ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

​ສະ​ຫະ​ລັດ ແລະ ພັນ​ທະ​ມິດ ຂະ​ຫຍາຍ​ການ​ສະ​ໜັບ​ສະ​ໜູນ​ຕໍ່ ຢູ​ເຄ​ຣນ


ໃນ​ພາບນີ້​ທີ່​ສະ​ໜອງ​ໃຫ້​ໂດຍ​ຫ້ອງ​ການ​ສື່ມວນ​ຊົນ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ຢູ​ເຄ​ຣນ ສະ​ແດງ​ໃຫ້​ເຫັນ​ປະ​ທາ​ນາ​ທິ​ບໍ​ດີ​ຢູ​ເຄ​ຣນ ທ່ານ ໂວ​ໂລ​ດີ​ເມຍ ເຊ​ເລັນ​ສ​ກີ, ກ່າວຄຳ​ປາ​ໄສ​ຈາກ​ນະ​ຄອນຫຼວງ ກີ​ຢິບ, ຢູ​ເຄ​ຣນ. 22 ເມ​ສາ, 2022.
ໃນ​ພາບນີ້​ທີ່​ສະ​ໜອງ​ໃຫ້​ໂດຍ​ຫ້ອງ​ການ​ສື່ມວນ​ຊົນ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ຢູ​ເຄ​ຣນ ສະ​ແດງ​ໃຫ້​ເຫັນ​ປະ​ທາ​ນາ​ທິ​ບໍ​ດີ​ຢູ​ເຄ​ຣນ ທ່ານ ໂວ​ໂລ​ດີ​ເມຍ ເຊ​ເລັນ​ສ​ກີ, ກ່າວຄຳ​ປາ​ໄສ​ຈາກ​ນະ​ຄອນຫຼວງ ກີ​ຢິບ, ຢູ​ເຄ​ຣນ. 22 ເມ​ສາ, 2022.

ສະ​ຫະ​ລັດ ແລະ ບັນ​ດາ​ປະ​ເທດ​ທີ່​ມີ​ເສດ​ຖະ​ກິດ​ນຳ​ໜ້າ​ອື່ນໆ​ໃນ​ກຸ່ມ​ເຈັດ​ປະ​ເທດ​ເມື່ອ​ວັນ​ອາ​ທິດ​ວານນີ້​ໄດ້​ເຫັນ​ດີ​ທີ່​ຈະ​ຫ້າມ ຫຼື ສິ້ນ​ສຸດ​ການ​ຊື້​ນ້ຳ​ມັນ​ຂອງ​ຣັດ​ເຊຍ, ເຊິ່ງ​ແນ​ເປົ້າ​ໂດຍ​ກົງ​ໃສ່​ແຫຼ່ງ​ທີ່​ມາ​ຂອງ​ລາຍ​ໄດ້​ສຳ​ລັບ​ມົ​ສ​ກູ ເພື່ອ​ໃຊ້​ຈ່າຍ​ສຳ​ລັບ​ການ​ບຸກ​ລຸກຢູ​ເຄ​ຣນ 10 ອາ​ທິດ​ຂອງ​ເຂົາ​ເຈົ້າ.

ບັນ​ດາ​ຜູ້​ນຳ​ກຸ່ມ​ເຈັດ​ປະ​ເທດ ຫຼື G-7 ຈາກ​ອັງ​ກິດ, ກາ​ນາ​ດາ, ຝ​ຣັ່ງ, ເຢຍ​ຣະ​ມັນ, ອິ​ຕາ​ລີ, ຍີ່​ປຸ່ນ ແລະ ສະ​ຫະ​ລັດ ໄດ້​ກ່າວຫຼັງ​ຈາກກອງ​ປະ​ຊຸມ​ທາງ​ໄກ​ກັບ​ປະ​ທາ​ນາ​ທິ​ບໍ​ດີ​ຢູ​ເຄ​ຣນ ທ່ານ​ໂວ​ໂລ​ດີ​ເມຍ ເຊ​ເລັນ​ສ​ກີ​ວ່າ “ມັນ​ຈະ​ສົ່ງ​ຜົນ​ກະ​ທົບ​ຢ່າງ​ໜັກ​ຕໍ່​ເສັ້ນ​ທາງ​ທີ່​ສຳ​ຄັນ​ສຳ​ລັບ​ເສດ​ຖະ​ກິດ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ປູ​ຕິນ ແລະ ປະ​ຕິ​ເສດລາວ​ຕໍ່​ລາຍ​ໄດ້​ທີ່​ລາວ​ຕ້ອງ​ການ​ເພື່ອ​ມາ​ເປັນ​ທຶນ​ໃຫ້​ສົງ​ຄາມ​ຂອງ​ລາວ.”

ສະ​ຫະ​ລັດ ແມ່ນ​ໄດ້ຢຸດ​ເຊົາການ​ຊື້​ນ້ຳ​ມັນ​ຣັດ​ເຊຍແລ້ວ, ໃນ​ຂະ​ນະ​ທີ່​ສະ​ຫະ​ພາບ​ຢູ​ໂຣບ​ທີ່​ມີ 27 ປະ​ເທດ​ນັ້ນ, ເຊິ່ງ​ໄດ້ນຳ​ເຂົ້າ​ນ້ຳ​ມັນ​ດິບ​ຂອງ​ເຂົາ​ເຈົ້າ​ປະ​ມານ​ນຶ່ງ​ສ່ວນ​ສີ່​ ຈາກ​ຣັດ​ເຊຍ​ນັ້ນ, ກໍ​ໄດ້​ປະ​ກາດ​ແຜນ​ການ​ຕ່າງໆ ​ທີ່​ຈະ​ເຮັດ​ຄື​ກັນ. ເຂົາ​ເຈົ້າ​ແມ່ນ​ກຳ​ລັງ​ຢູ່​ໃນ​ການ​ເຈ​ລະ​ຈາ​ ກ່ຽວ​ກັບ​ວິ​ທີ​ທີ່​ຈະ​ສິ້ນ​ສຸດ​ການ​ເພິ່ງ​ພາ​ອາ​ໄສ​ນ້ຳ​ມັນ​ຂອງ​ມົ​ສ​ກູແນວ​ໃດ.

ທຳ​ນຽບ​ຂາວ​ໄດ້​ກ່າວ​ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງວ່າ “ທ່ານ​ປູ​ຕິນ​ໄດ້​ປະ​ສົບ​ຄວາມ​ລົ້ມ​ແຫຼວ​ໃນ​ຈຸດ​ປະ​ສົງ​ຕົ້ນ​ຕໍ​ທາງ​ທະ​ຫານ​ຂອງ​ທ່ານ​ເພື່ອ​ຄອບ​ງຳ​ຢູ​ເຄ​ຣນ, ແຕ່​ທ່ານ​ໄດ້​ປະ​ສົບ​ຄວາມ​ສຳ​ເລັດ​ໃນ​ການ​ເຮັດ​ໃຫ້​ຣັດ​ເຊຍ​ເປັນ​ຜູ້​ທີ່​ຖືກ​ຕັດ​ຂ​າດ​ຈາກ​ໂລກ. ມື້ນີ້, ສະ​ຫະ​ລັດ, ສະ​ຫະ​ພາບ​ຢູ​ໂຣບ ແລະ ກຸ່ມ​ເຈັດ​ປະ​ເທດ ມີ​ຄວາມ​ມຸ່ງ​ໝັ້ນ​ທີ່​ຈະ​ຂະ​ຫຍາຍ​ຄວາມ​ກົດ​ດັນ​ຕໍ່​ຄ່າ​ໃຊ້​ຈ່າຍ​ທີ່​ວ່ານີ້” ດ້ວຍ​ການ​ວາງ​ມາດ​ຕະ​ການ​ລົງ​ໂທດ​ເພີ່ມ​ເຕີມ​ໂດຍ​ແນ​ເປົ້າ​ໃສ່ “ພວກ​ທີ່​ລ້ຳ​ລວຍ​ດ້ານ​ການ​ເງິນ” ໃນ​ຣັດ​ເຊຍ ຜູ້​ທີ່​ສະ​ໜັບ​ສະ​ໜູນ​ທ່ານ​ປູ​ຕິນ, ເຊັ່ນ​ດຽວ​ກັບ​ສະ​ມາ​ຊິກ​ຄອບ​ຄົວ​ຂອງ​ເຂົາ​ເຈົ້າ.

