ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການ​ໂຈມ​ຕີ​ທາງ​ອາ​ກາດ​ຂອງ​ສະ​ຫະ​ລັດ ໃສ່​ຄ້າຍ​ກຸ່ມ​ເຄືອ​ຂ່າຍ​ຂອງ​ອີ​ຣ່ານ ໃນປະ​ເທດ​ຊີ​ເຣຍ


ແຟ​້ມ - ແຜນ​ທີ່​ພາກ​ຕາ​ເວັນ​ອອກ​ຂອງ​ຊີ​ເຣຍ
ແຟ​້ມ - ແຜນ​ທີ່​ພາກ​ຕາ​ເວັນ​ອອກ​ຂອງ​ຊີ​ເຣຍ

ກອງ​ທັບ​ສະ​ຫະ​ລັດ ກ່າວ​ໃນ​ຕອນ​ແລງ​ຂອງວັນ​ອັງ​ຄານ​ວານນີ້ວ່າ ​ກຳ​ລັງ​ຂອງ​ຕົນ​ໄດ້​ທຳ​ການ​ໂຈມ​ຕີ​ທາງ​ອາ​ກາດ ຢູ່​ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ຊີ​ເຣຍທີ່​ແນ​ເປົ້າໝາຍ​ໃສ່ “ສະ​ຖານ​ທີ່ພື້ນ​ຖານ​ໂຄງ​ລ່າງ ​ຊຶ່ງຖືກ​ນຳ​ໃຊ້​ໂດຍ​ກຸ່ມ​ຕ່າງໆ​ທີ່​ເປັນ​ເຄືອ​ຂ່າຍກຳ​ລັງ​ພິ​ທັກ​ປະ​ຕິ​ວັດ​ອິ​ສ​ລາມ​ຂອງ​ອີ​ຣ່ານ.”

ຖະ​ແຫຼງ​ການ​ຂອງຜູ້​ອຳ​ນວຍ​ການ​ດ້ານ​ສື່​ສານ​ຄົມ​ມະ​ນາ​ຄົມ​ຂອງກອງ​ບັນ​ຊາ​ການ​ກຳ​ລັງ​ສະ​ຫະ​ລັດ​ໃນ​ພາກ​ຕາ​ເວັນ​ອອກ​ກາງ​ຫຼື​ Centcom ​ພັນ​ເອກ​ໂຈ ບັກ​ຊີ​ໂນ (Joe Buccino) ກ່າວ​ວ່າ ປະ​ທາ​ນາ​ທິ​ບໍ​ດີ​ໂຈ ໄບເດັນ ໄດ້​ໃຫ້​ການ​ອະ​ນຸ​ມັດ​ຕໍ່​ການ​ໂຈມ​ຕີ​ທີ່​ເມືອງ​ເດຍ​ແອ​ລ​ຊົວ (Deir el-Zour) ແລະ​ການ​ປະ​ຕິ​ບັດ​ງານ​ດັ່​ງ​ກ່າວນີ້​ແມ່ນ​ແນ​ໃສ່​ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ມີ​ການ​ໂຈມ​ຕີ​ຂອງ​ກຸ່ມ ທີ່​ໄດ້​ຮັບ​ການ​ໜຸນ​ຫຼັງ​ຈາກ​ອີ​ຣ່ານ ຕໍ່​ເຈົ້າ​ໜ້າ​ທີ່​ສະ​ຫະ​ລັດ.

ພັກ​ບັກ​ຊີ​ໂນ ກ່າວ​ວ່າ “ການ​ປ​ະ​ຕິ​ບັດ​ງານ​ໃນ​ມື້ນີ້ ແມ່ນ​ມີ​ຄວາມ​ຈຳ​ເປັນ​ເພື່ອ​ໃຫ້​ການ​ປົກ​ປ້ອງ​ຄຸ້ມ​ຄອງ ແລະ​ປ້ອງ​ກັນ​ພະ​ນັກ​ງານ​ຂອງ​ສະ​ຫະ​ລັດ. ສະ​ຫະ​ລັດ​ໄດ້​ເອົາ​ມາດ​ຕະ​ການ​ທີ່​ເໝາະ​ສົມ ຮອບ​ຄອບ ທີ່​ແນ​ໃສ່​ເພື່ອ​ຈຳ​ກັດ​ຄວາມ​ສ່ຽງ​ໃນ​ການ​ທີ່​ຈະ​ເພີ້ມ​ທະ​ວີ​ຄວາມ​ເຄັ່ງ​ຕຶງ ແລະ​ເຮັດ​ໃຫ້​ມີ​ຄວາມ​ສ່ຽງ​ຕໍ່​ການ​ບາດ​ເຈັບ​ລົ້ມ​ຕາຍ​ໜ້ອຍ​ທີ່​ສຸດ.

ຖະ​ແຫຼງ​ການ​ສະ​ບັບ​ນີ້ ໄດ້​ກ່າວ​ອ້າງ​ເຖິງ​ການ​ໂຈມ​ຕີ​ເມື່ອ​ວັນ​ທີ 15 ສິງ​ຫາ​ຢູ່​ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ຊີ​ເຣຍ ທີ່​ສະ​ຫະ​ລັດ​ກ່າວ​ວ່າ ພົວ​ພັນ​ກັບ​ການ​ໂຈມ​ຕີ​ໂດຍ​ເຮືອ​ບິນ​ບໍ່​ມີ​ຄົນ​ຂັບ ໃສ່​ຄ້າຍ​ແຫ່ງ​ນຶ່ງ​ຂອງ​ທະ​ຫານ​ສະ​ຫະ​ລັດ ແລະ​ພວກ​ນັກ​ລົບພັກ​ຝ່າຍ​ຄ້ານຊີ​ເຣຍ​ທີ່​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜຸນ​ຈາກ​ສະ​ຫະ​ລັດ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG