ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ສັງຫານ ຜູ້ນຳ ອະວຸໂສ ຂອງ ອາລກາອີດາ ໃນ ອັຟການິສຖານ


ແຜນທີ່ແຂວງ Paktika
ແຜນທີ່ແຂວງ Paktika

ກອງທັບສະຫະລັດ ກ່າວວ່າ ການໂຈມຕີທາງອາກາດ ໃນພາກ
ຕາເວັນອອກສຽງໃຕ້ຂອງອັຟການິສຖານ ໄດ້ສັງຫານຜູ້ບັນຊາ
ການຂອງກຸ່ມອາລກາອີດາຄົນນຶ່ງ ເມື່ອຕົ້ນເດືອນນີ້.

ທ່ານ Peter Cook ໂຄສົກ ຂອງທຳນຽບຫ້າແຈ ກ່າວຢູ່ໃນຖະ
ແຫຼງການສະບັບນຶ່ງ ໃນວັນສຸກວານນີ້ວ່າ “ພວກເຮົາ ຂໍຢືນຢັນ
ວ່າທ້າວ Abu Khalil al-Sudani ຜູ້ບັນຊາການສະໜາມອະ
ວຸໂສຂອງກຸ່ມອາລກາອີດາໄດ້ຖືກຂ້າຕາຍໃນການໂຈມຕີທາງ
ອາກາດ ຂອງສະຫະລັດ ໃນເຂດເມືອງ Bermal ແຂວງ Pak-
tika ປະເທດອັຟການິສຖານ ເມື່ອວັນທີ 11 ກໍລະກົດປີ 2015
ນີ້.”

ພວກເຈົ້າໜ້າທີ່ ກະຊວງປ້ອງກັນປະເທດສະຫະລັດ ກ່າວເຖິງທ້າວ al-Sudani ວ່າ ເປັນ ຫົວໜ້າໜ່ວຍປະຕິບັດງານໂຈມຕີສະຫຼະຊີບແລະວາງລະເບີດ ຂອງກຸ່ມຫົວຮຸນແຮງຊຸນນີ່ ດັ່ງກ່າວ.

ພັນເອກ Pat Ryder ໂຄສົກຂອງກອງບັນຊາການສະຫະລັດ ໃນເຂດພາກຕາເວັນອອກ ກາງຫຼື Centcom ກ່າວຕໍ່ພວກນັກຂ່າວຢູ່ທີ່ທຳນຽບຫ້າແຈໃນວັນສຸກວານນີ້ວ່າ ການເສຍ ຊີວິດຂອງທ້າວ al-Sudani ລົບກວນຄວາມສາມາດໃນການໂຈມຕີຂອງກຸ່ມອາລກາອີດາ “ຢ່າງໜ້ອຍກໍເປັນການຊົ່ວຄາວ.”

ພັນເອກ Ryder ເວົ້າວ່າ “ການເສຍຊີວິດຂອງທ້າວ al-Sudani ແມ່ນປະຕິເສດ ບໍ່ໃຫ້ກຸ່ມ ອາລກາອີດາມີຜູ້ນຳທີ່ມີຄວາມສຳພັນເປັນຢ່າງດີ ນັກວາງແຜນໃນການປະຕິບັດງານທີ່ໄດ້ ຮັບການພິສູດມາແລ້ວ.

ທ່ານ Peter Cook ກ່າວຕື່ມວ່າ ທ້າວ al-Sudani ແມ່ນມີສ່ວນພົວພັນໂດຍກົງ ໃນການ ວາງແຜນໂຈມຕີຕໍ່ກອງກຳລັງຂອງສະຫະລັດ ອັຟການິສຖານແລະປາກິສຖານ. ທ່ານເວົ້າ
ວ່າ ພວກຫົວຮຸນແຮງຈຸນີ້ຍັງສືບຕໍ່ມີຄວາມສຳພັນອັນໃກ້ຊິດກັບທ້າວ Ayman al-Zawa-
hiri ຜູ້ນຳຂອງກຸ່ມກໍ່ການຮ້າຍອາລກາອີດາ.

ຖະແຫຼງການເວົ້າວ່າ “ທ້າວ al-Sudani ແມ່ນນຶ່ງໃນຈຳນວນພວກຫົວຮຸນແຮງຈັດ 3 ຄົນ ເທົ່າທີ່ຮູ້ຈັກ ທີ່ໄດ້ຖືກສັງຫານໃນການໂຈມຕີຄັ້ງນີ້. ພວກເຮົາຈະສືບຕໍ່ປາບປາມພວກຫົວ ຮຸນແຮງຈັດຢູ່ໃນຂົງເຂດແລະໃນໂລກນຳດ້ວຍ.”

ຖະແຫຼງການຂອງທ່ານ Cook ຍັງໄດ້ກ່າວເຖິງພວກຫົວຮຸນແຮງຈັດທີ່ຮູ້ຈັກອີກ 2 ຄົນໄດ້ ຖືກສັງຫານໃນການໂຈມຕີຄັ້ງນີ້ ແຕ່ບໍ່ໄດ້ລະບຸຊື່ພວກກ່ຽວໃຫ້ຊາບ.

XS
SM
MD
LG