ້າຍປີນີ້.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG