ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ການ​ໂຈມ​ຕີ​ທາງ​ອາ​ກາດ ຂອງ ສ​ຫລ ຕໍ່​ກຳ​ລັງ​ທະ​ຫານ​ບ້ານ ທີ່​ໜຸນຫຼັງ​ໂດຍ ​ອີ​ຣ່ານ ສັງ​ຫານ 25 ຄົນ


ລັດ​ຖະ​ມົ​ນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ທ່ານ​ໄມ​ຄ໌ ພອມ​ພຽວ (ຊ້າຍ) ​ແລະ​ທີ່​ປຶກ​ສາ​ຂອງ​ທຳ​ນຽບ​ຂາວ ນາຍ​ພົນ ມາກ​ຄ໌​ ມີລ​ເລີ (​ຂວາ) ​ຟັງ​ຂະ​ນະ​ທີ່ ທ່ານ​ມາກ​ຄ໌ ແອັ​ສ​ເປິ ​ກ່າວ​ຖະ​ແຫລງ ຢູ່​ບ້ານ​ພັກ ມາ-ອາ-ລາ​ໂກ (Mar-a-Lago) ຂອງ​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ໃນ​ລັດ​ຟ​ລໍ​​ຣີ​ດາ.
ລັດ​ຖະ​ມົ​ນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ທ່ານ​ໄມ​ຄ໌ ພອມ​ພຽວ (ຊ້າຍ) ​ແລະ​ທີ່​ປຶກ​ສາ​ຂອງ​ທຳ​ນຽບ​ຂາວ ນາຍ​ພົນ ມາກ​ຄ໌​ ມີລ​ເລີ (​ຂວາ) ​ຟັງ​ຂະ​ນະ​ທີ່ ທ່ານ​ມາກ​ຄ໌ ແອັ​ສ​ເປິ ​ກ່າວ​ຖະ​ແຫລງ ຢູ່​ບ້ານ​ພັກ ມາ-ອາ-ລາ​ໂກ (Mar-a-Lago) ຂອງ​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ໃນ​ລັດ​ຟ​ລໍ​​ຣີ​ດາ.

ກຸ່ມ​ທະ​ຫານ​ບ້ານ​ທີ່​ສະ​ໜັບ​ສະ​ໜຸ​ນ​ໂດຍ​ອີ​ຣ່ານ ໄດ້​ຂົ່ມ​ຂູ່ໃນ​ວັນ​ຈັນ​ມື້ນີ້ ​ວ່າ ຈະ​ ​ຕອບ​ໂຕ້​ຄືນເພື່ອລ້າງ​ແຄ້ນ ຕໍ່​ການ​ໂຈມ​ຕີ​ທາງ​ອາ​ກາດຫຼາຍບັ້ນຂອງ​ສະ​ຫະ​ລັດ ທີ່​ແນໃສ່​ທີ່​ໝັ້ນ​ຂອງ​ຕົນ​ຫຼາຍ​ແຫ່ງ​ຢູ່​ໃນ ​ອີ​ຣັກ ແລະ​ຊີ​ເຣຍ ຊຶ່ງ​ໄດ້​ສັງ​ຫານ​ຢ່າງ​ໜ້ອຍ 25 ຄົນ.

ກາ​ນ​ກ່າວ​ເຕືອນ​ຈາກ ​ກຸ່ມ​ກາ​ຕາ​ເອັບ ເຮັ​ຊ​ໂບ​ລາ ໄດ້​ມີ​ຂຶ້ນ ຂະ​ນະ​ທີ່​ລັດ​ຖະ​ມົນ​ຕີວ່າ​ການ​ຕ່າງ​ປະ​ເທດ​ຂອງ​ອີ​ຣ່ານ ໄດ້​ກ່າວ​ປະ​ນາມ ການ​ໂຈມ​ຕີ​ຂອງ​ສ​ະ​ຫະ​ລັດ ວ່າ ເປັນ​ການ​ລະ​ເມີດ​ຕໍ່​ອະ​ທິ​ປະ​ໄຕ​ຂອງ​ອີ​ຣັກ ແລະເທົ່າ​ກັບ​ວ່າ ເປັນ​ການ​ກະ​ທຳຂອງ​ການ​ກໍ່​ການ​ຮ້າຍ.

ສ່ວນ​ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ​ຂອງ​ສະ​ຫະ​ລັດ ທ່ານ​ມາກ​ຄ໌ ແ​ອັ​ສ​ເປີ ໄດ້​ຢືນ​ຢັນ​ເຖິງ​ການ​ໂຈມ​ຕີ​ທາງ​ອາ​ກາດ ໃນ​ການ​ໃຫ້​ຄຳ​ເຫັນ​ຕໍ່​ບັນ​ດາ​ນັກ​ຂ່າວ​ເມື່ອ​ຕອນ​ແລງວັນ​ອາ​ທິດ​ວານນີ້. ທ່ານ​ໄດ້​ກ່າວ​ວ່າ ເຮືອ​ບິນ​ລົບ​ອາຍ​ພົ່ນ​ຂອງ​ສະ​ຫະ​ລັດຫຼາຍ​ລຳ ໄດ້​ຖະ​ລົ່ມ​ເປົ້າ​ໝາຍຂອງກຸ່ມ​ກາ​ຕາ​ເອັບ ເຮັ​ຊ​ໂບ​ລາ 3 ແຫ່ງ ຢູ່​ໃນ​ພາກ​ຕາ​ເວັນ​ຕົກ​ຂອງ​ອີ​ຣັກ ແລະ ອີກ​ສອງ​ແຫ່ງ​ຢູ່​ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ຊີ​ເຣຍ.

