ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເອກອັກຄະລັດຖະທູດ ສະຫະລັດ ປະຈຳເກົາຫຼີໃຕ້ ອອກຈາກໂຮງໝໍແລ້ວ


SoKor US Ambassador SOTVO
please wait

No media source currently available

0:00 0:01:37 0:00

ເອກອັກຄະລັດຖະທູດສະຫະລັດ ປະຈຳການຢູ່ເກົາຫຼີໃຕ້ ທີ່ໄດ້ຖືກ
ປາດດ້ວຍມີດແຖ ໃນການໂຈມຕີ ເມື່ອອາທິດແລ້ວນີ້ ໄດ້ອອກ
ຈາກໂຮງພະຍາບານທີ່ນະຄອນຫຼວງໂຊລແລ້ວ.

ເອກອັກຄະລັດຖະທູດ Mark Lippert ໄດ້ບອກກັບພວກນັກ
ຂ່າວໃນວັນອັງຄານນີ້ວ່າ ທ່ານມີຄວາມຮູ້ສຶກວ່າ “ດີຫຼາຍຂຶ້ນແລ້ວ,
ທັງໝົດນີ້ ຄິດວ່າ” ແລະຄາດຫວັງວ່າ ຈະກັບຟື້ນ ສູ່ສະພາບ
ປົກກະຕິແລ້ວ.

ທ່ານ Lippert ຖືກຫຍິບ 80 ເຂັມ ເພື່ອປິດຮອຍແຜຂອງ
ແກ້ມຂ້າງຂວາ ຫຼັງຈາກການໂຈມຕີ ໂດຍຜູ້ສະໜັບສະໜຸນ
ເກົາຫຼີເໜືອ.

ເອກອັກຄະລັດຖະທູດໄດ້ກ່າວວ່າ “ຄວາມຮັກແລະຄວາມປະທັບໃຈ” ຕໍ່ເກົາຫຼີໃຕ້ຂອງທ່ານ ແມ່ນໄດ້ເຂັ້ມແຂງຂຶ້ນ ດ້ວຍການສະໜັບສະໜຸນເຫັນໃຈຂອງຜູ້ຄົນ ຫຼັງຈາກເກີດເຫດແລ້ວ.
ທ່ານໄດ້ກ່າວວ່າ ທ່ານຈະກັບຄືນໄປເຮັດວຽກໃນໄວໆນີ້.

ເອກອັກຄະລັດຖະທູດ ໄວ 42 ປີ ໄດ້ເນັ້ນເຖິງຄວາມຮູ້ສຶກຂອງທ່ານວ່າ “ທ່ານຮູ້ສຶກປອດ
ໄພຫຼາຍ” ໃນນະຄອນໂຊລ ແຕ່ກ່າວຕື່ມວ່າ ສະຫະລັດ “ຈະກຳກັບເບິ່ງຢ່າງລະອຽດ”
ນະໂຍບາຍເລື້ອງຄວາມປອດໄພ ຫຼັງຈາກທີ່ໄດ້ເກີດມີເຫດການເຊັ່ນນີ້ແລ້ວ.

ນັກເຄື່ອນໄຫວເກົາຫຼີໃຕ້ ຊຶ່ງຕໍ່ຕ້ານຊ້ອມລົບທາງທະຫານຂອງສະຫະລັດກັບເກົາຫຼີໃຕ້ ໄດ້ໃຊ້ມີດແຖປາດໜ້າແລະແຂນ ທ່ານ Lippert ໃນວັນພະຫັດແລ້ວນີ້ ໃນຂະນະທີ່ທ່ານ
ຕຽມຕົວທີ່ຈະຂຶ້ນ ຢູ່​ຫ້ອງກ່າວ​ປະຖະກະຖາແຫ່ງ​ໜຶ່ງ ​ໃນ​ນະຄອນຫລວງ​ໂຊ​ລ.

XS
SM
MD
LG