ທຳນຽບຫ້າແຈກ່າວວ່າ ສະຫະລັດໂຈມຕີຄ້າຍເຝິກແອບ ຂອງກຸ່ມລັດອິສລາມສອງແຫ່ງ
ຢູ່ໃນເຢເມນ ແລະໄດ້ສັງຫານພວກນັກລົບລັດອິສລາມຫລາຍສິບຄົນ.ຄ້າຍເຝິກແອບນີ້
ຕັ້ງຢູ່ເຂດ al-Bayda ຂອງເຢເມນ.
ຖະແຫລງການຂອງທຳນຽບຫ້າແຈ ກ່າວວ່າ ກຸ່ມລັດອິສລາມ ໃຊ້ເຢເມນ ເປັນບ່ອນເຝິກ
ແອບ ພວກຫົວຮຸນແຮງ ເພື່ອທຳການໂຈມຕີກໍ່ການຮ້າຍດ້ວຍປືນກົນແລະເຄື່ອງຍິງ
ລະເບີດມື ແລະຍັງໄດ້ບັງຄືບໃຫ້ພວກນັກລົບທຳການເຝິກແອບທີ່ທໍລະຫົດອົດທົນ.
ຖະແຫຼງການຂອງທຳນຽບຫ້າແຈ ທີ່ເອີ້ນເຢເມນວ່າ ເປັນສູນກາງເຝິກແອບພວກກໍ່ການ
ຮ້າຍນັ້ນ ກ່າວວ່າ“ກຸ່ມລັດອິສລາມຫລື ISIS ໄດ້ໃຊ້ບ່ອນທີ່ລັດຖະບານ ບໍ່ໄດ້ຄວບຄຸມຢູ່
ໃນເຢເມນເປັນບ່ອນວາງແຜນ ອອກຄຳສັ່ງ ປຸກລະດົມ ສະໜັບສະໜຸນ ແລະເກັບເກນ ເພື່ອທຳການໂຈມຕີຕໍ່ຕ້ານອາເມຣິກາແລະບັນດາພັນທະ ມິດຢູ່ທົ່ວໂລກ.”
ພວກຫົວຮຸນແຮງອິສລາມ ຮວມທັງກຸ່ມລັດອິສລາມ ແລະ al-Qaida ໄດ້ຕັກ ຕວງເອົາ
ຜົນປະໂຫຍດໃນຄວາມວຸ້ນວາຍແລະການຂາດຜູ້ນຳຂອງເຢເມນ ເຂົ້າ ຍຶດເອົາພື້ນທີ່
ຊຶ່ງໄດ້ສ້າງຄວາມສິ້ນຫວັງເພີ້ມຕື່ມໃຫ້ຢູ່ໃນນຶ່ງຂອງບັນດາປະເທດທີ່ທຸກຈົນທີ່ສຸດຂອງ
ໂລກ. ຊາອຸດີທີ່ນຳພາການໂຈມຕີທາງອາກາດຕໍ່ພວກກະບົດ Houthi ທີ່ໜູນຫລັງໂດຍ
ອີຣ່ານ ໄດ້ສັງຫານພົນລະເຮືອນຫລາຍພັນຄົນ ແລະທຳລາຍຄຸ້ມຕ່າງໆ.
ອາຫານ ແລະຢາປົວພະຍາດແມ່ນຂາດແຄນຢ່າງຮ້າຍແຮງ ແລະປະເທດດັ່ງ ກ່າວນີ້
ຍັງປະເຊີນກັບການລະບາດຂອງໂຣກອະຫິວານຳດ້ວຍ.