ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການໂຈມຕີທາງອາກາດ ໃນອັຟການິສຖານ ທຳລາຍສະຖານີ ວິທະຍຸ ກຸ່ມລັດອິສລາມ


ເຈົ້າຂອງຮ້ານຂາຍເຄຶ່ອງຄົນໜຶ່ງ ກຳລັງຟັງ ວິທະຍຸ ລັດອິສລາມ ທີ່ເມືອງ Jalalabad ນະຄອນຫລວງຂອງແຂວງ Nangarhar, ອັຟກາສິສຖານ.
ເຈົ້າຂອງຮ້ານຂາຍເຄຶ່ອງຄົນໜຶ່ງ ກຳລັງຟັງ ວິທະຍຸ ລັດອິສລາມ ທີ່ເມືອງ Jalalabad ນະຄອນຫລວງຂອງແຂວງ Nangarhar, ອັຟກາສິສຖານ.

ບັນດາ​ເຈົ້າ​ໜ້າ​ທີ່ ອັຟກາ​ນິສຖານ ກ່າວ​ໃນ​ວັນ​ອັງຄານ​ມື້​ນີ້​ວ່າ
ການ​ປະຕິບັດ​ງານ​ໂຈມ​ຕີ​ທາງ​ອາກາດ ທີ່ສະໜັບສະໜູນ​ໂດຍ
ສະຫະລັດ ຢູ່​ໃນ​ເຂດ​ສອກຫລີກ ​ທາງ​ພາກ​ຕາ​ເວັນອອກທີ່​ວຸ້ນ
ວາຍ​ຂອງ​ປະ​ເທດ ​ໄດ້​ທຳລາຍ​ສະຖານີ​ວິທະ​ຍຸລັດ​ອິສລາມ
ພ້ອມ​ດ້ວຍການ​ຕິດ​ຕໍ່​ສື່ສານທາງ​ລະບົບ ​ອິນ​ເຕີ​ແນັດ ​ແລະ​
ສະຖານ​ທີ່​ສຳຄັນ​ອື່ນໆ.

ການ​ໂຈມ​ຕີ​ທາງ​ອາກາດ ​ຍັງ​ໄດ້​ສັງຫານພວກ​ນັກ​ລົບ​ອິສລາມ
29 ຄົນ ຮວມທັງ​ພະນັກງານ​ຫ້າ​ຄົນ ຂອງອັນ​ທີ່​ຮ້ອງ​ວ່າ “ສຽງ​
ຂອງລັດ​ອິສລາມ” ທີ່​ເປັນ​ວິທະຍຸຕັ້ງ​ຢູ່​ໃນແຂວງ Nangahar
ທີ່​ໂຄສົກ​ປະຈຳ​ແຂວງ​ ທ່ານ Attaullah Khogyani ກ່າວ​ຕໍ່
ວີ​ໂອ​ເອ ​ໃນ​ຂະນະ​ທີ່​ເປີດ​ເຜີຍ​ລາຍ​ລະ ອຽດ​ກ່ຽວ​ກັບ​ການ​ປະຕິບັດ​ງານ​ທາງ​ທະຫານໃນ​
ຕອນ​ທ່ຽງວັນ​ຈັນ​ວານ​ນີ້.

ທ່ານ​ກ່າວ​ວ່າ ການ​ໂຈມ​ຕີ​ໄດ້​ເກີດ​ຂື້ນ ທີ່ເມືອງ Achin ​ຊຶ່ງ​ເປັນເຂດ​ພູ ຜາ ບ່ອນ​ທີ່​ພວກ
ລັດອິສລາມ ​ໄດ້​ຕັ້ງ​ກອງ​ບັນຊາ​ການ ​ແລະ​ເປັນ​ບ່ອນ​ທີ່​ກຸ່ມ​ກໍ່​ການ​ຮ້າຍ ​ໄດ້ພະຍາຍາມ​
ຂະຫຍາຍ​ອິດ​ທິພົນ​ຂອງ​ຕົນ ​ແລະ​ໃຊ້ ​ເປັນ​ບ່ອນ​ໂຈມ​ຕີເຂດ​ອຶ່ນໆ​ ໃນອັຟກາ​ນິສຖານ.

ກະຊວງ​ປ້ອງ​ກັນ​ປະ​ເທດ ອັຟກາ​ນິສຖານ ໃຫ້ການ​ຢືນຢັນກ່ຽວ​ກັບ​ການ​ໂຈມ​ຕີ​ທາງ​
ອາກາດ​ດັ່ງກ່າວ ທີ່​ເຮັດ​ໃຫ້ການ​ສົ່ງ​ກະຈາຍສຽງຂອງ​ລັດ​ອິສ ລາມ ມິດ​ງຽບ​ໄປໂດຍ
​ທັນທີ.

ບັນດາ​ເຈົ້າ​ໜ້າທີ່ ​ແລະ​ປະຊາຊົນໃນແຂວງ Nangarhar ກ່າວ​ວ່າ ສະ ຖາ​ນີວິທະຍຸ FM
ຂອງລັດ​ອິສລາມ ​ໄດ້​ອອກ​ອາກາດ ​ລາຍ​ການສອງ​ຊົ່ວ​ໂມງ​ຕໍ່​ມື້ ​ເປັນ​ເວລາ​ສາມ​ເດືອນມາ
​ແລ​້ວ. ​ເຂົາ​ເຈົ້າ​ກ່າວ​ວ່າ ​ການ​ອອກ​ອາກາດ​ໄດ້​ຢຸດ​ລົງ​ນັບ​ແຕ່ຕອນ​ແລງວັນ​ຈັນ​ເປັນ​ຕົ້ນ​ມາ.

​ໂຄສົກ​ກອງທັບສະຫະລັດ ພັນເອກ Micheal Lawhorn ​ໄດ້​ຢືນຢັນ​ຕໍ່ວີ​ໂອ​ເອ ​ເຖິງ​ການ
​ປະຕິບັດ​ງານ ​ໂຈມ​ຕີ​ການ​ກຸ່ມ​ການ​ຮ້າຍ​ສອງ​ຄັ້ງໃນ​ເມືອງ Achin. ທ່ານ​ກ່າວ​ວ່າ “​ຍ້ອນ​
ເຫດຜົນ ໃນ​ດ້ານ​ຄວາມ​ປອດ​ໄພ​ສຳລັບການ​ປະຕິບັດ​ງານ ພວກ​ເຮົາຈຶ່ງ​ບໍ່​ສາມາດ​ສົນ
ທະນາ​ເຖິງ​ລາຍ​ລະ ອຽດ​ຂອງ​ການປະຕິບັດ​ງານຕໍ່​ຕ້ານ​ການ​ກໍ່​ການ​ຮ້າຍ.”

ສະຖານີ​ວິທະຍຸ IS ​ໄດ້​ສົ່ງຂໍ້ຄວາຜ່ານ​ທາງ tweeter ​ວ່າ “ສຽງ​ຂອງ Khilafah ຂອງ​ລັດ
​ອິສລາມ ປະຕິ​ເສດ​ຢ່າງ​ແຂງ​ຂັນ​ກ່ຽວ​ກັບ​ລາຍ​ງານ ຂອງ​ອຳນາດ​ການ​ປົກຄອງ​ຫຸ່ນ​ຢູ່
Kabul ທີ່​ກ່າວ​ວ່າ ວິທະຍຸ​ໄດ້​ຖືກ​ທຳ​ລາຍນັ້ນ.”

XS
SM
MD
LG