ການ​ລົມ​ໂທ​ລະ​ສັບ​ກັບ​ທ່ານ ເຊ​ເລັນ​ສ​ກີ ໄດ້​ມີ​ຂຶ້ນ​ໃນ​ວັນ​ທີ່​ບັນ​ດາ​ຜູ້​ນຳ​ກຸ່ມ​ເຈັດ​ປະ​ເທດ​ໄດ້​ລະ​ນຶກ​ເຖິງ​ການ​ສິ້ນ​ສຸດ​ສົງ​ຄາມ​ໂລກ​ຄັ້ງ​ທີ​ສອງ​ໃນ​ຢູ​ໂຣບ ແລະ ໃນ​ຂະ​ນະ​ທີ່​ຣັດ​ເຊຍ ໄດ້​ກະ​ກຽມ​ສຳ​ລັບ​ການ​ສະ​ເຫຼີມ​ສະຫຼອງ​ປະ​ຈຳ​ປີໃນ​ວັນ​ຈັນ​ມື້ນີ້​ ກ່ຽວ​ກັບ ໄຊ​ຊະ​ນະ​ຂອງ​ໂຊ​ຫວຽດ ​ຕໍ່​ນາ​ຊີ​ ເຢຍ​ຣະ​ມັນ ໃນ​ປີ 1945, ເຊິ່ງ​ເຂົາ​ເຈົ້າ​ໄດ້​ເອີ້ນ​ມັນ​ວ່າ ວັນ​ໄຊ​ຊະ​ນະ.

ຖະ​ແຫຼງ​ການ​ຂອງ​ກຸ່ມ​ເຈັດ​ປະ​ເທດ​ໄດ້​ກ່າວ​ວ່າ “ພວກ​ເຮົາ​ຈະ​ຄົງ​ສາ​ມັກ​ຄີ​ກັນ​ເພື່ອ​ບໍ່​ໃຫ້​ປະ​ທາ​ນາ​ທິ​ບໍ​ດີ​ ປູ​ຕິນ ໄດ້​ຊະ​ນະ​ໃນ​ສົງ​ຄາມ​ຂອງ​ລາວ ​ຕໍ່​ຢູ​ເຄ​ຣນ. ພວກ​ເຮົາ​ເປັນ​ໜີ້​ຕໍ່​ຄວາມ​ຊົງ​ຈຳ​ຂອງ​ໝົດ​ທຸກ​ຄົນ ​ຜູ້​ທີ່​ໄດ້​ຕໍ່​ສູ້​ເພື່ອ​ເສ​ລີ​ພາບ​ໃນສົງ​ຄາມ​ໂລກ​ຄັ້ງ​ທີ​ສອງ.”

ກຸ່ມ​ເຈັດ​ປະ​ເທດ ​ໄດ້​ກ່າວ​ວ່າ ການ​ບຸກ​ລຸກ​ຢູ​ເຄ​ຣນ​ ຂອງ​ທ່ານ​ປູ​ຕິນ ໄດ້​ນຳ​ເອົາ“ຄວາມ​ອັບ​ອາຍ​ຂາຍ​ໜ້າ​ມາ​ສູ່​ຣັດ​ເຊຍ ແລະ ການ​ເສຍ​ສະຫຼະ​ທີ່​ມີ​ຊື່​ສຽງ​ຂອງ​ປະ​ຊາ​ຊົນ​ຂອງ​ເຂົາ​ເຈົ້າ.”

ໃນ​ສ່ວນ​ນຶ່ງ​ຂອງ​ການ​ເຈ​ລະ​ຈາ​ໃນ​ວັນ​ອາ​ທິດ​ວານນີ້, ວໍ​ຊິງ​ຕັນ​ໄດ້​ປະ​ກາດ​ມາດ​ຕະ​ການ​ລົງ​ໂທດ​ໃໝ່ ​ຕໍ່​ໂທ​ລະ​ພາບ​ລັດ​ຖະ​ບານ​ຣັດ​ເຊຍ ທີ່​ມີ​ຄົນ​ເບິ່​ງ​ຢ່າງຫຼວງ ຫຼາຍ​ສາມ​ສະ​ຖາ​ນີ, ໂດຍ​ເວົ້າ​ວ່າ​ເຂົາ​ເຈົ້າ “ໄດ້​ລວມ​ຢູ່​ໃນ​ຜູ້​ທີ່​ໄດ້​ຮັບ​ລາຍ​ໄດ້​ຈາກ​ຕ່າງ​ປະ​ເທດ​ທີ່​ໃຫຍ່​ທີ່​ສຸດ, ເຊິ່ງ​ໄດ້​ສົ່ງ​ກັບ​ໄປ​ໃຫ້​ລາຍ​ໄດ້ ​ຂອງ​ລັດ​ຖະ​ບານ ຣັດ​ເຊຍ.”

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG