ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພວກພົນລະເຮືອນ ຢູ່ໃນເມືອງ ພາກັນຫລົບໜີ ຂະນະທີ່ການສູ້ລົບຍາດເອົາເມືອງ Manbij ສືບຕໍ່


ພາບມຸມໜຶ່ງ ສະແດງໃຫ້ເຫັນ ອັນທີ່ເຊື່ອກັນວ່າ ເປັນເສັ້ນທາງ ທີ່ພວກພົນລະເຮືອນ ນຳໃຊ້ເພື່ອເປັນຈຸດທາງອອກທີ່ປອດໄພ ສຳລັບ ພວກພົນລະເຮືອນ ທີ່ປະສົງຢາກອອກໄປຈາກເຂດ
ປົກຄອງຂອງພວກຕໍ່ຕ້ານລັດຖະບານ, ໃນເຂດ Bustan al-Qasr ຂອງ Aleppo, ປະເທດຊີເຣຍ ວັນທີ 29 ກໍລະກົດ 2016.
ພາບມຸມໜຶ່ງ ສະແດງໃຫ້ເຫັນ ອັນທີ່ເຊື່ອກັນວ່າ ເປັນເສັ້ນທາງ ທີ່ພວກພົນລະເຮືອນ ນຳໃຊ້ເພື່ອເປັນຈຸດທາງອອກທີ່ປອດໄພ ສຳລັບ ພວກພົນລະເຮືອນ ທີ່ປະສົງຢາກອອກໄປຈາກເຂດ ປົກຄອງຂອງພວກຕໍ່ຕ້ານລັດຖະບານ, ໃນເຂດ Bustan al-Qasr ຂອງ Aleppo, ປະເທດຊີເຣຍ ວັນທີ 29 ກໍລະກົດ 2016.

ອົງການຂ່າວຂອງທາງການຊີເຣຍ ລາຍງານວ່າ ຫຼາຍໆຄອບຄົວ ໄດ້ຫລົບໜີອອກຈາກ ເມືອງ Aleppo ທີ່ໄດ້ຖືກປິດລ້ອມ ຫຼັງຈາກກອງກຳລັງລັດຖະບານ ໄດ້ເປີດທາງໃຫ້ຜ່ານ ເພື່ອມະນຸສະທຳ. ເມືອງດັ່ງກ່າວ ໄດ້ຖືກຕັນບໍ່ໃຫ້ເຂົ້າອອກ ມາໄດ້ຫຼາຍສັບປະດາ ໃນຂະ ນະທີ່ກອງກຳລັງຊີເຣຍ ໄດ້ຖິ້ມລະເບີດໃສ່ເມືອງຢູ່ນັ້ນ. ບັນດາເຈົ້າໜ້າທີ່ ອົງການສະຫະ ປະຊາຊາດ ແລະ ກຸ່ມຊ່ອຍເຫຼືອຕ່າງໆ ໄດ້ຮຽກຮ້ອງ ລັດຖະບານຊີເຣຍ ໃຫ້ເປີດພວກເສັ້ນ ທາງເຂົ້າໄປຫາເມືອງ ເພື່ອນຳສົ່ງການຊ່ອຍເຫຼື່ອຕ່າງໆ ແລະເຕື່ອນວ່າ ພວກພົນລະເມືອງ ທີ່ຄາດຄະເນວ່າ ມີ 300,000 ຄົນ ກຳລັງປະເຊີນກັບການຂາດແຄນອາຫານ ຢ່າງຮ້າຍແຮງ.

ໃນຂະນະດຽວກັນ ກຳລັງປະສົມທີ່ນຳພາໂດຍສະຫະລັດ ກຳລັງສູ້ລົບຕົບຕີ ກັບກອງກຳ ລັງ ລັດອິສລາມ ຊຶ່ງໄດ້ມີລາຍງານວ່າ ການໂຈມຕີທາງອາກາດ ຕື່ມອີກຕໍ່ເປົ້າໝາຍ ທີ່ ສຳຄັນ ຢູ່ນອກເມືອງ Aleppo ບ່ອນທີ່ພວກຫົວຮຸນແຮງໄດ້ຕໍ່ສູ້ເພື່ອທີ່ຈະຮັກສາໄວ້ ການ ຄວບຄຸມຕົວເມືອງນັ້ນ.

