ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ເອກອັກຄະລັດຖະທູດ ສຫລ ປະຈຳຣັດເຊຍ ພົບປະ ກັບ ຄົນອາເມຣິກັນ ທີ່ຖືກ ຣັດເຊຍ ຄວບຄຸມໂຕ


ເອກອັກຄະລັດຖະທູດ ສະຫະລັດ ປະຈຳຣັດເຊຍ ທ່ານ ຈອນ ຮັນສ໌ມັນ ໃນພາບທີ່ຖ່າຍຢູ່ໃນກອງປະຊຸມຖະແຫລງຂ່າວ ທີ່ນະຄອນຫຼວງ ມົສກູ,ວັນທີ 27 ມິຖຸນາ 2018.
ເອກອັກຄະລັດຖະທູດ ສະຫະລັດ ປະຈຳຣັດເຊຍ ທ່ານ ຈອນ ຮັນສ໌ມັນ ໃນພາບທີ່ຖ່າຍຢູ່ໃນກອງປະຊຸມຖະແຫລງຂ່າວ ທີ່ນະຄອນຫຼວງ ມົສກູ,ວັນທີ 27 ມິຖຸນາ 2018.

ເອກອັກຄະລັດຖະທູດ ສະຫະລັດ ປະຈຳຣັດເຊຍ ທ່ານ ຈອນ ຮັນສ໌ມັນ ໃນວັນພຸດວານ
ນີ້ ໄດ້ໄປຢ້ຽມຢາມ ອະດີດທະຫານ ນາວິກະໂຍທິນ ສະຫະລັດ ຜູ້ທີ່ໄດ້ກະສຽນແລ້ວ ຊຶ່ງ
ຜູ້ກ່ຽວໄດ້ຖືກຄວບຄຸມໂຕ ຢູ່ໃນຣັດເຊຍ ດ້ວຍຂໍ້ກ່າວຫາວ່າ ເປັນສາຍລັບ.

ທ່ານ ຮັນສ໌ມັນ ຍັງໄດ້ໂອ້ລົມກັບ ຄອບຄົວຂອງທ່ານ ພອລ ວຽລແລນ ຜ່ານທາງໂທລະສັບ
ອີງຕາມຖະແຫລງການ ຂອງກະຊວງການຕ່າງປະເທດ ທີ່ບໍ່ ໄດ້ເປີດເຜີຍລາຍລະອຽດ
ໃດໆຕື່ມອີກ ຂອງການສົນທະນາ “ຍ້ອນການພິຈາລະນາ ໃນເລື້ອງຄວາມເປັນສ່ວນຕົວ
ສຳລັບ ທ່ານ ວຽລແລນ ແລະ ຄອບຄົວຂອງທ່ານ.”

ແຕ່ຖະແຫຼງການ ໄດ້ກ່າວວ່າ “ທ່ານເອກອັກຄະລັດຖະທູດ ຮັນສ໌ມັນ ໄດ້ສະແດງຄວາມ
ສະໜັບສະໜຸນໃຫ້ແກ່ ທ່ານ ວຽລແລນ ແລະ ໄດ້ສະເໜີໃຫ້ການ ຊ່ອຍເຫຼືອຈາກ
ສະຖານທູດ.”

ທ່ານ ພອລ ວຽລແລນ, ພົນລະເມືອງສະຫະລັດ ໄດ້ຖືກຄວບຄຸມໂຕຢູ່ໃນຣັດເຊຍ ທີ່ຖືກສົງໄສວ່າ ເປັນສາຍລັບ, ຊຶ່ງປາກົດຢູ່ໃນຮູບພາບ ທີ່ສະໜອງໂດຍ ຄອບຄົວຂອງທ່ານ ວຽລແລນ ເມື່ອວັນທີ 1 ມັງກອນ 2019.
ທ່ານ ພອລ ວຽລແລນ, ພົນລະເມືອງສະຫະລັດ ໄດ້ຖືກຄວບຄຸມໂຕຢູ່ໃນຣັດເຊຍ ທີ່ຖືກສົງໄສວ່າ ເປັນສາຍລັບ, ຊຶ່ງປາກົດຢູ່ໃນຮູບພາບ ທີ່ສະໜອງໂດຍ ຄອບຄົວຂອງທ່ານ ວຽລແລນ ເມື່ອວັນທີ 1 ມັງກອນ 2019.

ຣັດເຊຍໄດ້ອະນຸຍາດໃຫ້ເຂົ້າພົບທ່ານວຽລແລນ ບໍ່ເທົ່າໃດຊົ່ວໂມງ ຫຼັງຈາກ ລັດຖະມົນຕີ
ວ່າການຕ່າງປະເທດ ສະຫະລັດ ທ່ານ ໄມຄ໌ ພອມພຽວ ໄດ້ ກ່າວວ່າ ທ່ານຄາດວ່າ ຈະໄດ້
ຮັບຄຳອະທິບາຍ ກ່ຽວກັບສາເຫດວ່າ ເປັນຫຍັງ ຄົນອາເມຣິກັນດັ່ງກ່າວ ຈຶ່ງໄດ້ຖືກຈັບກຸມ
ແລະທ່ານໄດ້ຮຽກຮ້ອງ ໃຫ້ປ່ອຍໂຕລາວ ຖ້າຫາກການກັກຂັງນັ້ນ ແມ່ນບໍ່ສົມເຫດສົມຜົນ.

ໃນວັນຈັນຜ່ານມານີ້ ບັນດາເຈົ້າໜ້າທີ່ ຈາກໜ່ວຍຮັກສາຄວາມປອດໄພລັດຖະບານກາງ
ຣັດເຊຍ ຫຼືເອີ້ນຫຍໍ້ວ່າ FSB ໄດ້ກ່າວວ່າ ຄົນອາເມຣິກັນດັ່ງກ່າວ ຜູ້ທີ່ຖືກລະບຸໂຕ ຄື ທ່ານ
ວຽລແລນ ອາຍຸ 48 ປີ ໄດ້ຖືກຄວບຄຸມໂຕ ເມື່ອວັນ ທີ 28 ທັນວາ “ໃນຂະນະທີ່ ປະຕິບັດ
ການ ເປັນສາຍລັບ”
ແລະ ໄດ້ສັ່ງການໃຫ້ເປີດການສືບສວນ ສອບສວນທາງດ້ານອາ-
ຊະຍາກຳ.

ພວກເຂົາເຈົ້າ ບໍ່ໄດ້ສະໜອງລາຍລະອຽດໃດໆຕື່ມ ແຕ່ອົງການຂ່າວ TASS ຂອງທາງ
ການຣັດເຊຍ ໄດ້ກ່າວວ່າ ທ່ານ ວຽລແລນ ຈະປະເຊີນກັບໂທດຈຳ ຄຸກເຖິງ 20 ປີ ຖ້າ
ຫາກພົບເຫັນວ່າມີຄວາມຜິດ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG