ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ກຳລັງ ພະຍາຍາມ ພິສູດ ຜູ້ນຳຄົນສຳຄັນ ຂອງພວກ IS ຖືກຂ້າຕາຍ ໃນການໂຈມຕີ ທາງອາກາດ


ທ້າວ Tarkhan Batirashvili, ຫຼື ທ້າວ Omar ແຫ່ງ Chechenya, ແມ່ນຜູ້ບັນຊາການທະຫານ ລັດອິສລາມ ທີ່ມີຄວາມອາວຸໂສທີ່ສຸດຄົນໜຶ່ງ ແລະ ກໍເປັນອະດີດສິບເອກ ໃນທະຫານບົກປະເທດ ຈໍເຈຍ.
ທ້າວ Tarkhan Batirashvili, ຫຼື ທ້າວ Omar ແຫ່ງ Chechenya, ແມ່ນຜູ້ບັນຊາການທະຫານ ລັດອິສລາມ ທີ່ມີຄວາມອາວຸໂສທີ່ສຸດຄົນໜຶ່ງ ແລະ ກໍເປັນອະດີດສິບເອກ ໃນທະຫານບົກປະເທດ ຈໍເຈຍ.

ສະຫະລັດ ແມ່ນກຳລັງພະຍາຍາມທີ່ຈະລົງ​ຄວາມ​ເຫັນວ່າ ການ ໂຈມຕີທາງອາກາດໃນ ຊີເຣຍ ​ເມື່ອ​ອາທິດ​ແລ້ວນີ້ ໄດ້ສັງຫານຫົວ ໜ້າລະດັບສູງຂອງພວກລັດອິສລາມ ຫຼື ບໍ່?

ໂຄສົກທຳນຽບຫ້າແຈ ທ່ານ Peter Cook ໄດ້ກ່າວວ່າ ການໂຈມ ຕີຂອງພັນທະມິດ ໃນວັນສຸກທີ່ຜ່ານມາ ຢູ່ໃກ້ກັບເມືອງ al-Shaddadi, ໄດ້ແນເປົ້າໃສ່ທ້າວ Tarkhan Batirashvili ທີ່ຮູ້ ຈັກໃນອີກຊື່ໜຶ່ງວ່າ Abu Omar al-Shishani ຫຼຶື ທ້າວ Omar ແຫ່ງ Chechenya.”

ທ່ານ Cook ໄດ້ກ່າວຕື່ມວ່າ “ໃນເວລາທີ່ມີການໂຈມຕີຄັ້ງນີ້, ທ້າວ Batirashvili ໄດ້ ຖືກສົ່ງໄປເມືອງ al-Shaddadi ເພື່ອສະໜັບສະໜູນພວກນັກຮົບ ISIL ຫຼັງຈາກໄດ້ ເສຍໄຊຫຼາຍຄັ້ງ ໃຫ້ກັບກອງກຳລັງທ້ອງຖິ່ນທີ່ພວກເຮົາສະໜັບສະໜູນ, ​ເພື່ອຕັດ ການປະຕິບັດການຂອງພວກ ISIL ຈາກເຂດຊາຍແດນ ຊີເຣຍ ທີ່​ຕິດ​ກັບ ອີຣັກ.”

ໃນຕອນເຊົ້າຂອງວັນດັ່ງກ່າວ, ເຈົ້າໜ້າທີ່ຄົນໜຶ່ງໄດ້ກ່າວຕໍ່ວີໂອເອໂດຍຂໍບໍ່ອອກຊື່ວ່າ ຜູ້ບັນຊາການຂອງພວກລັດອິສລາມຄົນນີ້ ເຊື່ອວ່າໄດ້ຢູ່ໃນບໍລິເວນດັ່ງກ່າວ ເພື່ອຊັ່ງຊາ​ເບິ່ງ​ຄວາມ​ເຂັ້ມ​ແຂງ​ກອງກຳລັງຂອງລາວ ແລະ ພະຍາຍາທີ່ຈະໃຫ້ກຳລັງໃຈແກ່ພວກ ເຂົາ. ຫຼັງຈາກໄດ້ຖືກຍຶດເຂດແດນທີ່ສຳຄັນໄປໂດຍກອງກຳລັງປະຊາທິປະໄຕ ຊີເຣຍ ທີ່ໜູນຫຼັງໂດຍ ສະຫະລັດ.

ນັກຮົບລັດອິສລາມຫຼາຍເຖິງ 12 ຄົນໄດ້ເສຍຊີວິດໃນການໂຈມຕີ ອີງຕາມຄຳ​ເວົ້າຂອງ ເຈົ້າໜ້າທີ່.

ໂທລະພາບ CNN ໄດ້ເປັນຜູ້ທຳອິດ ທີ່ລາຍງານຂ່າວ ກ່ຽວກັບ ການໂຈມຕີ, ເຊິ່ງເຈົ້າ ໜ້າທີ່ ສະຫະລັດ ກ່າວວ່າ ພວກເຂົາເຈົ້າໄດ້ໃຊ້ເຮືອ ບິນທີ່ມີຄົນຂັບ ແລະ ບໍ່ມີຄົນຂັບ ທຳການໂຈມ ຕີຫຼາຍຮອບ. ແຕ່ມັນບໍ່ມີລາຍງານທີ່ສະເໜີໃຫ້ຮູ້ ກ່ຽວກັບ ຈຳນວນຜູ້ເສຍ ຊີວິດ ແລະ ບາດເຈັບຂອງພົນລະເຮືອນ.

ສະຫະລັດ ໄດ້ຕັ້ງຄ່າຫົວ 5 ລ້ານໂດລາໃສ່ຜູ້ນຳຂອງພວກ ລັດອິສລາມຄົນ​ນີ້ ແລະ ກ່າວວ່າ ລາວ “ໄດ້ປະສານງານຢ່າງໃກ້ຊິດ” ກັບຝ່າຍການເງິນຂອງ ລັດອິສລາມ.

ທ້າວ Batirashvili ແມ່ນຄົນ ຈໍເຈຍ ທີ່ຕັ້ງຖິ່ນຖານຢູ່ໃນ ຊີເຣຍ, ເປັນຜູ້ທີ່ມີຕຳແໜ່ງຂັ້ນສູງ ຂອງ ລັດອິສລາມ, ລວມທັງຕຳແໜ່ງລັດຖະມົນຕີ ສົງຄາມ. ທ່ານ Cook ໄດ້ກ່າວ ວ່າ “ທ້າວ ໂອມາ ແຫ່ງ Chechenya” ໄດ້ຖືກລະບຸ​ວ່າ ​ເປັນຜູ້ບັນຊາການທະຫານຢູ່ໃນ ວິດີໂອທີ່ນຳ ເຜີຍແຜ່ໂດຍພວກ ລັດອິສລາມ.

XS
SM
MD
LG