ສະຫະລັດໄດ້ທຳການໂຈມຕີທາງອາກາດໃສ່ອັນທີ່ທຳນຽບ
ຫ້າແຈ ເອີ້ນວ່າ ຜູ້ນຳຂັ້ນສູງຄົນນຶ່ງຂອງກຸ່ມ al-Shabab
ໃນໂຊມາເລຍ.
ໂຄສົກກອງທັບສະຫະລັດທ່ານນຶ່ງ ກ່າວວ່າ ການໂຈມຕີໃນ
ວັນຈັນວານນີ້ ມີຂຶ້ນຢູ່ໃກ້ໆກັບເຂດ Saakow.
ຍັງບໍ່ທັນຮູ້ຈັກກັນເທື່ອວ່າ ການໂຈມຕີທາງອາກາດດັ່ງກ່າວ
ໄດ້ຖືກເປົ້າໝາຍຫຼືບໍ ແຕ່ໂຄສົກທ່ານນີ້ ກ່າວວ່າ ບັນດາເຈົ້າ
ໜ້າທີ່ບໍ່ເຊື່ອວ່າ ມີ ພົນລະເຮືອນຄົນໃດ ໄດ້ຮັບບາດເຈັບຫຼື
ເສຍຊີວິດ.
ໃນເດືອນກັນຍາຜ່ານມາ ການໂຈມຕີທາງອາກາດອີກບັ້ນນຶ່ງໃນໂຊມາເລຍ ໄດ້ສັງຫານ
ນາຍ Ahmed Abdi Godane ຜູ້ນຳຂອງກຸ່ມ al-Shabab ນັ້ນ.
ກຸ່ມ al-Shabab ຊຶ່ງເປັນສາຂານຶ່ງ ຂອງເຄືອຂ່າຍອານກາອິດາ ກຳລັງພະຍາຍາມຫາ
ທາງໂຄ່ນລົ້ມລັດຖະບານໂຊມາເລຍ ແລະຫັນປ່ຽນປະເທດ ເຂົ້າກັບກຸ່ມ ລັດອິສລາມນິ
ຍົມແນວທາງເດີມນັ້ນ.
ພວກທະຫານຂອງໂຊມາເລຍ ແລະສະຫະພາບອາຟຣິກາ ໄດ້ຮັບຜົນສຳເລັດ ໃນການ
ໂຈມຕີໂຕ້ຕອບພວກຫົວຮຸນແຮງ ໃນລະຫວ່າງປີກາຍນີ້.