ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ເມສາ ໒໐໒໔

ສຫລ ແລະ ພັນທະມິດ ເພີ້ມການຮ່ວມມື ຕ້ານການເຄື່ອນໄຫວຈີນ ຢູ່ທະເລຈີນໃຕ້


ຮອງລັດຖະມົນຕີການຕ່າງປະເທດ ສຫລ ທ່ານ Antony Blinken (ກາງ) ໃນລະຫວ່າງການຢ້ຽມຢາມ ມະຫາວິທະຍາໄລແຫ່ງຊາດຫວຽດນາມ ທີ່ຮາໂນ່ຍ. (21 ເມສາ 2016)​
ຮອງລັດຖະມົນຕີການຕ່າງປະເທດ ສຫລ ທ່ານ Antony Blinken (ກາງ) ໃນລະຫວ່າງການຢ້ຽມຢາມ ມະຫາວິທະຍາໄລແຫ່ງຊາດຫວຽດນາມ ທີ່ຮາໂນ່ຍ. (21 ເມສາ 2016)​

ສະຫະລັດເພີ້ມການ​ຮ່ວມ​ມື​ກັບ​ບັນດາ​ປະ​ເທດ​ພັນທະ​ມິດ​ໃນ​ເຂດ​ເອ​ເຊຍ ​ເພື່ອຕ້ານ​ການ​ເຄື່ອນ​ໄຫວ​ແບບ​ກ້າຫານ ​ແລະເປັນ​ການ​ທ້າ​ທາຍ​ຫຼາຍຂຶ້ນຂອງ​ຈີນ​ ໃນທະ​ເລ​ຈີນ​ໃຕ້ ຊຶ່ງ​ເປັນ​ການ​ທ້າ​ທາຍ​ຕໍ່​ອິດສະຫຼະພາບ​ ໃນ​ການ​ເດີນ​ເຮືອ ​ຢູ່​ໃນເຂດນ່ານນ້ຳ ​ທີ່​ສຳຄັນ ທ່ານ Anthony Blinken ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດກ່າວ​ຕໍ່​ບັນດາ​ສະມາຊິກ​ສະພາ​ໃນ​ວັນ​ພະຫັດ​ວານ​ນີ້ ໃນລະຫວ່າງ ການ​ຮັບ​ຟັງ​ຄຳ​ໃຫ້ການ​ ຂອງ​ຄະນະ​ກຳມະການ​ຄວາມ​ສຳພັນ​ກັບ​ຕ່າງປະ​ເທດ ​ຂອງ​ສະພາ​ຕ່ຳ​ສະຫະລັດ.

ການ​ໃຫ້​ຄວາມ​ເຫັນ​ ຂອງ​ທ່ານ Blinken ມີ​ຂຶ້ນຫລັງ​ຈາກ​ ສະມາຊິກ​ສະພາ​ສູງສະຫະລັດ​ກຸ່ມ​ນຶ່ງ ​ທີ່​ປະກອບ​ດ້ວຍ​ ທັງ​ສອງ​ພັກ​ການ​ເມືອງ ​ໄດ້​ນຳ​ສະ​ເໜີ​ ໃນ​ອັນທີ່ເອີ້ນວ່າ ຂໍ້ລິ​ເລີ້ມ ຄວາມ​ໝັ້ນຄົງ​ທາງ​ທະ​ເລໃນ​ເຂດ​ເອ​ເຊຍ​ປາຊີ​ຟິກຊຶ່ງ​ເປັນຮ່າງ​ກົດໝາຍ​ທີ່​ພວກ​ທ່ານ​ກ່າວ​ວ່າຈະ​ເສີມ​ຂະຫຍາຍ ​ການ​ໃຫ້​ຄວາມ​ຊ່ອ​ເຫຼືອ ​ໃນດ້ານ​ຄວາມ​ໝັ້ນຄົງ​ແກ່​ບັນດາ​ປະ​ເທດ​ພາຄີ​ໃນ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້ ​ແລະ​ເພີ້ມການ​ລາດຕະ​ເວນ​ຂອງ​ກອງທັບ​ເຮືອ​ສະຫະລັດເຂົ້າ​ໄປ​ໃກ້ໆ​ກັບ​ໝູ່​ເກາະ​ໝູ່​ດອນທີ່​ຍັງ​ມີ​ການ​ຍາດ​ແຍ່ງ​ໃນ​ຢູ່​ໃນ​ທະ​ເລ​ຈີນ​ໃຕ້.

ເຮືອບິນລົບອາຍພົ່ນ FA-18 ບິນຂຶ້ນຈາກກຳປັ່ນບັນທຸກເຮືອບິນ USS John C. Stennis
ເຮືອບິນລົບອາຍພົ່ນ FA-18 ບິນຂຶ້ນຈາກກຳປັ່ນບັນທຸກເຮືອບິນ USS John C. Stennis

​ເຈົ້າໜ້າ​ທີ່​ກະຊວງ​ປ້ອງ​ກັນ​ປະ​ເທດ​ຍັງ​ບໍ່​ທັນ​ໃຫ້ການ​ຢືນຢັນ​ຢ່າງ​ເປັນ​ທາງ​ການເທື່ອ​ກ່ຽວ​ກັບ​ຄວາມ​ຖີ່ ໃນ​ການ​ລາດຕາ​ເວນ​ຂອງ​ກອງທັບ​ເຮືອ​ສະຫະລັດ ໃນ​ເຂດນ່ານນ້ຳ​ທີ່​ມີ​ການ​ຂັດ​ແຍ້​ງກັນ​ແຕ່​ສະມາຊິກ​ສະພາ​ສະຫະລັດ​ໄດ້​ຮ້ອງຂໍ​ໃຫ້​ລັດຖະບານຂະຫຍາຍ ​ການ​ປະ ຕິບັດ​ງານ ​ເພື່ອ​ປົກ​ປ້ອງ​ອິດສະຫຼະພາບ​ໃນ ການ​ເດີນ​ເຮືອ​ໃນ​ເຂດ​ດັ່ງກ່າວ ຂຶ້ນ​ເປັນ​ລາຍ​ອາທິດ​ຫລື​ລາຍ​ເດືອນ​.

ສະມາຊິກ​ສະພາ​ສູງ Cory Gardner ຈາກ​ລັດ Colorado ກ່າວ​ໃນ​ມື້ວັນ​ພຸດຜ່ານ​ມານີ້ ວ່າ ການ​ສົ່ງ​ແຕ່​ພຽງ​ແຕ່​ນຶ່ງ​ຄັ້ງ​ໃນ​ໄລຍະ​ສາມ​ເດືອນ​ແມ່ນ​ບໍ່​ພຽງພໍ​ເພື່ອ ສົ່ງ​ຄຳ​ເຕືອນ​ຢ່າງ​ແຂງ​ຂັນ​ໄປ​ໃຫ້​ຈີນ.​ ທ່ານ​ເປັນ​ປະທານອະນຸ​ກຳມະການຄວາມ ສຳພັນ​ຕ່າງປະ​ເທດ​ໃນ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກ​ຂອງ​ສະພາ​ສູງ ​ແລະ​ເປັນ​ຜູ້​ນຶ່ງ​ທີ່ ຮ່ວມ​ສະ​ເໜີ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ຄວາມ​ໝັ້ນຄົງທາງ​ທະ​ເລ​ສະບັບ​ໃໝ່.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG