ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສຫລ ວ່າ ມີການລະເມີດ ສິດທິມະນຸດ ຢ່າງແຜ່ກວ້າງ ໃນ ທົ່ວໂລກ (ວີດີໂອ)


ທ່ານ Kerry ​ກ່າວວ່າ ລັດຖະບານຫລາຍໆປະເທດ
ໄດ້ລ່ວງລະເມີດ ຕໍ່ການເຄົາລົບນັບຖື ສິດທິ​ມະນຸດ
ທ່ານ Kerry ​ກ່າວວ່າ ລັດຖະບານຫລາຍໆປະເທດ ໄດ້ລ່ວງລະເມີດ ຕໍ່ການເຄົາລົບນັບຖື ສິດທິ​ມະນຸດ
ສະຫະລັດກ່າວ​ຫາ​ວ່າ ມີ​ລັດຖະບານ ຫລາຍ​ໆ​ປະ​ເທດ ຢູ່​
ໃນທົ່ວໂລກ ກໍາ​ ລັງ​ພາກັນຈຳກັດ​ຮັດ​ແຄບ ເພື່ອ​ຄວບ​ຄຸມ
ສິດເສລີພາບໃນການ​ປາກ​ເວົ້າ ​ແລະໃຊ້​ກົດໝາຍ​ບີບ​ບັງ
​ຄັບ “ປະ​ຕິ​ເສດ​ບໍ່ໃຫ້ປະຊາຊົນຊົມໃຊ້ສິດທິ​ມະນຸດ​ສາກົນ
ຂອງ ພວກເຂົາເຈົ້າ.”

ໃນການນຳອອກເຜີຍແຜ​ ​ລາ​ຍງານ​ປະ​ຈໍາປີ ​ວ່າດ້ວຍການ
ເຄົາລົບນັບຖືສິດທິ​ມະ​ນຸດ​ຢູ່ໃນ​ທົ່ວ​ໂລກນັ້ນ ລັດຖະມົນ​ຕີ
ຕ່າງປະ​ເທດ ທ່ານ John Kerry ກ່າວໃນ​ວັນ​ພະຫັດວານ
ນີ້​ວ່າ ຫລາຍໆ​ລັດ​ຖະບານກໍາລັງ​ພາກັນ​ພົວພັນໂດຍມີຈຸດ
ປະສົງ ທາງດ້ານການເມືອງ ເພື່ອທຳການຟ້ອງຮ້ອງ ​ແລະ​
ນໍາ ໃຊ້​ເທັກ​ໂນ​ໂລ​ຈີ​ໃໝ່ ​ເພື່ອ​ຄວບ​ຄຸມ​ຜູ້​ບໍ່​ເຫັນພ້ອມ ທັງຢູ່ຕາມສະຖານທີ່ສາ​ທາ​ລະນະ
ຫລື​ຜ່ານ​ທາງ​ເທັກ​ໂນ​ໂລ​ຈີ​ຊະ​ນິດ​ຕ່າງໆ.

ທ່ານ Kerry ​ໄດ້​ກ່າວຢ່າງເຈາະຈົງ ເຖິງລັດຖະບານຫລາຍໆປະເທດ ທີ່ທ່ານ ກ່າວ​ວ່າ ​ໄດ້
ລ່ວງລະເມີດຕໍ່ການເຄົາລົບນັບຖືສິດທິ​ມະນຸດ ​ປະຊາຊົນ​ຂອງ​ຕົນ​ ຮວມ​ທັງຊີ​ເຣຍ ຣັດ​ເຊຍ
ຈີນ ຄິວ​ບາ ອີ​ຈິບ ບັງ​ກລາ​ແດັສ ​ແລະ ລັດຖະບານຢູ​ເຄຣນ ທີ່​ຫາ​ກໍ່​ຖືກຂັບ​ໄລ່​ອອກ​ໄປ​ນັ້ນ.

ທ່ານກ່າວ​ວ່າ ​ມີ 80 ລັດຖະບານ ຢູ່​ໃນທົ່ວ​ໂລກ ​ໄດ້​ອອກ​ກົດໝາຍ ຈຳແນກກີດກັນຕໍ່ພວກ
ຮັກ​ຮ່ວມ​ເພດ​.

