ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ສະຫະລັດ ຕື່ນຕົກໃຈ ກ່ຽວກັບ ການປະກາດ ໃຫ້ເປັນໂມຄະ ການເລືອກຕັ້ງ ໃນເຂດ Zanzibar


ພາບນີ້ໄດ້ຖືກຖ່າຍໃນວັນຈັນ ທີ 6 ຕຸລາ 2015 ແລະ ໄດ້ຖືກ ເປິິດເຜີຍອອກໃນວັນພຸດ ທີ 28 ຕຸລາ 2015, ບັນດາຊາວໜຸ່ມ
ສະໜັບສະໜູນຝ່າຍຄ້ານ ເຕັ້ນລຳ ແລະ ຮ້ອງໂຮ, ຄາດຄະເນ
ໄຊຊະນະ ສຳລັບຜູ້ລົງແຂ່ງຂັນຂອງພວກເຂົາເຈົ້າ ຢູ່ນອກຫ້ອງ
ການຄະນະກຳມະທິການເລືອກຕັ້ງ ໃນເມືອງກ້ອນຫີນ Zanzibar.
ພາບນີ້ໄດ້ຖືກຖ່າຍໃນວັນຈັນ ທີ 6 ຕຸລາ 2015 ແລະ ໄດ້ຖືກ ເປິິດເຜີຍອອກໃນວັນພຸດ ທີ 28 ຕຸລາ 2015, ບັນດາຊາວໜຸ່ມ ສະໜັບສະໜູນຝ່າຍຄ້ານ ເຕັ້ນລຳ ແລະ ຮ້ອງໂຮ, ຄາດຄະເນ ໄຊຊະນະ ສຳລັບຜູ້ລົງແຂ່ງຂັນຂອງພວກເຂົາເຈົ້າ ຢູ່ນອກຫ້ອງ ການຄະນະກຳມະທິການເລືອກຕັ້ງ ໃນເມືອງກ້ອນຫີນ Zanzibar.

ສະຖານທູດ​ ສະຫະລັດ ປະຈຳ​ ​ແທນ​ຊາ​ເນຍ ກ່າວ​ວ່າຕົນ “ຕົກ ໃຈຢ່າງແຮງ” ​ ໃນ​ການປະກາດ​ໃຫ້ ການ​ເລືອກ​ຕັ້ງປະທານາ ທິບໍດີທີ່​ເຂດ Zanzibar ​ເປັນ​ໂມຄະ.

ເຂດ Zanzibar ມີລັດຖະບານຂອງຕົນເອງ, ແຕ່ການລົງຄະແນນ ສຽງຂອງພວກເຂົາເຈົ້າ ແມ່ນມີຄວາມສຳຄັນ ໃນການເລືອກຕັ້ງ ເອົາປະທານາທິບໍດີແຫ່ງຊາດຂອງ ແທນຊາເນຍ, ເຊິ່ງໄດ້ຈັດຂຶ້ນ ເມື່ອວັນທີ 25 ຕຸລາທີ່ຜ່ານມາ.

ສະຖານທູດໄດ້ກ່າວ ໃນຕອນແລງວັນພຸດວານ​ນີ້ວ່າການກະທຳ ຂອງ Zanzibar ທີ່​ໄດ້​ປະກາດໃຫ້ການເລືອກຕັ້ງທີ່ “ເປັນລະ ບຽບ ແລະ ດ້ວຍຄວາມ​ສະຫງົບເປັນໂມຄະ” ດັ່ງທີ່ໄດ້ສັງ​ເກດ​ເຫັນໂດຍເຈົ້າໜ້າທີ່ ຈາກ ສະຫະລັດ, ສະຫະພາບ ຢູໂຣບ, ກຸ່ມປະເທດ ໃນເຄືອຈັກກະພົບອັງກິດ ແລະສະມາຄົມພັດ ທະນາໃນ​ເຂດ​ພາກ​ໃຕ້ອາຟຣິກາ. ໃນຖະ
ແຫຼງການ ສະບັບໜຶ່ງກ່າວວ່າ ບັນດາເຈົ້າໜ້າທີ່ ສະຫະລັດ ໄດ້ຮຽກຮ້ອງໃຫ້ມີການເຄື່ອນ
ໄຫວເພື່ອຖອນຕົວ ແລະ ໄດ້ຮຽກຮ້ອງໃຫ້ຍົກ​ເລີກ ​ການ​ປະກາດ ດັ່ງກ່າວ ​ແລະ “ໃຫ້ທຸກໆ
ຝ່າຍ ຮັກສາຄຳໝັ້ນສັນຍາຕໍ່ຂະບວນການທີ່ ໂປ່ງ​ໃສ ແລະ ເປັນປະຊາ ທິປະໄຕ ຢ່າງສັນຕິ.”

Tanzanians Wait Patiently For Election Results
please wait

No media source currently available

0:00 0:00:30 0:00

ຄະນະກຳມະທິການເລືອກຕັ້ງ ຂອງເຂດ Zanzibar ໃນວັນພຸດວານນີ້ໄດ້ກ່າວວ່າ ຜົນທີ່ ອອກມາໄດ້ຖືກປະກາດ​ໃຫ້ເປັນໂມຄະ ເພາະວ່າມີ “ການລະເມີດກົດລະບຽບຢ່າງຫຼວງ ຫຼາຍ” ໃນຂັ້ນຕອນຂອງການລົງຄະແນນສຽງ. ປະທານຄະນະກຳມະທິການ ທ່ານ Jecha Salim ໄດ້ກ່າວວ່າ ມັນມີຄວາມຕ້ອງການທີ່ຈະຈັດການເລືອກຕັ້ງໃໝ່ໃນໝູ່ເກາະດັ່ງກ່າວ ນັ້ນ.

ການປະກາດ​ໃຫ້ເປັນໂມຄະ ກໍຍັງເບິ່ງຄືວ່າຈະເພີ່ມຄວາມເຄັ່ງຕຶງໃນ ເຂດ Zanzibar, ເຊິ່ງ ເປັນບ່ອນທີ່ພັກຝ່າຍຄ້ານໃນທ້ອງຖິ່ນ ໄດ້ອ້າງ ເອົາໄຊຊະນະໃນວັນຈັນທີ່ຜ່ານມາກ່ອນ ຜົນຂອງການເລືອກຕັ້ງຖືກ ປະກາດອອກມາ.

ການເລືອກຕັ້ງເອົາຕຳແໜ່ງປະທານາທິບໍດີ, ສະພາແຫ່ງຊາດ ແລະ ຕຳແໜ່ງຕ່າງໆໃນ ທ້ອງຖິ່ນຂອງ ແທນຊາເນຍ ເມື່ອບໍ່ດົນມານີ້ ໄດ້ມີການຄາດກັນວ່າຈະມີຄະ​ແນນ​ສຽງສູສີ ກັນທີ່ສຸດໃນປະຫວັດສາດຂອງ ປະເທດ. ປະທານາທິບໍດີ Jakaya Kikwete ຈະໄດ້ອອກ ຈາກການ ດຳລົງຕຳແໜ່ງ ຫຼັງຈາກກຳອຳນາດມາສອງສະໄໝ​ແລ້ວ.

ພັກການເມືອງ CCM ທີ່ກຳລັງປົກຄອງປະເທດແມ່ນ ກຳລັງປະເຊີນໜ້າກັບສິ່ງທ້າທາຍ ໃຫຍ່ ເປັນຄັ້ງທຳອິດໃນຮອບຫຼາຍທົດສະວັດ. ມີ ລັດຖະມົນຕີຫຼາຍທ່ານໄດ້ສູນເສຍຕຳ ແໜ່ງຂອງພວກເຂົາ ໃນສະພາແຫ່ງຊາດ.

Tanzania Elections
please wait
Embed

No media source currently available

0:00 0:02:05 0:00

XS
SM
MD
LG