ເວລາບັນດາຜູ້ນຳຂອງສະຫະລັດ ຍີ່ປຸ່ນ ແລະເກົາຫລີໃຕ້ ພົບ
ປະກັນທີ່ນະຄອນ ຫລວງວໍຊິງຕັນ ໃນວັນພະຫັດມື້ອື່ນນີ້ ເພື່ອ
ຫາທາງແກ້ໄຂໄພຂົ່ມຂູ່ນິວເຄລຍທີ່ພວມເພີ້ມທະວີຂຶ້ນໃນເກົາ
ຫລີເໜືອ ຊຶ່ງການສົນທະນາສ່ວນໃຫຍ່ແມ່ນຈະກ່ຽວກັບຈີນ.
ປະທານາທິບໍດີສະຫະລັດ ທ່ານ Barack Obama ນາຍົກ
ລັດຖະມົນຕີຍີ່ປຸ່ນ ທ່ານ Shinzo Abe ແລະປະທານາທິບໍດີ
ເກົາຫລີໃຕ້ທ່ານນາງ Park Geun-hye ຈະພົບປະສາມຝ່າຍ
ຢູ່ນອກກອງປະຊຸມສຸດຍອດວ່າດ້ວຍຄວາມປອດໄພ ດ້ານນິວ
ເຄລຍ ໃນນະຄອນຫລວງວໍຊິງຕັນ.
ການປະຊຸມສາມຝ່າຍດັ່ງກ່າວ ຈະເປັນເທື່ອທຳອິດ ທີ່ບັນດາຜູ້ນຳເຫລົ່ານີ້ໄດ້ພົບປະກັນ
ນັບແຕ່ສະຫະປະຊາຊາດ ໄດ້ທຳການລົງໂທດຢ່າງໜັກຄັ້ງໃໝ່ຕໍ່ເກົາຫລີເໜືອ ຍ້ອນທົດ
ລອງນິວເຄລຍຄັ້ງທີສີ່ໃນເດືອນມັງກອນທີ່ຜ່ານມາ.
ວໍຊິງຕັນ ແລະບັນດາພັນທະມິດເອເຊຍມີຄວາມໝາຍໝັ້ນຢ່າງແຮງທີ່ຈະທຳການ ລົງໂທດ
ຢ່າງໜັກ ເພື່ອກົດດັນເກົາໃຫ້ຫລີເໜືອ ຢຸດເຊົາໂຄງການສ້າງອາວຸດນິວເຄລຍ ແຕ່ວ່າຍັງ
ມີຄຳຖາມກ່ຽວກັບລະດັບໃນຄວາມໝັ້ນໝາຍຂອງປັກກິ່ງ.
ຮອງລັດຖະມົນຕີຕ່າງປະເທດສະຫະລັດ ທ່ານ Anthony Blinken ກ່າວໃນວັນອັງຄານ
ວານນີ້ວ່າ “ມີຄວາມສຳພັນດ້ານເສດຖະກິດເປັນພິເສດ ລະຫວ່າງ ຈີນແລະເກົາຫລີເໜືອ.
ມະຕິຂອງສະພາຄວາມໝັ້ນຄົງໄດ້ນຳເອົາດ້ານດັ່ງກ່າວແລະມີຈຸດສູນກາງຢູ່ໂຕະກອງ
ປະຊຸມ ແລະພວກເຮົາຫວັງວ່າ ການຮ່ວມມືກັບຈີນ ກ່ຽວກັບເກົາຫລີເໜືອຈະດຳເນີນຕໍ່ໄປ.”
ສະຫະລັດ ໄດ້ດຳເນີນງານຢ່າງໃກ້ຊິດກັບຈີນ ເພື່ອພັດທະນາການລົງໂທດຄັ້ງໃໝ່ຂອງ
ສະຫະປະຊາຊາດ ທີ່ບັງຄັບໃຫ້ມີການກວດກາສິນຄ້າທັງໝົດຂອງເກົາ ຫລີເໜືອ ແລະ
ຫ້າມສົ່ງອອກ ການຄ້າຂາຍສ່ວນໃຫຍ່ຂອງແຮ່ທາດປະເທດດັ່ງ ກ່າວ ທີ່ໄດ້ຖືກນຳໃຊ້
ເພື່ອເປັນທຶນສະໜັບສະໜຸນໂຄງການພັດທະນານິວເຄລຍ ຂອງເກົາຫຼີເໜືອນັ້ນ.