ປະຊາຊົນຊີເຣຍ ລຽນແຖວເອົາເຂົ້າຈີ່ ໃນເຂດປົກຄອງຂອງພວກຕໍ່ຕ້ານລັດຖະບານ ຄຸ້ມ al-Shaar ຂອງເມືອງ Aleppo, ປະເທດຊີເຣຍ, ວັນທີ 14 ກໍລະກົດ 2016.
ປະຊາຊົນຊີເຣຍ ລຽນແຖວເອົາເຂົ້າຈີ່ ໃນເຂດປົກຄອງຂອງພວກຕໍ່ຕ້ານລັດຖະບານ ຄຸ້ມ al-Shaar ຂອງເມືອງ Aleppo, ປະເທດຊີເຣຍ, ວັນທີ 14 ກໍລະກົດ 2016.

ທະຫານສະຫະລັດ ໄດ້ລາຍງານວ່າ ການໂຈມຕີທາງອາກາດ 11 ຖ້ຽວ ຢູ່ໃກ້ໆກັບເມືອງ Manbij ຂອງຊີເຣຍ ທີ່ແນເປົ້າໝາຍໃສ່ ໜ່ວຍຍຸດທະສາດ ແລະ ທີ່ໝັ້ນຕ່າງໆ ຂອງ ກຸ່ມລັດອິສລາມ. ກອງກຳລັງປະສົມ ຍັງໄດ້ລາຍງານວ່າ ໃນຈຳນວນ 9 ຖ້ຽວ ຂອງການ ໂຈມຕີທາງອາກາດ ຕໍ່ຕ້ານກຸ່ມລັດອິສລາມ ນັ້ນ ແມ່ນແນໃສ່ເປົາໝາຍ ຢູ່ໃນອີຣັກ.

ນັກລົບ ກຳລັງເພື່ອປະຊາທິປະໄຕຂອງຊີເຣຍ ກຳລັງປະທະກັບພວກຫົວຮຸນແຮງ ລັດອິສລາມ ໃນລະຫວ່າງ ການຕໍ່ສູ້ຢູ່ຕາມທ້ອງຖະໜົນ ໃນເມືອງ Manbij. (ພາບຖ່າຍໂດຍ M. Bali/VOA)
ນັກລົບ ກຳລັງເພື່ອປະຊາທິປະໄຕຂອງຊີເຣຍ ກຳລັງປະທະກັບພວກຫົວຮຸນແຮງ ລັດອິສລາມ ໃນລະຫວ່າງ ການຕໍ່ສູ້ຢູ່ຕາມທ້ອງຖະໜົນ ໃນເມືອງ Manbij. (ພາບຖ່າຍໂດຍ M. Bali/VOA)

ວີໂອເອ ພະແນກພາສາເຄີດ ລາຍງານວ່າ ການສູ້ລົບຢູ່ໃນຕົວເມືອງຂອງ Manbij ແມ່ນ ຍັງສືບຕໍ່ ທ່າມກາງ ການໂຈມຕີທາງອາກາດ. ກຸ່ມທະຫານບ້ານ ຕໍ່ຕ້ານລັດອິສລາມ ກໍສູ້ ລົບ ກັບພວກຫົວຮຸນແຮງ ຢູ່ໃນເມືອງ ຕາມຖະໜົນຫົນທາງແຕ່ລະສາຍ ຂະນະທີ່ກອງກຳ ລັງປະສົມ ຮັດແຄບວົງອ້ອມທີ່ໝັ້ນຂອງກຸ່ມລັດອິສລາມໃນໃຈກາງເມືອງ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

US-backed Forces Close to Controlling Key Area Despite IS Resistance
please wait

No media source currently available

0:00 0:01:00 0:00

XS
SM
MD
LG