ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສຫລ ກ່າວວ່າ ການໂຈມຕີ ທາງອາກາດ ສັງຫານຜູ້ນຳ ຫົວຮຸນແຮງ ໃນ ໂຊມາເລຍ ແລະ ລີເບຍ


ຜູ້ນຳອະວຸໂສ ກຸ່ມກໍ່ຮ້າຍ ຖືກຂ້າຕາຍ ຈາກເຮືອບິນບໍ່ມີຄົນຂັບ ໃນ ໂຊມາເລຍ.
ຜູ້ນຳອະວຸໂສ ກຸ່ມກໍ່ຮ້າຍ ຖືກຂ້າຕາຍ ຈາກເຮືອບິນບໍ່ມີຄົນຂັບ ໃນ ໂຊມາເລຍ.

ກອງທັບ​ສະຫະລັດ າວໃນ​ວັນ​ຈັນ​ວານ​ນີ້​ວ່າ ການ​ໂຈມ​ຕີ​ທາງ
​ອາກາດ​ ຫວ່າງ​ມໍ່ໆ​ມາ​ນີ້ ​ໄດ້​ສັງຫານ​ຜູ້ນຳ​ຫົວ​ຮຸນ​ແຮງ​ສອງ​ຄົນ
ຢູ່​ໃນ​ອາຟຣິກາ.

​ໂຄສົກ​ທຳນຽບຫ້າ​ແຈ​ ຮ້ອຍເອກ Jeff Davis ກ່າວ​ວ່າ ການ​
ໂຈມ​ຕີ​ທາງ​ອາກາດ ​ໃນ​ວັນ​ທີ 2 ທັນ​ວາ ຢູ່​ໂຊ​ມາ​ເລຍ ​ໄດ້​ສັງ
”ຫານ ທ້າວ Abdiraham Sandhere ຜູ້ນຳ​ອາວຸ​ໂສ​ຄົນ​ໜຶ່ງ
ຂອງກຸ່ມ​ຫົວ​ຮຸນ​ແຮງ al-Shabab ​ແລະເພື່ອນ​ຮ່ວມງານ​ຂອງ
​ລາວສອງ​ຄົນ.

ທ່ານ Davis ກ່າວ​ວ່າ ການ​ເສຍ​ຊີວິດ​ຂອງ ທ້າວ Sandhere
ຊຶ່ງ​ຍັງ​ເປັນ​ທີ່ ຮູ້ກັນ​ໃນ​ອີກຊື່​ນຶ່ງ​ວ່າ “Ukash” ນັ້ນ ​ໄດ້​ສ້າງ​ຄວາ​ມ​ເສຍ​ຫາຍທີ່​ສຳຄັນ​ໃຫ້
​ແກ່ ກຸ່ມ al-Shabab.

ນອກ​ນັ້ນ ທຳນຽບຫ້​າ​ແຈ​ຍັງ​ກ່າວ​ວ່າ ສະຫະລັດ ​ໄດ້​ຢືນຢັນ​ວ່າ ການ​ໂຈມ​ຕີ​ທາງ​ອາກາດ ​ໃນ​ເດືອນ​ແລ້ວ​ນີ້ ​ໄດ້​ສັງຫານ ທ້າວ Abul Nabil ຫົວໜ້າກຸ່ມ​ຫົວ​ຮຸນແຮງ​ອິສລາມຢູ່​ໃນ
​ລີເບຍ.

​ທ່ານ Davis ກ່າວ​ວ່າ ທ້າວ Nabil ​ໄດ້​ເປັນ​ເປົ້າ​ໝາຍ​ໃນ​ວັນທີ 13 ເດືອນ​ພະຈິກ ​ໃນ​ການ
​ໂຈມ​ຕີໂດຍ​ເຮືອບິນ​ F-15 ທີ່ເມືອງ Derna.

ທ່ານ​ບໍ່​ໄດ້​ກ່າວ​ວ່າ ແມ່ນ​ເຮືອບິນ​ຊະ​ນິດ​ໃດ​ທີ່ໃຊ້​ໃນ​ການ​ໂຈມ​ຕີທາງ​ອາ​ກາດ ​ຢູ່​ໃນ​ໂຊ​ມາ​
ເລຍ ​ແຕ່​ສະຫະລັດ ມັກໃຊ້ ​ເຮືອບິນທີ່​ບໍ່ມີ​ຄົນ​ຂັບ ​ໃນ​ການ​ໂຈມຕີ ພວກ​ຜູ້ນຳກຸ່ມ al-Shabab.

ຫົວໜ້າ​ກຸ່​ມ​ມາເປັນ​ເວລາ​ດົນ​ນານ ທ່ານ Ahmed Abdi Godane ​ໄດ້​ຖືກ​ສັງຫານ ໃນ
​ການ​ໂຈມ​ຕີ​ຈາກ​ເຮືອບິນ​ບໍ່​ມີ​ຄົນ​ຂັບ​ຂອງສະຫະລັດ ​ໃນ​ເດືອນ​ກັນຍາ ປີ 2014.

XS
SM
MD
LG