ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການໂຈມຕີ ຂອງ ສຫລ ສັງຫານ ຜູ້ກໍ່ການຮ້າຍ 27 ຄົນ ຢູ່ພາກເໜືອ ໂຊມາເລຍ


ການ​ໂຈມຕີ​ທາງ​ອາກາດຢູ່​ພາກ​ເໜືອ​ຂອງ​ໂຊ​ມາເລຍ​ໃນ​ວັນ​ເສົາ​ທີ່​ຜ່ານ​ມາ​ໄດ້​ສັງຫານ
ພວກ​ຫົ​ວຮຸນ​ແຮງອາລ-ຊາ​ບັບ 27 ຄົນ, ອີງຕາມຄໍາເວົ້າຂອງ​ກອງບັນຊາ​ການ​ສະຫະ
ລັດສໍາລັບ​ເຂດ​ອາ​ຟຣິກາ.

ກອງບັນຊາ​ການດັ່ງກ່າວຂຽນຂໍ້​ຄວາມຂຽນລົງ​ທາງ​ທວິດ​ເຕີ​ໃ​ນວັນ​ຈັນ​ວານ​ນີີ້ ໂດຍກ່າວ
​ວ່າ ການ​ໂຈມ​ຕີຢູ່​ໃກ້​ກັບ​ເມືອງ​ບັສຊາ​ໂຊ ຢູ່ໃນເຂດ​ເຄິ່ງປົກຄອງ​ຕົນ​ເອງໃນ​ລັດ​ພຸ​ນ​ແລນ ​ໄດ້ດໍາເນີນໄປໂດຍມີ​ການ​ປະສານ​ງານ​ກັບ​ລັດຖະບານ​ໂຊ​ມາເລຍ.

ບັນດາ​ຜູ້​ບັນຊາ​ການຂອງ​ສະຫະລັດ​ກ່າວ​ວ່າ ບໍ່​ມີ​ພົນລະ​ເຮືອນຄົນໃດ​ເສຍ​ຊີວິດ.

ຜູ້​ບັນຊາ​ການ​ກ່າວ​ວ່າ “ກຳລັງ​ທະຫານ​ສະຫະລັດ​ຈະສືບຕໍ່ໃຊ້ມາດ​ຕະການ ທີ່ໄດ້ຮັບ
ອະນຸຍາດ​ແລະ​ເໝາະ​ສົມ ​ເພື່ອ​ປ້ອງ​ກັນພົນລະເມືອງ​ອາ​ເມຣິກັນ ​ແລະ​ທຳລາຍ​ການ​ຂົ່ມ
ຂູ່​ຂອງ​ພວກ​ກໍ່​ການ​ຮ້າຍໃຫ້ໝົດໄປ.”

ບັນດາ​ເປົ້າ​ໝາຍ​ຕ່າງໆ ລວມມີຄ້າ​ຍ​ເຝິກ​ແອບທະຫານຂອງພວກ​ກໍ່​ການ​ຮ້າຍ ​ແລະ​ບ່ອນ
​ລີ້​ຊ່ອນທີ່​ປອດ​ໄພ​ຢູ່​ທົ່ວ​ໂຊ​ມາເລຍ ​ແລະ​ໃນ​ຂົງ​ເຂດ.

ການ​ໂຈມ​ຕີ​ທາງ​ອາກາດອີກບັ້ນນຶ່ງ ກໍ​ໄດ້​ສັງຫານ​ພວກ​ຫົວ​ຮຸ່ນ​ແຮງ​ອາລ-ຊາ​ບັບ 12 ຄົນ
​ໃນ​ວັນ​ພະຫັດ​ແລ້ວ​ນີ້ ຢູ່​ທາງ​ພາກ​ໃຕ້​ຂອງ​ນະຄອນໂມ​ກາ​ດິສຊູ.

ການ​ໂຈມ​ຕີໃນ​ວັນ​ເສົາ​ທີ່​ຜ່ານ​ມາ ​ເກີດ​ຂຶ້ນ​ຫຼັງ​ຈາກ​ພວກ​ຫົວ​ຮຸນ​ແຮງ​ຈັດ​ອາລ-ຊາ​ບັບ ໄດ້​
ໂຈມ​ຕີຄ້າຍ​ທະຫານ​ແຫ່ງ​ນຶ່ງ​ໃນ​ເມືອງ​ພຸ​ນ​ແລນ ທີ່ອ້າງ​ວ່າ​ໄດ້ເຮັດໃຫ້​ທະຫານ​ຫ້າ​ຄົນ
ເສຍຊີວິດ, 7 ຄົນໄດ້ຮັບ​ບາດ​ເຈັບ, ​ແລະໄດ້​ທຳ​ລາຍອຸ​ບປະ ກອນທາງ​ທະຫານຂອງ​
ໂຊ​ມາເລຍ.

ກຸ່ມອາລ-ຊາ​ບັບທີ່ ອາລ-​ໄຄ​ດາ ທີ່​ເປັນພັນທະມິດ​ຂອງເຄືອຂ່າຍອາລ-​ໄຄ​ດາ ກຳລັງ​ສູ້​
ລົບເພື່ອ​ໂຄນ​ລົ້ມ​ລັດຖະບານ​ໂຊ​ມາເລຍ ທີ່ໄດ້ຮັບການ​ໜູນ​ຫຼັງຈາກບັນດາ​ປະ​ເທດ​ຕາ​ເວັນ
​ຕົກ. ​ກຸ່ມດັ່ງກ່າວ​ຖືກຕໍາໜິວ່າໄດ້ທໍາການ​ໂຈມ​ຕີແບບ​ກໍ່​ການ​ຮ້າຍ​ນັບ​ເທື່ອ​ບໍ່​ໄດ້ ຊຶ່ງລວມ
ທັງ ​ການວາງ​ລ​ະ​ເບີດ​ຕິດໄວ້ຢູ່ໃນ​ລົດ​ບັນ​ໃນ​ເດືອນ​ຕຸລາ​ປີ​ກາຍ​ນີ້ ຢູ່ໃນ​ນະຄອນ​ໂມ​ກາ​ດິສ
ຊູ ທີ່​ໄດ້​ສັງຫານຫລາຍ​ກວ່າ 500 ຄົນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG