ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ອຸບັດຕິເຫດເຮືອບິນຕົກ ທີ່ລັດອາລາສກ້າ


ອະດີດສະມາຊິກສະພາສູງສະຫະລັດ TED STEVENS ທີ່ເຂົ້າຮັບຕຳແໜ່ງດົນທີ່ສຸດຂອງພັກຣີພັບບລີກັນ ໄດ້ເຖິງ ແກ່ມໍລະນະກຳ ຍ້ອນອຸບັດຕິເຫດ ເຮືອບິນຕົກ ທີ່ລັດ ອາລາສກ້າ ບ້ານເກີດຂອງທ່ານ.

ທ່ານ STEVENS ແມ່ນນຶ່ງ ໃນບັນດາພວກເຄາະຮ້າຍ ຈາກອຸບັດຕິເຫດ ເຮືອບິນນ້ອຍຕົກ ໃກ້ໆບ້ານປະມົງ ທີ່ ສອກຫຼີກຫ່າງໄກແຫ່ງນຶ່ງ ໃນລັດອາລາສກ້າ. ຄະນະກຳ ມະການຄຸ້ມຄອງຄວາມປອດໄພແຫ່ງຊາດ ດ້ານການຂົນ ສົ່ງຂອງສະຫະລັດ ກ່າວວ່າ ເປັນທີ່ເຊື່ອກັນວ່າ 5 ໃນຈຳນວນ ທັງໝົດ 9 ຄົນ ທີ່ເດີນທາງໄປນຳ ເຮືອບິນລຳນີ້ ໄດ້ເສຍຊີວິດ.

ເຈົ້າໜ້າທີ່ເວົ້າວ່າ ເຮືອບິນໝາກປິ່ນດຽວລຳນີ້ ໄດ້ປະສົບອຸບັດຕິເຫດຕົກ ຢູ່ຫ່າງຈາກ ANCHORAGE ເມືອງເອກ ຂອງລັດອາລາສກ້າ ໄປທາງຕາເວັນຕົກສຽງໃຕ້ ປະມານ 525 ຫຼັກກິໂລແມັດ.

ປະທານາທິບໍດີບາຣັກ ໂອບາມາ ໄດ້ອອກຖະແຫຼງຂ່າວສະບັບນຶ່ງ ໃນມື້ວານນີ້ ຊົມເຊີຍ ທ່ານ STEVENS ແລະສະແດງ ຄວາມເສົ້າສະຫຼົດໃຈ ໄປຍັງຄອບຄົວ ຂອງມື້ລາງ ສະມາຊິກສະພາສູງ ສະຫະລັດທ່ານນີ້ ແລະບັນດາຄອບຄົວ ຂອງພວກທີ່ເສຍຊີວິດ ພ້ອມໆກັບທ່ານ ໃນອຸບັດຕິເຫດຄັ້ງນີ້.

XS
SM
MD
LG