ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການໂຈມຕີ ທາງອາກາດ ສະຫະລັດ ແມ່ນແນເປົ້າໃສ່ ທ້າວ ຈີຮາດີ ຈອນ ໃນ ຊີເຣຍ


ທ້າວ Mohammed Emwazi ຍໍມີດ ໃນຮູບພາບຖ່າຍຈາກວິດີໂອປີ 2014. ໄດ້ມາຈາກ ກຸ່ມ SITE Intel. 26 ກຸມພາ, 2015.
ທ້າວ Mohammed Emwazi ຍໍມີດ ໃນຮູບພາບຖ່າຍຈາກວິດີໂອປີ 2014. ໄດ້ມາຈາກ ກຸ່ມ SITE Intel. 26 ກຸມພາ, 2015.

ທະຫານ ສະຫະລັດ ກ່າວວ່າ ຕົນໄດ້ດຳເນີນການໂຈມຕີທາງ ອາກາດ ທີ່ແນເປົ້າໃສ່ສະມາຊິກພວກ ຫົວຮຸນແຮງ ລັດອິສລາມ ທ້າວ Jihadi John ຈາກປະເທດ ອັງກິດ ຜູ້ທີ່ໄດ້ປະກົດຕົວໃນ ຫຼາຍວິດີໂອ ໃນການລົງມືສັງຫານ ໂຕປະກັນຈາກປະເທດຕາເວັນ ຕົກຢ່າງໂຫດຫ້ຽມອຳມະຫິດ.

ບັນດາເຈົ້າໜ້າທີ່ກ່າວວ່າ ມັນຍັງບໍ່ທັນກະຈ່າງແຈ້ງໂດຍທັນທີເທື່ອ ວ່າ ຫົວຮຸນແຮງຄົນດັ່ງກ່າວ ທີ່ອົງການສືບລັບຕາເວັນຕົກໄດ້ລະບຸ ວ່າເປັນ ທ້າວ Mohamed Emwazi, ໄດ້ຖືກຂ້າຕາຍໃນຕອນຄ່ຳ ຂອງວັນ ພະຫັດວານນີ້ ຂອງການໂຈມຕີໂດຍເຮືອບິນທີ່ບໍ່ມີຄົນຂັບ ໃນເມືອງ Raqqa, ປະເທດ ຊີເຣຍ ເຊິ່ງເປັນເມືອງຫຼວງຂອງພວກ ລັດອິສລາມ ທີ່ຕັ້ງຂຶ້ນມາເອງ.

ຫົວຮຸນແຮງໃສ່ຊຸດສີດຳ, ລະບຸໂດຍໜັງສືພິມ The Washington Post ວ່າເປັນຊາຍຊາວ ອັງກິດ ຊື່ Mohammed Enwazi, ຢືນຢູ່ທາງຂ້າງຊາຍຄົນໜຶ່ງຊື່ວ່າ Steven Sotloff ໃນພາບໄດ້ມາຈາກເວັບໄຊທ໌ ຂອງ ກຸ່ມ SITE Inel. 26 ກຸມພາ 2015.
ຫົວຮຸນແຮງໃສ່ຊຸດສີດຳ, ລະບຸໂດຍໜັງສືພິມ The Washington Post ວ່າເປັນຊາຍຊາວ ອັງກິດ ຊື່ Mohammed Enwazi, ຢືນຢູ່ທາງຂ້າງຊາຍຄົນໜຶ່ງຊື່ວ່າ Steven Sotloff ໃນພາບໄດ້ມາຈາກເວັບໄຊທ໌ ຂອງ ກຸ່ມ SITE Inel. 26 ກຸມພາ 2015.

ໃນການກ່າວຕໍ່ບັນດາຊື່ມວນຊົນ ຫຼາຍແຫຼ່ງ ທີ່ບໍ່ປະສົງອອກນາມ, ເຈົ້າໜ້າທີ່ອາວຸໂສ ສະຫະ ລັດ ໄດ້ອະທິບາຍເຖິງການໂຈມຕີວ່າ ໄດ້ຍິງຖືກລົດເຊິ່ງ ທ້າວ Emwazi ໄດ້ຂີ່ຢູ່ຢ່າງຈິງຈັງ, ແລະກ່າວເພີ່ມເຕີມວ່າ ມັນເບິ່ງຄືວ່າ ນັກຫົວຮຸນແຮງຄົນດັ່ງກ່າວໄດ້ຖືກສັງຫານແລ້ວ.

ທ່ານ Peter Cook ເລຂາພະແນກສື່ຂ່າວຂອງທຳນຽບຫ້າແຈ ໄດ້ກ່າວໃນຖະແຫຼງການສະບັບ ນຶ່ງວ່າ “ພວກເຮົາກຳລັງປະເມີນຜົນຂອງການປະຕິບັດການຕອນກາງຄືນນັ້ນ ແລະ ຈະໃຫ້ ຂໍ້ມູນເພີ່ມເຕີມຕາມຄວາມ ເໝາະສົມ.”

ອົງການສິ້ງຊອມເພື່ອສິດທິມະນຸດຊອງຊີເຣຍ, ເຊິ່ງຕິດຕາມສະພາບ ສົງຄາມຢູ່ໃນ ຊີເຣຍ ໄດ້ ກ່າວໃນວັນສຸກມື້ນີ້ວ່າ ແຫຼງຂ່າວຂອງຕົນໄດ້ລະບຸວ່າ ສະມາຊິກອາວຸ ໂສຂອງ ລັດອິສລາມ ສັນຊາດ ອັງກິດ ແມ່ນໜຶ່ງໃນພວກຫົວຮຸນແຮງຈຳນວນ 4 ຄົນ ໄດ້ຖືກຂ້າຕາຍໃນການໂຈມຕີ ທາງອາກາດທີ່ນຳພາໂດຍ ສະຫະລັດ ນັ້ນ.

US Jihadgi John
please wait
Embed

No media source currently available

0:00 0:00:44 0:00

XS
SM
MD
LG