ລາຍງານສື່ມວນຊົນສະຫະລັດກ່າວວ່າ ຜູ້ຊາຍທີ່ຖືກສົ່ງມາຈາກສາຂານຶ່ງຂອງກຸ່ມອານກາອິດາໃນເຢເມນ ເພື່ອທໍາລາຍເຮືອບິນໂດຍສານທີ່ບິນມຸ້ງໜ້າມາຍັງສະຫະລັດນັ້ນຄວາມຈິງແລ້ວເປັນນັກສືບໃຫ້ທັງສອງຝ່າຍທີ່ແຊກຊຶມເຂົ້າໄປໃນເຄືອຂ່າຍຂອງກຸ່ມກໍ່ການຮ້າຍແລະຊັກຊວນໃຫ້ພວກກໍ່ການຮ້າຍໄວ້ໃຈລາວ ກ່ຽວກັບລູກລະເບີດຊະນິດໃໝ່ທີ່ໄດ້ອອກແບບໃຫ້ເລັດລອດຜ່ານລະບົບຮັກສາຄວາມປອດໄພໃນສະໜາມບິນໄດ້ນັ້ນ.
ບັນດາເຈົ້າໜ້າທີ່ສືບຂ່າວລັບສະຫະລັດແລະຕ່າງປະເທດທີ່ບໍ່ບອກຊື່ໃຫ້ຮູ້ ກ່າວໃນວັນອັງຄານວານນີ້ວ່າ ນັກສືບຄົນນີ້ໄດ້ເຮັດວຽກໃຫ້ພະແນກສືບຂ່າວລັບຂອງ Saudi Arabia ແລະໃຫ້ອົງການສືບຂ່າວລັບ CIA ຂອງສະຫະລັດ ຊຶ່ງພວກເຈົ້າໜ້າທີ່ເຫຼົ່ານີ້ກ່າວວ່າ ລາວທໍາທ່າວ່າຈະເປັນຜູ້ວາງລະເບີດສະລະຊີບ ແລະໄດ້ອາສາສະມັກໃນການປະກອບພາລະກິດທີ່ພົວພັນກັບວັດຖຸລະເບີດທີ່ຜູ້ກ່ຽວຊຸກເຊື່ອງໄວ້ໃນໂສ້ງຊ້ອນໃນຂອງລາວ. ນັກສືບຄົນນີ້ ສາມາດມອບວັດຖຸລະເບີດທີ່ທັນສະໄໝທີ່ສຸດຂອງລາວໃຫ້ພວກເຈົ້າໜ້າທີ່ສະຫະລັດໄດ້ ຊຶ່ງໃນເວລານີ້ກໍາລັງພາກັນວິເຄາະເບິ່ງລະເບີດດັ່ງກ່າວໃນຫ້ອງຄົ້ນຄວ້າຂອງອົງການສັນຕິບານກາງ FBI ຂອງສະຫະລັດ ທີ່ຄ້າຍທະຫານ Quantico ໃນລັດ Virginia.
ພວກເຈົ້າໜ້າທີ່ເຫຼົ່ານີ້ກ່າວວ່າ ນັກສືບຄົນນີ້ ໄດ້ຮັບຂ່າວຂໍ້ມູນເຊ່ນກັນທີ່ພາໃຫ້ການໂຈມຕີທາງອາກາດ ປະສົບຜົນສໍາເລັດໃນວັນອາທິດແລ້ວຕໍ່ນາຍ Fahd Mohammed Ahmed al-Quso ຜູ້ນໍາເຄືອຂ່າຍ ອານກາອິດາທີ່ເຢນເມນນັ້ນ. ນາຍ Quso ເປັນບຸກຄົນ ທີ່ທາງການຕ້ອງການໂຕມາດໍາເນີນຄະດີ ກ່ຽວກັບບົດບາດຂອງຜູ້ກ່ຽວໃນການວາງລະເບີດໂຈມຕີກໍາປັ່ນລົບ USS Cole ຂອງສະຫະລັດໃນປີ 2000 ທີ່ຈອດຢູ່ນອກຝັ່ງທະເລຂອງເຢເມນ ຊຶ່ງໄດ້ເຮັດພວກທະຫານເຮືອຂອງສະຫະລັດເສຍຊີວິດໄປ 17 ຄົນ.
ຊື່ຂອງນັກສືບລັບຄົນນີ້ ຍັງບໍ່ທັນໄດ້ເປີດເຜີຍໃຫ້ຊາບເທື່ອ ແຕ່ບັນດາເຈົ້າໜ້ທີ່ສະຫະລັດທີ່ບໍ່ບອກຊື່ໃຫ້ຮູ້ກ່າວວ່າ ນັກສືບຄົນນີ້ ໄດ້ໃຊ້ເວລາຫຼາຍສັບປະດາ ເພື່ອໃຫ້ໄດ້ຮັບຄວາມໄວ້ວາງໃຈຈາກພວກສະມາຊິກຂອງເຄືອຂ່າຍອານກາອິດາໃນແຫຼມອາຣາເບຍນັ້ນ.
ລາຍງານຂ່າວ ສະແດງໃຫ້ຮູ້ວ່າ ລັດຖະບານສະຫະລັດໄດ້ວາງແຜນໄວ້ກ່ອນແລ້ວ ເພື່ອຮັກສາຄວາມລັບກ່ຽວກັບການວາງລະເບີດນີ້ ແຕ່ອົງການຂ່າວ AP ໄດ້ຮູ້ຈັກເລື້ອງວາງລະເບີດໃນສັບປະດາຜ່ານມານີ້. ອົງການຂ່າວດັ່ງກ່າວໄດ້ຊັກຊ້າການລາຍງານເລື້ອງນີ້ໃຫ້ຮູ້ ຕາມຄໍາຂໍຮ້ອງຂອງລັດຖະບານທ່ານໂອບາມາ.