ທ່ານກ່າວ​ວ່າ ປະຫວັດ​ການເຄົາລົບນັບຖືສິດທິ​ມະນຸດ ຂອງສະຫະລັດ ບ່ອນ​ທີ່ ຂ້າ​ທາດ ໄດ້
ມີກັນຢ່າງ​ຖືກຕ້ອງ​ຕາມ​ກົດໝາຍ​ ​ໃນ​ປີຊຸມປີ 1800 ນັ້ນ ບໍ່​ເປັນ​ທີ່​ດີເລີດ ​ແຕ່​ວ່າໄດ້​ຢືນຢູ່ເພື່ອ
​ຄວາມ​ກ້າວໜ້າ​ຂອງກຽດ​ສັກສີ​ມະນຸດ.

ທ່ານ Kerry ກ່າວວ່າ “ພວກ​ເຮົາ ຮ່ວມ​ກັນ​ກັບປະ​ເທດອື່ນໆ ​ຂໍຢືນຢັນອີກຄັ້ງ ນຶ່ງເຖິງຄວາມ​
ໝາຍໝັ້ນຂອງ​ພວກ​ເຮົາທີ່​ມີຕໍ່​ໂລກ ບ່ອນ​ທີ່​ວ່າ ການ​ປາກ​ເວົ້າ​ເຖິງເລື່ອງລາວໃນຈິດໃຈຂອງ
ຕົນ ຈະ​ບໍ່​ນໍາ​ໄປ​ສູ່​ການ​ຈັບ​ກຸມ. ​ແລະການ​ສາລະ ພາບ​ຄວາມ​ຮັກ​ຕໍ່​ຜູ້​ນຶ່ງ ຈະ​ບໍ່​ນໍາ​ໄປ​ສູ່​ການ​ຈັບ​
ກຸມ ​ໂລກ​ທີ່ການປະຕິບັດສາສະ ໜາກິດ ຫລືປ່ຽນ​ການ​ນັບຖຶືສາສະໜາ ຈະ​ບໍ່​ນໍາ​ໄປ​ສູ່​ການ​ຖືກ​
ຕິດ​ຄຸກ ​ແລະ ບ່ອນ​ທີ່​ມີ​ການ​ເດີນ​ຂະ​ບວນຢ່າງ​ສະຫ​ງົບ ຢູ່​ຕາມ​ຖະໜົນ​ຫົນທາງນັ້ນ ຈະ​ບໍ່​ເຮັດ​
ໃຫ້​ທ່ານ​ຕ້ອງ​ຖືກ​ທຸບ​ຕີ ຢູ່​ຮ່ອມລັບ​ລີ້ ຫລື ຖືກ​ຂ້າ​ຕາຍຢູ່​ກາງ​ແຈ້ງ.

ລັດຖະມົນຕີການຕ່າງປະເທດສະຫະລັດ ກ່າວ​ວ່າ ບັນດາ​ປະ​ເທດ ທີ່​ລ່ວງລະ ເມີດການເຄົາ
ລົບນັບຖືສິດທິ​ມະນຸດ ​ແລະບໍ່ສາມາດນໍ​າເອົາ​ຄວາມຮັບຜິດຊອບມາລົງໂທດຍ້ອນການລ່ວງ
ລະເມີດນັ້ນ ແມ່ນດຳເນີນການຂັດຕໍ່​ຜົນ​ປະໂຫຍດ ທີ່ດີທີ່ສຸດຂອງຕົນ​ເອງ ຕະຫຼອດທັງຂອງ
ສະຫະລັດ ນຳດ້ວຍ.

ທ່ານ Kerry ກ່າວ​ວ່າ ການກໍ່ຄວາມຮຸນແຮງແລະອາຊະຍາກຳຕ່າງໆແມ່ນມີ​ຮາກ​ເຫງົ້າ​ຢູ່ໃນ
​ປະ​ເທດ​ຕ່າງໆ ບ່ອນ​ທີ່​ສິດທິ​ມະນຸດ ໄດ້​ຖືກ​ປະຕິ​ເສດນັ້ນ ຊຶ່ງຈະນຳໄປສູ່ການ​ບໍ່​ມີ​ສະຖຽນ​ລະ​
ພາບ ບໍ່​ມີຄວາມ​ປອດ​ໄພ ​ແລະຖືກທອດຖິ້ມ​ທາງ​ເສດຖະກິດ.

US Slams Unremitting Crackdown on Human Freedoms
please wait

No media source currently available

0:00 0:03:08 0:00
ລິງໂດຍກົງ
XS
SM
MD
LG