ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ລົງໂທດ 6 ຄົນ ທີ່ສະໜັບສະໜຸນກຸ່ມ al-Shabab


ກຸ່ມຫົວຮຸນແຮງ al-Shabab ໃນໂຊມາເລຍ
ກຸ່ມຫົວຮຸນແຮງ al-Shabab ໃນໂຊມາເລຍ

ສະຫະລັດ​ໄດ້​ທຳ​ການ​ລົງ​ໂທດ​ທາງ​ດ້ານ​ການ​ເງິນ​ຕໍ່​ເຈົ້າໜ້າ​ທີ່​ເອຣີ​ເທຣຍ 2 ​ຄົນ ແລະ​ອີກ 4
ຄົນ​ຈາກ​ເຂດ​ອາ​ຟຣິກາ​ຕ​າ​ເວັນ​ອອກ ທີ່​ຖືກ​ກ່າວ​ຫາ​ວ່າ ​ໃຫ້ການ​ສະໜັບສະ​ໜຸນ​ແກ່​ກຸ່ມ​ຫົວ
​ຮຸນ​ແຮງ al-Shabab ​ຂອງ​ໂຊ​ມາ​ເລຍ.

ກະຊວງ​ການ​ເງິນ​ຂອງ​ສະຫະ​ລັດ​ໄດ້​ລະບຸ​ຊື່​ບຸກຄົນ​ທັງ 6 ​ໃນ​ວັນ​ພະຫັດ​ວານ​ນີ້ ພາຍ​ໃຕ້​ດຳ
ລັດ​ປະທານາທິບໍດີ​ ສະບັບ​ປີ 2010 ທີ່​ອະນຸຍາດ​ໃຫ້​ລັດຖະບານ ​ກັກຊັບ​ສິນ​ຂອງ​ສ່ວນ​ບຸກ
ຄົນທີ່​ປະກອບ​ສ່ວນ​ເຂົ້າ​ໃນ​ບັນ​ຫາ​ຂັດ​ແຍ້​ງຢູ່ໂຊ​ມາ​ເລຍ.

ທ່ານ​ນາງ Susan Rice ​ເອກ​ອັກຄະ​ລັດຖະທູດ​ສະຫະລັດປະຈຳ​ອົງການ​ສະຫະປະຊາ​ຊາດ
​ກ່າວ​ວ່າ ບຸກຄົນ​ທັງ 6 ມີ​ສ່ວນ​ພົວພັນ​ໂດຍ​ກົງກັບ​ກຸ່ມ​ກໍ່​ການ​ຮ້າຍດັ່ງກ່າວ​. ​ໃນ​ຖະ​ແຫຼງຂ່າວ​
ທີ່​ນຳ​ອອກ​ເຜີຍ​ແຜ່​ສະບັບ​ນຶ່ງທ່ານ​ນາງ​ເວົ້າວ່າ​ບຸກຄົນ​ທັງ 6 ​ເປັນ​ໄພ​ຂົ່ມຂູ່​ຕໍ່​ສັນຕິພາບແລະ
​ຫວັງ​ວ່າ​ສະຖຽນ​ລະ​ພາບ​ຈະ​ເກີດ​ຂຶ້ນຢູ່​ໃນ​ຂົງ​ເຂດ ພ້ອມ​ນີ້​ທ່ານ​ນາງກໍ​ໄດ້​ເຕືອນ​ວ່າ ການ​ດຳ​
ເນີນ​ການ​ໃນ​ທຳນອງ​ນີ້ ຈະ​ປ່ອຍ​ໃຫ້​ເກີດ​ຂຶ້ນບໍ່​ໄດ້.

ຊາວ​ເອຣີ​ເທຣຍທັງ​ສອງ​ ມີ​ຊື່ວ່າ ພັນ​ເອກ Tewolde Negash ​ເຈົ້າໜ້າ​ທີ່​ສືບ​ລັບ​ທີ່​ຖືກ​ກ່າວ​
ຫາ​ວ່າ ​ເປັນ​ຜູ້​ສົ່ງ​ເງິນ​ໄປ​ໃຫ້​ກຸ່ມກໍ່ການ​ຮ້າຍ al-Shabab ​ແລະ​ພັນ​ເອກ Taeme Goitom
ທີ່​ມີ​ການ​ກ່າວ​ຫາ​ວ່າ ຊ່ອຍ​ເຮັດ​ການ​ຕັດສິນ​ໃຈ ​ໃຫ້ແກ່​ກຸ່ມນຶ່ງ ​ທີ່​ສັງກັດ​ຢູ່​ໃນ​ພວກທະຫານ​
ບ້ານ Hizbul Islam ທີ່​ໄດ້​ໂຮມໂຕ​ເຂົ້າກັນ​ກັບ​ກຸ່ມ al-Shabab ​ໃນ​ປີ 2010.

ນອກ​ນັ້ນ​ແລ້ວ​ການ​ລົງ​ໂທດ​ທີ່​ວ່າ​ນີ້ຍັງ​ໄດ້​ລະບຸ​ຊື່​ນາຍ Suhayl Salim Abd-el-Rahman
ຊຶ່ງປັນ​ຊາວ​ຊູ​ດານ ທີ່​ມີ​ການ​ກ່າວ​ຫາ​ວ່າ ​ເປັນ​ຜູ້​ຊ່ອຍ​ເຫຼືອ​ໃນ​ດ້ານການ​ເດີນທາງ ​ແລະ​ດ້ານ
​ການ​ເງິນ​ສຳ​ຫຼັບພວກ​ນັກ​ລົບຊາວ​ຕ່າງປະ​ເທດ​ທີ່​ພະຍາຍາມ​ເດີນທາງ​ເຂົ້າ​ໄປ​ໃນ​ໂຊ​ມາ​ເລຍ.

ຊາວ​ເຄນ​ຢາ​ອີກ 3 ຄົນ ກໍ​ມີ​ຊື່​ຢູ່​ໃນບັນຊີ​ດັ່ງກ່າວ ປະກອບ​ດ້ວຍນາຍ Aboud Rogo Mo-
hammed ນາຍ Abubaker Shariff Ahmed ​ແລະ​ນາຍ Omar Awadh Omar. ບຸກ
ຄົນ​ທັງ 3 ຖືກ​ກ່າວ​ຫາ​ວ່າ ​ໃຫ້ການ​ຊ່ອຍ​ເຫຼືອທາງ​ດ້ານ​ການ​ເງິນ ຫຼືບໍ່​ກໍ​ດ້ານ​ພະລາທິການ
​ແກ່​ກຸ່ມ al-Shabab.

XS
SM
MD
LG