ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການ​ໂຈມ​ຕີ​ທາງ​ອາກາດ​ບັ້ນ​ໃໝ່ ຂອງ​ສະ​ຫະ​ລັດ ໄດ້​ສັງ​ຫານ​ນັກ​ລົບ ​ຂອງກຸ່ມອາ​ລ-ຊາ​ບັບ ທີ່​ເປັນ​ພວກ​ຫົວ​ຮຸນ​ແຮງ​ໃນ​ໂຊ​ມາ​ເລຍ


ນັກ​ລົບ​ຂອງ​ກຸ່ມ Al-Shabab's ​ໃນ​ໂຊ​ມາ​ເລຍ
ນັກ​ລົບ​ຂອງ​ກຸ່ມ Al-Shabab's ​ໃນ​ໂຊ​ມາ​ເລຍ

ກອງທັບ​ສະຫະລັດ​ກ່າວ​ວ່າ ຕົນ​ໄດ້​ທໍາ​ການ​ໂຈມ​ຕີ​ທາງ​ອາ ກາດ​ບັ້ນ​ໃໝ່ 3 ຄັ້ງ ​ຕໍ່​ພວກ​ນັກ​ລົບ​ກຸ່ມອາ​ລ-ຊາ​ບັບ​ໃນ​ໂຊ​ມາ​ເລຍ​ເຮັດ​ໃຫ້​ພວກ​ຫົວ​ຮຸນ​ແຮງ 10 ຄົນ​ເສຍ​ຊີວິດ​ໃນເວ​ລາ​ຂ້າມ​ຄືນ.

ການ​ໂຈມ​ຕີ​ທາງ​ອາ​ກາດ "ເພື່ອການ​ປ້ອງ​ກັນ​ຕົວ​ລວມໝູ່" ໄດ້​ດຳ​ເນີນ​ໄປ​ເພື່ອ​ສະ​ໜັບ​ສະ​ໜູນ​ກອງ​ທັບ​ແຫ່ງ​ຊາດ​ໂຊ​ມາ​ລີ ທີ່​ສູ້ລົບກັນ​ກັບກຸ່ມ​ອາ​ລ-ຊາ​ບັບ, ນັ້ນ​ຄື​ຄຳ​ເວົ້າ​ຂອງກອງ​ບັນ​ຊາ​ການໃນ​ເຂດ​ອາ​ຟ​ຣິ​ກາ ທີ່​ຮູ້​ຈັກ​ກັນ​ໃນ​ນາມ AFRICOM ທີ່ກ່າວຢູ່​ໃນ​ຖະ​ແຫຼງ​ການສະ​ບັບ​ນຶ່ງ.

AFRICOM ກ່າວວ່າ ການໂຈມຕີດັ່ງກ່າວ ມີຂຶ້ນຕາມຄຳຮ້ອງຂໍຂອງລັດຖະບານ ກາງຂອງໂຊມາເລຍ ຢູ່ໃນເຂດຫ່າງໄກສອກຫຼີກ ໃກ້ກັບເມືອງອັ​ຟ​ມາ​ໂດວ (Afmadow) ໃນເຂດຈູ​ບາຕອນ​ລຸ່ມ ທີ່​ຕັ້ງ​ຢູ່ປະມານ 105 ກິໂລແມັດ ໄປທາງທິດເໜືອຂອງເມືອງຄິ​ສ​ມາ​ໂຢ (Kismayo).


"ໃນການເຮັດວຽກຮ່ວມກັນກັບກອງທັບແຫ່ງຊາດໂຊມາເລຍ ຕາມການປະເມີນ ເບື້ອງຕົ້ນຂອງກອງບັນຊາການເຂດອາຟຣິກາຂອງສະຫະລັດກໍແມ່ນວ່າ ການ ໂຈມຕີທາງອາກາດຂອງສະຫະລັດ ເຮັດໃຫ້ຜູ້ກໍ່ການຮ້າຍອາ​ລ-ຊາ​ບັບ 10 ຄົນເສຍຊີວິດ ແລະບໍ່ມີພົນລະເຮືອນໄດ້ຮັບບາດເຈັບ ຫຼືເສຍຊີວິດ," ຕາມທີ່​ອ່ານຖະແຫຼງການນັ້ນ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG