ຜູ້ປົກຄອງແຂວງ ຂອງກຸ່ມຫົວຮຸນແຮງ ລັດອິສລາມ ຢູ່ໃນ ອັຟການິສຖານ ໄດ້ຖືກສັງ
ຫານ ໃນການໂຈມຕີທາງອາກາດ ຂອງສະຫະລັດ ຢູ່ແຂວງ Kunar ທາງພາກຕາເວັນ
ອອກ ຂອງປະເທດ ຊຶ່ງທາງ ບັນດາເຈົ້າໜ້າທີ່ ກອງທັບສະຫະລັດ ກໍໄດ້ຢືນຢັນ ໃນວັນ
ອາທິດວານນີ້.
ກຳລັງສະຫະລັດ ໃນອັຟການິສຖານ ໄດ້ກ່າວໃນຖະແຫລງການສະບັບນຶ່ງ ວ່າ “ກຳລັງ
ສະຫະລັດ ແລະ ອັຟການິສຖານ ໄດ້ຢືນຢັນ ການເສຍຊີວິດຂອງ ທ້າວ Abdul
Rahman ຫົວໜ້າ ກຸ່ມລັດອິສລາມ ແຂວງ Kunar ຂອງອີຣັກ ແລະ ກຸ່ມ Khorasan
ລັດອິສລາມ ຂອງຊີເຣຍ ຫຼື ISIS-K.”
ຖະແຫລງການນີ້ ຍັງໄດ້ກ່າວຕື່ມວ່າ ທ້າວ Rahman ໄດ້ຖືກສັງຫານພ້ອມກັນກັບ
ສະມາຊິກ ອາວຸໂສ ຂອງກຸ່ມລັດອິສລາມ ອີກ 3 ຄົນ ໃນວັນພະຫັດຜ່ານມານີ້ ໃນເມືອງ
Dara-e-Pech ຂອງແຂວງ Kunar.
ທ້າວ Abdul Rahman ມີທ່າທາງວ່າ ຈະຖືກຄັດເລືອກ ໃຫ້ເປັນຜູ້ນຳຂອງກຸ່ມລັດ
ອິສລາມ ໃນອັຟການິສຖານ ຫຼັງຈາກ ການເສຍຊີວິດ ຂອງທ້າວ Abu Sayed ໃນ
ການໂຈມຕີທາງອາກາດ ເມື່ອເດືອນແລ້ວນີ້ ຂອງສະຫະລັດ.
“ການຕາຍຂອງທ້າວ Abdul Rahman ຍັງໄດ້ທຳລາຍການນຳຂັ້ນອາວຸໂສຂອງ
ກຸ່ມ ISIS-K ຕື່ມອີກ” ອີງຕາມການກ່າວ ຂອງນາຍພົນ John Nicholson ຜູ້ບັນ
ຊາການ ຂອງກຳລັງສະຫະລັດ ໃນອັຟການິສຖານ. ທ່ານກ່າວຕື່ມວ່າ “ຜູ້ກ່ຽວໄດ້
ຮຽນຮູ້ຄືກັນກັບພວກຄົນອື່ນໆກ່ອນລາວ ວ່າ ບໍ່ມີບ່ອນຫລົບລີ້ໃດທີ່ປອດໄພ ຢູ່ໃນ
ອັຟການິສຖານ.”
ກຳລັງ ສະຫະລັດ ແລະ ອັຟການິສຖານ ໄດ້ພົວພັນ ຮ່ວມກັນ ໃນພາລະກິດ ຕໍ່ຕ້ານ
ການກໍ່ການຮ້າຍ ກຸ່ມລັດອິສລາມ ໃນພາກຕາເວັນອອກ ຂອງອັຟການິສຖານ.
ກອງກຳລັງທະຫານ ຂອງອາເມຣິກາ ແລະ ອັຟການິສຖານ ໄດ້ສັນຍາວ່າ ຈະກຳຈັດ
ກຸ່ມລັດອິສລາມ ໃນອັຟການິສຖານ ພາຍໃນປີ 2017.
ພວກນັກລົບ ຂອງກຸ່ມລັດອິສລາມ ຫຼາຍຮ້ອຍຄົນ ລວມທັງພວກຜູ້ບັນຊາການຂັ້ນ
ອາວຸໂສ ຈຳນວນນຶ່ງ ໄດ້ຖືກສັງຫານເມື່ອສອງສາມເດືອນບໍ່ດົນມານີ້.
ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