ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການ​ໂຈມ​ຕີ​ທາງ​ອາ​ກາດ​ຂອງ​ ສ​ຫລ ສັງ​ຫານ​ຜູ້​ນຳ​ກຸ່ມ​ລັດ​ອິ​ສ​ລາມ ໃນ​ຊີ​ເຣຍ ກອງ​ບັນ​ຊາ​ການ​ກຳ​ລັງ​ສະ​ຫະ​ລັດ ໃນ​ພາກ​ຕາ​ເວັນ​ອອກ​ກາງ​ກ່າວ


​ໃນ​ຮູບ​ພາບ​ຈາກວີ​ດີ​ໂອ ທີ່​ນຳ​ອອກ​ເຜີຍ​ແຜ່​ໂດຍກອງ​ທັບ​ອາ​ກາດ​ສະ​ຫະ​ລັດ ເຮືອ​ບິນ​ລົບ​ຣັດ​ເຊຍ SU-34 ແລະ​ເຮືອ​ບິນ​ລົບ SU-35 ​ພວມ​ຍິງ​ພຸ ໃສ່​ເສັ້ນ​ທາງ​ບິນ ຂອງ​ໂດ​ຣນກອງ​ທັບ​ອາ​ກາດ MQ-9 Reaper ທີ່​ຢູ່​ທາງ​ຂ້າງ​ຊ້າຍ​ຕ່ຳ​ລົງ​ມາ ເມື່ອ​ວັນ​ທີ 6 ກໍ​ລະ​ກົດ 2023 ເໜືອ​ທ້ອງ​ຟ້າຊີ​ເຣຍ.
​ໃນ​ຮູບ​ພາບ​ຈາກວີ​ດີ​ໂອ ທີ່​ນຳ​ອອກ​ເຜີຍ​ແຜ່​ໂດຍກອງ​ທັບ​ອາ​ກາດ​ສະ​ຫະ​ລັດ ເຮືອ​ບິນ​ລົບ​ຣັດ​ເຊຍ SU-34 ແລະ​ເຮືອ​ບິນ​ລົບ SU-35 ​ພວມ​ຍິງ​ພຸ ໃສ່​ເສັ້ນ​ທາງ​ບິນ ຂອງ​ໂດ​ຣນກອງ​ທັບ​ອາ​ກາດ MQ-9 Reaper ທີ່​ຢູ່​ທາງ​ຂ້າງ​ຊ້າຍ​ຕ່ຳ​ລົງ​ມາ ເມື່ອ​ວັນ​ທີ 6 ກໍ​ລະ​ກົດ 2023 ເໜືອ​ທ້ອງ​ຟ້າຊີ​ເຣຍ.

ການ​ໂຈມ​ຕີ​ທາງ​ອາ​ກາດ​ຂອງ​ສະ​ຫະ​ລັດ ​ໄດ້​ສັງ​ຫານ​ຜູ້​ນຳ​ຂອງ​ກຸ່ມ​ລັດ​ອິ​ສ​ລາ​ມ​ໃນພາກ​ຕາ​ເວັນ​ອອກ​ຂອງ​ຊີ​ເຣຍ ກອງ​ບັນ​ຊາ​ການ​ກຳ​ລັງ​ສະ​ຫະ​ລັດ​ໃນ​ພາກ​ຕາ​ເວັນ​ອອກ​ກາງ ກ່າວ​ໃນ​ວັນ​ອາ​ທິດ​ວານນີ້.

ຖະ​ແຫຼງ​ຂອງກອງ​ບັນ​ຊາ​ການ​ກຳ​ລັງ​ສະ​ຫະ​ລັດໃນ​ພາກ​ຕາ​ເວັນ​ອອກ​ກາງ ຫລື CENTCOM ເວົ້າ​ວ່າ ການ​ໂຈມ​ຕີ​ທາງ​ອາ​ກາດ ​ທີ່​ສັງ​ຫານທ້າວ​ອູ​ຊາ​ມາ ອາ​ລ-ມູ​ຮາ​ເຈຍ ​ໄດ້​ມີ​ຂຶ້ນ​ໃນ​ມື້​ວັນ​ສຸກ​ແລ້ວ.

ນາຍ​ພົນ​ໄມ​ໂກ “ເອ​ຣິກ” ກູ​ຣິ​ລ​ລາ (Michael “Erik” Kurilla) ​ຜູ້​ບັນ​ຊາ​ການ​ກຳ​ລັງ​ສະ​ຫະ​ລັດ​ໃນ​ພາກ​ຕາ​ເວັນ​ອອກ​ກາງ ກ່າວ​ໂດຍ​ໃຊ້​ຊື່​ຫຍໍ້​ຂອງ​ກຸ່ມ​ກໍ່​ການ​ຮ້າຍ ໂດຍ​ເວົ້າ​ວ່າ “ພວກ​ເຮົາ​ໄດ້​ສະ​ແດງ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງວ່າ ພວກ​ເຮົາ​ຍັງ​ມີ​ຄວາມ​ໝັ້ນ​ໝາຍ ​ທີ່​ຈະ​ເອົາ​ຊະ​ນະ​ກຸ່ມ ISIS ຢູ່​ໃນ​ທົ່ວ​ຂົງ​ເຂດ. ກຸ່ມ ISIS ຍັງ​ເປັນ​ໄພ​ຂົ່ມ​ຂູ່ ບໍ່​ພຽງ​ແຕ່​ຢູ່​ໃນ​ຂົງ​ເຂດນີ້ ແຕ່​ໄກ​ອອກ​ໄປ​ກວ່ານັ້ນ​ອີກ.”

ຖະ​ແຫຼງ​ການ​ຍັງ​ກ່າວ​ຕື່ມ​ວ່າ ການ​ປະ​ຕິ​ບັດ​ງານ​ຕໍ່​ກຸ່ມ​ລັດ​ອິ​ສ​ລາມ “ພ້ອມ​ກັບ​ກຳ​ລັງ​ປະ​ເທດ​ພາ​ຄີ​ໃນ​ອີ​ຣັກ​ແລະ​ຊີ​ເຣຍ ຈະ​ດຳ​ເນີນ​ຕໍ່​ໄປ ເພື່ອ​ໃຫ້​ບັນ​ລຸ​ໃນ​ການ​ໄດ້​ຮັບ​ໄຊ​ຊະ​ນະ​ແບບ​ຍືນ​ຍົງ​ຕໍ່​ກຸ່ມ​ດັ່ງ​ກ່າວ.”

ກອງ​ບັນ​ຊາ​ການ​ກຳ​ລັງ​ສະ​ຫະ​ລັດ​ຍັງ​ກ່າວ​ໃນ​ວັນ​ອາ​ທິດ​ວານນີ້​ວ່າ ບໍ່​ມີ​ຮ່ອງ​ຮອຍ​ໃດໆ​ສະ​ແດງ​ໃຫ້​ເຫັນ​ວ່າ ມີ​ພົນ​ລະ​ເຮືອນ​ເສຍ​ຊີ​ວິດ​ ໃນ​ການ​ໂຈມ​ຕີ​ທາງ​ອາ​ກາດ​ໃນ​ວັນ​ສຸກ​ແລ້ວ. ແນວ​ໃດ​ກໍ​ຕາມ ກຳ​ລັງ​ແນວ​ໂຮມ ພວມ​ຊັ່ງ​ຊາ ​ເບິ່ງ​ລາຍ​ງານການ​ບາດ​ເຈັບ​ຂອງ​ພົນ​ລະ​ເຮືອນ​ຄົນ​ນຶ່ງ.

​ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG