ບັນດາພັນທະມິດທີ່ສຳຄັນຂອງສະຫະລັດໃນທະວີບເອເຊຍແມ່ນຄາດວ່າຈະເພັ່ງເລັງ
ໃສ່ຂົງເຂດຕ່າງໆ ກ່ຽວກັບຂໍ້ຕົກລົງສອງຝ່າຍ ເມື່ອປະທານາທິບໍດີ ດໍໂນລ ທຣຳ ເດີນ
ທາງໄປຢ້ຽມຢາມພາກພື້ນດັ່ງກ່າວຢ່າງເປັນທາງການ.
ໃນວັນທີ 3 ພະຈິກທີ່ຈະມາເຖິງນີ້ ປະທານາທິບໍດີທຣຳຈະທຳການເດີນທາງ 12 ວັນ ໄປປະເທດຍີ່ປຸ່ນ ເກົາຫຼີໃຕ້ ຈີນ ແລະ ຫວຽດນາມ ບ່ອນທີ່ທ່ານຈະເຂົ້າຮ່ວມກອງປະ
ຊຸມສຸດຍອດການຮ່ວມມື ທາງດ້ານເສດຖະກິດເອເຊຍປາຊີຟິກ ຫຼື APEC ແລະ ປະ
ເທດຟີລິບປິນ.
ແນວໃດກໍຕາມທ່ານປະທານາທິບໍດີ ຈະບໍ່ຢູ່ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດ ເອ
ເຊຍຕາເວັນອອກ ຈັດໂດຍສະມາຄົມປະຊາຊາດ ໃນເຂດເອເຊຍຕາເວັນອອກສຽງ
ໃຕ້ ຫຼືອາຊ່ຽນ ບ່ອນທີ່ບັນດາຜູ້ນຳຈະເພັ່ງເລັງໃສ່ບັນຫາຄວາມປອດໄພຕ່າງໆເຊັ່ນ
ໄພຂົ່ມຂູ່ ຂອງລະເບີດນິວເຄລຍເກົາຫຼີເໜືອ. ລັດຖະບານຂອງທ່ານທຣຳ ບໍ່ໄດ້ໃຫ້
ເຫດຜົນຢ່າງເຈາະຈົງ ໃນການບໍ່ເຂົ້າຮ່ວມ ກອງປະຊຸມອາຊຽນ ນອກຈາກຈະກ່າວ
ວ່າ ການຕັດສິນໃຈນີ້ ແມ່ນ “ຍ້ອນແຜນການໆເດີນທາງ.”
ໃນລະຫວ່າງການພົບປະຕ່າງໆຂອງທ່ານກັບບັນດາຜູ້ນຳໃນພາກພື້ນນັ້ນ ປະທານາ
ທິບໍດີທຣຳ ມີແຜນທີ່ຈະຊອກສະແຫວງຫາ ການສະໜັບສະໜູນເພີ້ມຂຶ້ນຈາກສາກົນ
ເພື່ອກົດດັນລະບອບການປົກຄອງຄິມຈອງອຸນໃນນະຄອນຫຼວງພຽງຢາງໃຫ້ຍົກເລີກ ໂຄງການອາວຸດນິວເຄລຍ ແລະລູກສອນໄຟຂີປະນາວຸດ.
ການປ້ອງກັນບໍ່ໃຫ້ເກົາຫຼີເໜືອພັດທະນາລູກສອນໄຟຂີປະນາວຸດຂ້າມທະວີບທີ່ອາດ
ຍິງເຖິງແຜ່ນດິນໃຫຍ່ສະຫະລັດໄດ້ກາຍເປັນບູລິມະສິດສູງສຸດໃນການຮັກສາຄວາມ
ປອດໄພແຫ່ງຊາດຂອງທ່ານທຣຳ.
ທ່ານ John Delury ອາຈານສອນວິຊາພົວພັນສາກົນ ທີ່ມະຫາວິທະຍາໄລຢອນເຊ
ໃນນະຄອນຫຼວງໂຊລໄດ້ກ່າວວ່າ “ທ່ານໄດ້ພາໃຫ້ມີການຄາດຫວັງທຸກປະເພດກ່ຽວ
ກັບວ່າ ທ່ານຈະເຮັດຫຍັງ ກ່ຽວກັບເກົາຫຼີເໜືອແລະຖ້າທ່ານບໍ່ເຮັດສິ່ງພວກນັ້ນແລ້ວ
ມັນຈະເປັນໄພຂົ່ມຂູ່ຕໍ່ເອກະລັກຂອງທ່ານຢ່າງຮຸນແຮງ ມັນຈະສ້າງຄວາມເສຍຫາຍ
ໃຫ້ທ່ານ ມັນຈະເຮັດໃຫ້ອຳນາດຂອງທ່ານຕົກຕໍ່າ.”
ເມື່ອບໍ່ດົນມານີ້ ສະຫະລັດ ໄດ້ເຮັດວຽກກັບ ຈີນ ແລະ ຣັດເຊຍ ໃນອົງການສະຫະປະ
ຊາຊາດເພື່ອຮັບຜ່ານມາດຕະການລົງໂທດທາງດ້ານເສດຖະກິດທີ່ຮຸນແຮງກວ່າເກົ່າ ທີ່ອາດຫຼຸດການຄ້າຂາຍຂອງເກົາຫຼີເໜືອລົງ 90 ເປີເຊັນ ແລະການນຳເຂົ້ານໍ້າມັນ 30
ເປີເຊັນ.
ນອກນັ້ນ ສະຫະລັດຍັງໄດ້ວາງມາດຕະການລົງໂທດສຳຮອງ ຕໍ່ບັນດາບໍລິສັດສາກົນ ທີ່ເຮັດທຸລະກິດກັບລະບອບການປົກຄອງຄິມຈອງອຸນ ແລະ ໄດ້ຮຽກຮ້ອງໃຫ້ປະເທດ
ອື່ນໆຫ້າມພວກພະນັກງານເກົາຫຼີເໜືອແລະຈຳກັດສາຍພົວພັນທາງການທູດກັບພຽງ
ຢາງ.
ເກົາຫຼີເໜືອໄດ້ຕອບໂຕ້ຕໍ່ມາດຕະການລົງໂທດຕ່າງໆຢ່າງທ້າທາຍດ້ວຍການດຳເນີນ ການທົດລອງລູກສອນໄຟ ແລະລະເບີດນິວເຄລຍ ແລະໄດ້ກ່າວປ້ອງກັນວ່າ ຕົນຕ້ອງ
ການທີ່ຈະຍັບຢັ້ງດ້ວຍອາວຸດນິວເຄລຍ ເພື່ອປ້ອງກັນການຮຸກຮານນຳພາໂດຍສະຫະ
ລັດ.“