ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄົນອາເມຣິກັນ ທີ່ເຄີຍເຂົ້າຮ່ວມ ກຸ່ມອາລກາ​ອີ​ດາ ແຕ່ໃຫ້ການຮ່ວມມື ກັບເຈົ້າໜ້າທີ່ ຈະຖືກ ປ່ອຍຕົວ​


ພວກປະທ້ວງທີ່ສະໜັບສະໜຸນກຸ່ມລັດອິສລາມຂອງອີຣັກ ແລະ Levant (ISIL) ພາກັນຍົກທຸງຂອງເຄືອຂ່າຍ al-Qaida ຂຶ້ນຢູ່ຕໍ່ໜ້າສໍານັກງານລັດຖະບານແຂວງ ຢູ່ເມືອງ Mosul ຂອງອີຣັກ ໃນວັນທີ 16 ມິຖຸນາ, 2014.
ພວກປະທ້ວງທີ່ສະໜັບສະໜຸນກຸ່ມລັດອິສລາມຂອງອີຣັກ ແລະ Levant (ISIL) ພາກັນຍົກທຸງຂອງເຄືອຂ່າຍ al-Qaida ຂຶ້ນຢູ່ຕໍ່ໜ້າສໍານັກງານລັດຖະບານແຂວງ ຢູ່ເມືອງ Mosul ຂອງອີຣັກ ໃນວັນທີ 16 ມິຖຸນາ, 2014.

ສະມາ​ຊິກຂອງ​ກຸ່ມ​ກໍ່​ການ​ຮ້າຍອາລກາ​ອີ​ດາ ​ທີ່​ເກີດ​ຢູ່​ອາ​ເມຣິກາຄົນ​ນຶ່ງ ​ທີ່​ໄດ້​ກາຍ
​ເປັນ​ຜູ້​ໃຫ້​ຂໍ້​ມູນ​ລັບ ຈະ​ໄດ້​ຖືກປ່ອຍ​ອອກຈາກ​ຄຸກ​ຂອງ​ລັດຖະບານ​ກາງ ພາຍຫລັງ​
ທີ່ລາວ​ໄດ້​ໃຫ້​ຂໍ້​ມູນ​ທີ່​ມີ​ສໍາຄັນ ​ແກ່​ບັນດາ​ເຈົ້າໜ້າທີ່​ສະຫະລັດ.

ຜູ້​ພິພາກສາ​ລັດຖະບານ​ກາງທີ່​ລັດ​ນີວຢອກ​ໄດ້​ຕັດສິນ​ໃນ​ວັນ​ພະຫັດ​ວານ​ນີ້ ​ໃຫ້ທ້າວ
Bryant Neal Vinas ຕິດ​ຄຸກ ຕາມ​ເວລາ​ທີ່​ລາວ​ໄດ້​ຮັບ​ໃຊ້​ໂທດ​ໄປ​ແລ້ວ ​ຫລາຍ
​ກວ່າແປດ​ປີ ກັບສາມ​ເດືອນ​ ​ແລະ​ຊາຍ​ທີ່​ເກີດ​ຢູ່​ໃນ​ລັດ​ນີວຢອກ​ ​ອາຍຸ 34 ປີ​ຄົນ​ນີ້
ຈະ​ຢູ່​ໃນ​ສະພາບ​ຝາກ​ໂທດ​ຕະຫລອດ​ຊີວິດ​ຂອງ​ລາວ.

​ພວກພະນັກງານໄອ​ຍະ​ການຂຽນຢູ່​ໃນ​ເອກ​ະສານ​ທີ່​ຍື່ນ​ໃຫ້​ສານ​ວ່າ "ເຫັນ​ວ່າ ການ​
ຊ່ວຍ​ເຫລືອທີ່ຈໍາ​ເລີຍ​ໄດ້ໃຫ້ແກ່​ລັດຖະບານ ແມ່ນ​ບໍ່​ໄດ້​ເວົ້າ​ເຖິງ​ຢ່າງ​ພຽງພໍ". "ລາວ​
ອາດ​ຈະເປັນ​ພະຍານ​ທີ່ໃຫ້ການ​ຮ່ວມ​ມື ທີ່​ມີ​ຄຸນຄ່າສໍາຄັນ​ຫລາຍ​ທີ່​ສຸດກວ່າໝູ່" ​ໃນ
​ຄະດີ​ທີ່​ກ່ຽວຂ້ອງ​ກັບກຸ່ມ​ກໍ່​ການ​ຮ້າຍ​ອາລກາ​ອີ​ດາ.