ທ່ານ​ແອັ​ສ​ເປີ ໄດ້​ລະ​ບຸ​ເປົ້າ​ໝາຍ​ດັ່ງ​ກ່າວ​ວ່າ ເປັນ​ສາງ​ເກັບ​ອາ​ວຸດ ແລະ​ເປັນ​ສູນ​ບັນ​ຊາ​ການ ແລະ​ຄວບ​ຄຸມ.

ການ​ໂຈມ​ຕີ​ທາງ​ອາ​ກາດນັ້ນ ໄດ້​ຖືກ​ດຳ​ເນີນ​ການ​ໃນ​ການ​ຕອບ​ໂຕ້​ຕໍ່​ການ​ໂຈມ​ຕີ​ດ້ວຍ​ຈະຫຼວດ ໃນ​ວັນ​ສຸກ​ຜ່ານ​ມາ ໃສ່ຖານ​ທັບ​ຂອງ​ອີ​ຣັກ ຢູ່​ໃນ​ພາກ​ເໜືອ ທີ່​ໄດ້​ສັງ​ຫານພະ​ນັກ​ງານ​ສັນ​ຍາ​ຈ້າງ​ປະ​ຈຳ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ສະ​ຫະ​ລັດຜູ້​ນຶ່ງ.

ທ່ານແອັ​ສ​ເປີ ໄດ້​ກ່າວ​ຖະ​ແຫລງ​ມາ​ຈາກ ບ້ານ​ພັກ​ຣີ​ສອດ​ໃນ​ລັດ​ຟ​ລໍ​ຣີ​ດາ ບ່ອນ​ທີ່​ປະ​ທານ​າ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ໄດ້​ໄປ​ພັກ​ເຊົາ​ຢູ່​ໃນ​ຊ່ວງວັນ​ພັກ​ນີ້. ແລະ​ຢູ່​ນະ​ທີ່ນີ້ ຍັງ​ໄດ້​ມີ​ການແຈ້ງ​ໃຫ້​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ຊາບ ​ໂດຍ​ລັດ​ຖະ​ມົນ​ຕີ​ວ່າ​ການ​ຕ່າງ​ປະ​ເທດ ທ່ານ​ໄມ​ຄ໌ ພອມ​ພຽວ ຜູ້​ທີ່​ໄດ້​ກ່າວ​ວ່າ ຖານ​ທັບ​ຂອງ​ອີ​ຣັກ ທີ່​ຖືກ​ໂຈມ​ຕີ​ໃນ​ວັນ​ສຸກ​ຜ່າ​ນ​ມານັ້ນ ແມ່ນ​ໄດ້​ເຫັນວ່າ ​ຖືກ​ໂຈມ​ຕີ​ມາ​ແລ້ວຫຼາຍ​ຄັ້ງ.

ທ່ານ​ພອມ​ພຽວ ກ່າວ​ຕື່ມ​ວ່າ “ສິ່ງ​ທີ່​ພວກ​ເຮົາ​ເຮັດ​ໄປ ແມ່ນ​ການ​ເອົາ​ມາດ​ຕະ​ການ​ຕອບ​ໂຕ້​ທີ່​ເດັດ​ຂາດ ເພື່ອ​ເຮັດ​ໃຫ້​ເປັນ​ທີ່​ຈະ​ແຈ້ງວ່າ ສິ່ງ​ທີ່​ປະ​ທາ​ນາ​ທິ​ບໍ​ດີ ທ​ຣຳ ໄດ້​ກ່າວ​ໄປ​ໃນຫຼາຍ​ເດືອນ ​ຫຼາຍ​ເດືອນ ຫຼາຍ​ເດືອນ​ຜ່ານ​ມານີ້​ ຊຶ່ງ​ອັນ​ນັ້ນ​ກໍ​ແມ່ນ​ວ່າ ພວກ​ເຮົາ​ຈະ​ບໍ່ຍອມ​ຮັບ​ເອົາຕໍ່ ການ​ເອົາ​ມາດ​ຕະ​ການ​ຂອງ​ສາ​ທາ​ລະ​ນະ​ລັດອິ​ສ​ລາມ​ແຫ່ງ​ອີ​ຣ່ານ ທີ່​ເຮັດ​ໃຫ້ ພວກ​ຊາວ​ອາ​ເມ​ຣິ​ກັນ​ທັງ​ຊາຍ​ແລະ​ຍິງ ຕົກ​ຢູ່​ໃນ​ອັນ​ຕະ​ລາຍ.”

ກຸ່ມ​ກາ​ຕາ​ເອັບ ເຮັ​ຊ​ໂບ​ລາ ເປັນ​ພາກ​ສ່ວນ​ນຶ່ງ​ຂອງກຳ​ລັງ​ທະ​ຫານ​ບ້ານ​ທີ່​ໄດ້ຮັບການ​ຮັບ​ຮອງ​ໂດຍລັດ​ຖະ​ບານ ທີ່​ປະ​ຕິ​ບັດ​ການ​ຢູ່​ໃນ​ອີ​ຣັກ ຊຶ່ງ​ຮູ້​ຈັກ​ກັນ​ດີ ຄື ກອງ​ກຳ​ລັງ​ເຄື່ອນ​ໄຫວທີ່​ມີ​ຊື່​ສຽງ ຫຼື Popular Mobilization Forces.

ອ່ານ​ຂ່າວນີ້ຕື່ມ​ ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG