ບັນດານັກຊ່ຽວຊານຕໍາຫຼວດສັນຕິບານ ຫຼື FBI ຂອງສະຫະລັດກໍາລັງກວດສອບເບິ່ງລະເບີດ ທີ່ຕັ້ງໃຈວ່າຈະໃຊ້ໃນການວາງແຜນໂຈມຕີຂອງເຄືອຂ່າຍກໍ່ການຮ້າຍ Al-Qaida ທີ່ມີວັດຖຸປະສົງເພື່ອທໍາລາຍເຮືອບິນໂດຍສານໄອພົ່ນລໍານຶ່ງທີ່ຈະບິນໄປຍັງສະຫະລັດນັ້ນ.
ບັນດາເຈົ້າໜ້າທີ່ສະຫະລັດປະກາດໃຫ້ຊາບໃນວັນຈັນວານນີ້ວ່າ ສາຂາ ນຶ່ງຂອງເຄືອຂ່າຍອານກາອິດາໃນເຢເມນມີຄວາມຕັ້ງໃຈທີ່ຈະສົ່ງຜູ້ວາງລະເບີດສະລະຊີບຂຶ້ນເຮືອບິນໄອພົນໂດຍສານລໍານຶ່ງ ທີ່ຈະບິນມຸ້ງໜ້າມາຍັງສະຫະລັດໂດຍຜູ້ກ່ຽວຈະຊຸກເຊື່ອງວັດຖຸລະເບີດໃສ່ໃນໂສ້ງສະລິບຂອງຜູ້ກ່ຽວ. ໄດ້ມີການພົບເຫັນແຜນການແລະຍຶດເອົາລະເບີດດັ່ງກ່າວໄດ້ກ່ອນຜູ້ວາງລະເບີດຈະເດີນທາງຂຶ້ນເຮືອບິນລໍາໃດລຳນຶງມາຍັງສະຫະລັດ.
ບັນດາເຈົ້າໜ້າທີ່ກ່າວວ່າ ລະເບີດດັ່ງກ່າວເປັນການອອກແບບໃໝ່ຂອງ ລະເບີດທີ່ມີຄວາມ
ຕັ້ງໃຈໄວ້ວ່າຈະທໍາລາຍເຮືອບິນໄອພົ່ນໂດຍສານທີ່ຈະບິນມາຍັງເມືອງ Detroit ຈາກນະ
ຄອນ Amsterdam ໃນວັນຄຣີສມາສ ປີ 2009 ນັ້ນ. ຜູ້ຊາຍຄົນນຶ່ງມາຈາກໄນຈີເຣຍໄດ້
ພະຍາຍາມບີບຄະນວນລະເບີດທີ່ເຊື່ອງໄວ້ໃນໂສ້ງຊ້ອນຂອງລາວໃຫ້ແຕກ ຂຶ້ນ ແຕ່ວັດຖຸ
ລະເບີດດັ່ງກ່າວບໍ່ໄດ້ແຕກ. ຕໍາຫຼວດ FBI ກໍາລັງສຶກສາເບິ່ງລະເບີດແບບໃໝ່ນີ້ ເພື່ອຈະ
ຕັດສິນໃຈວ່າ ລະບົບຮັກສາຄວາມປອດໄພທີ່ສະໜາມບິນຈະຈັບເຄື່ອງວັດຖຸລະເບີດນີ້ໄດ້
ຫຼືບໍ?.
ສະພາຮັກສາຄວາມປອດໄພແຫ່ງຊາດປະຈໍາທໍານຽບຂາວ ກ່າວຢູ່ໃນຖະແຫຼງການສະບັບ
ນຶ່ງໃນວັນຈັນວານນີ້ວ່າ ປະທານາທິບໍດີບາຣັກ ໂອບາມາ ແຫ່ງສະຫະລັດແມ່ນເປັນຄົນທໍາ
ອິດທີ່ໄດ້ຮັບແຈ້ງຂ່າວ ກ່ຽວກັບ ແຜນການດັ່ງກ່າວໃນເດືອນເມສາ ແລະໄດ້ຮັບຂ່າວຄືບໜ້າ
ເປັນລຳດັບ ສືບຕໍ່ມາ ແລະເວົ້າຕໍ່ໄປວ່າ ປະທານາທິບໍດີໂອບາມາໄດ້ຮັບຄວາມໝັ້ນໃຈວ່າ
ລະເບີດທີ່ວ່ານີ້ຈະບໍ່ເປັນໄພຂົ່ມຂູ່ຕໍ່ປະຊາຊົນ.
ໃນລະຫວ່າງກອງປະຊຸມຖະແຫຼງຂ່າວທີ່ກຸງນີວແດນລີ ໃນວັນອັງຄານ ມື້ນີ້ ລັດຖະມົນຕີ
ການຕ່າງປະເທດສະຫະລັດ ທ່ານນາງຮີນລາຣີ ຄລິນຕັນ ກ່າວວ່າ ເຫດການດັ່ງກ່າວໄດ້
ເປັນການຕັກເຕືອນຄັ້ງນຶ່ງທີ່ວ່າ ອາເມຣິກາແລະພວກພັນທະມິດຍັງເປັນເປົ້າໝາຍຂອງ
ການວາງແຜນໂຈມຕີຂອງພວກກໍ່ການຮ້າຍຢູ່.
ເບິ່ງຄວາມເຫັນ (1)
ໂຫລດຄວາມເຫັນ ຕື່ມອີກ