ຂໍ້​ມູນກ່ຽວກັບກຸ່ມ​ກໍ່​ການ​ຮ້າຍ​ອາລກາ​ອີ​ດາ ຢູ່​ໃນ​ປາ​ກິ​ສຖານ ​ແລະ​ອັຟກາ​ນິສຖານ ​
ທີ່​ທ້າວ Vinas ​ໄດ້​ສະໜອງໃຫ້ນັ້ນ ​ເຮັດ​ໃຫ້​ສາມາດ​ບົ່ງ​ຕົວຜູ້ທີ່​ຕ້ອງສົງ​ໄສ​ວ່າ ​ເປັນ
​ຜູ້ກໍ່ການ​ຮ້າຍ, ບ່ອນ​ລີ້ຊ່ອນ​ຂອງ​ພວກ​ເຂົາ ​ແລະການວາງ​ແຜນກໍ່ກວນ​ຂອງ​ພວກ​ເຂົາ​ໄດ້.

ທະນາຍຄວາມ​ຂອງທ້າວ Vinas ຂຽນຢູ່​ໃນ​ເອກະສານ​ຍື່ນ​ໃຫ້​ສານ ​ທີ່ອົງການຂ່າວ
​ເອພີອ້າງເຖິງນັ້ນ ເວົ້າວ່າ “ທ້າວ Vinas ​ເຄີຍເປັນ​ທະຫານ​ກອງທັບ​ບົກ ​ໄດ້ສອງ​ສາມ
ອາທິດ ​ໃນ​ປີ 2002, ສອງ​ປີກ່ອນໜ້າທີ່​ລາວ​ຈະ​ປ່ຽນ​ໄປ​ນັບຖື​ສາສະໜາອິສລາມ. ລາວ
​ໄດ້​ເດີນທາງ​ໄປ​ຫາເຂດທີ່​ບໍ່ມີການ​ປົກຄອງ​ຂອງ​ປາ​ກິ​ສຖານ​ໃນ​ປີ 2007 ​ແລະ​ດໍາ​ເນີນ
​ງານ​ກັບ​ພວກກຸ່ມ​ຫົວ​ຮຸນ​ແຮງຍ້ອນ​ວ່າ​ລາວ​ ນັບ​ມື້​ນັບ​ມີ​ຄວາມ​ບໍ່ພໍ​ໃຈ ​ຕໍ່ການ​ທີ່ບັນດາ​
ປະ​ເທດ​ຕາ​ເວັນ​ຕົກ ​ໄດ້​ກະທໍາ​ ຕາມ​ຄວາມ​ຄິດ​ຂອງ​ລາວແລ້ວ​ເຫັນວ່າ ການ​ຊອກ​ທໍາ
ລາຍ ​ແລະ​ສັງຫານ​ຊາວ​ມຸສລິ​ມ.”

ພາຍຫລັງ​ທີ່​ໄດ້​ຖືກ​ພິຈາລະນາໃຫ້​ເປັນຜູ້​ໂຈມ​ຕີ​ດ້ວຍລະ​ເບີດ​ສະຫລະ​ຊີບ ​ໂດຍ​ກຸ່ມ
ຍ່ອຍ​ຂອງ​ພວກ​ຫົວ​ຮຸນ​ແຮງ​ສຸດ ຢູ່​ໃນ​ເຂດ Waziristan ​ເໜືອ ທ້າວ Vinas ກໍ​ໄດ້​
ເຂົ້າຮ່ວມ​ກຸ່ມອາລກາ​ອີ​ດາ ຊຶ່ງ​ເປັນ​ກຸ່ມ​ກໍ່ການ​ຮ້າຍ ທີ່​ທໍາ​ການ​ໂຈມ​ຕີ​ໃນ​ດິນ​ແດນ​ຂອງ
​ສະຫະລັດ​ໃນ​ປີ 2001. ລາວ​ຖືກ​ເຈົ້າໜ້າທີ່​ປາ​ກິ​ສຖານ​ຈັບ​ໄດ້​ໃນ​ປີ 2008 ຊຶ່ງ​ພວກ
​ກ່ຽວ​ໄດ້​ສົ່ງ​ລາວ​ໃຫ້​ແກ່​ສະຫະລັດ ​ແລະ​ລາວ​ກໍ​ໄດ້​ກາຍ​ເປັນ​ຜູ້​ໃຫ້​ຂໍ້​ມູນ​ລັບ ດ້ວຍ​ຄວາມ​
ເຕັມ​ໃຈ​ເຮັດ​ວຽກຢ່າງ​ໄວວາ.

ທ້າວ Vinas ຍອມຮັບ​ວ່າ​ໄດ້​ເຂົ້າຮ່ວມ​ໃນ​ການ​ໃຊ້​ຈະ​ຫລວດ​ໂຈມ​ຕີ​ທະຫານ​ສະຫະລັດ
ຢູ່​ທົ່ວ ຊາຍ​ແດນ​ຂອງ​ອັຟກາ​ນິສຖານ ​ແລະ ​ໄອ​ຍະ​ການ​ເວົ້າວ່າ ພວກ​ຜູ້​ນໍາ​ຂອງກຸ່ມ
ອາລກາ​ອີ​ດາ ​ໃຊ້​ຄວາມ​ຮູ້​ຂອງ​ລາວ ກ່ຽວກັບ​ນະຄອນ​ນີວຢອກ ​ເພື່ອ​ວາງ​ແຜນ​ໂຈມ​ຕີ​
ທາງ​ລົດໄຟ ​ທີ່ເກາະ Long Island. ແຜນ​ການ​ທີ່​ຈະໃຊ້​ລະ​ເບີດໂຈມ​ຕີ ​ໃນ​ຂະນະ​ທີ່
​ລົດ​ໄຟ​ຂະ​ບວນນຶ່ງ​ກໍາລັງ​ແລ່ນ​ຜ່ານ​ອຸ​ໂມງ​ໃຕ້​ທະ​ເລນັ້ນ ບໍ່​ເກີດ​ຂຶ້ນ​ໄດ້.

​ພວກເຈົ້າໜ້າທີ່​ຂອງ​ສະຫະລັດ​ເວົ້າວ່າ ສິ່ງ​ທີ່​ທ້າວ Vinas ບອກ​ໜ່ວຍ​ສືບ​ລັບ​ຂອງ​ສະ
ຫະລັດ​ກ່ຽວກັບກຸ່ມ​ກໍ່​ການ​ອາລກາ​ອີ​ດາຍັງຮັກສາ​ເປັນຄວາມ​ລັບ​ຢູ່ ​ແຕ່​ຄໍາ​ໃຫ້ການ​ຂອງ​
ລາວ​ໃນເວລາ ​ເປັນ​ພິຍານ​ນັ້ນ ​ແມ່ນ​ຊ່ວຍ​ໃຫ້ສາມາດ​ຕັດສິນ​ລົງ​ໂທດ ຜູ້​ຕ້ອງ​ສົງ​ໄສ​ວ່າ
​ເປັນ​ຜູ້ກໍ່ການ​ຮ້າຍ​ໄດ້​ສາມ​ຄົນ ທີ່​ວາງ​ແຜນ​ຈະ​ວາງ ລະ​ເບີດ​ໃສ່ທາງ​ລົດ​ໄຟ​ໃຕ້​ດິນ​ໃນ
​ນະຄອນ​ນີວຢອກ​ໃນ​ປີ 2009.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG