ຈໍານວນຄົນເສຍຊີວິດໄດ້ເພີ່ມຂຶ້ນເປັນເກົ້າຄົນ ຈາກອຸບັດເຫດຍົນຕົກທີ່ງານສະແດງການບິນໂລດໂຜນ ທີ່ລັດເນວາດາທາງພາກຕາເວັນຕົກຂອງສະຫະລັດ. ແລະມີຂ່າວອຸບັດເຫດຍົນຕົກ ໃນການສະແດງຍົນອີກບັ້ນນຶ່ງ ຢູ່ລັດ West Virginia ຊຶ່ງຍັງຜົນໃຫ້ມີຜູ້ເສຍຊີວິດ ນຶ່ງຄົນ.
ພວກເຈົ້າໜ້າທີ່ປະກາດຈໍານວນຜູ້ເສຍຊີວິດເພີ່ມຂຶ້ນເມື່ອວັນເສົາວານນີ້ຫລັງຈາກພົບເຫັນສົບ ເພີ່ມອີກ 7 ສົບ ທີ່ລານເດິ່ນບິນຢູ່ບ່ອນຈັດງານແຂ່ງຂັນຊະນະເລີດການບິນແຫ່ງຊາດ ຢູ່ ນອກເມືອງຣີໂນ ລັດເນວາດານັ້ນ.
ເຮືອບິນເກົ່າລຸ້ນມັສແຕງ P-51 ສະໄໝສົງຄາມໂລກຄັ້ງທີ່ສອງ ໄດ້ປະສົບອຸບັດເຫດຕົກລົງ ສູ່ຮ້ານພວກຄົນນັ່ງຊົມ ໃກ້ຜາມໃຫຍ່. ຮູບຖ່າຍວີດີໂອກ່ອນເກີດເຫດ ສະແດງໃຫ້ເຫັນຍົນ ປັກຫົວດິ່ງລົງ ສູ່ພື້ນດິນ.
ນັກບິນ ທີ່ໂຮມຢູ່ໃນຈໍານວນຜູ້ເສຍຊີວິດ ໄດ້ສົ່ງສັນຍານສຸກເສີນ ກ່ອນເຮືອບິນຈະປັກຫົວລົງ ສູ່ພື້ນ. ນັກບິນຄົນນັ້ນມີຊື່ວ່າ ຈິມມີ ລີເວີດ ອາຍຸ 74 ປີ ເປັນນັກແຂ່ງເຮືອບິນ ແລະເປັນ ນັກບິນສະແດງການບິນໂລດໂຜນໃນ ຮູບເງົາ.
ມີຜູ້ບາດເຈັບຈາກອຸບັດເຫດຄັ້ງນີ້ຫລາຍກວ່າ 50 ຄົນ ບາງຄົນມີອາການສາຫັດ ເວລານີ້ ພວກ ເຈົ້າໜ້າທີ່ຄວບຄຸມການບິນຂອງລັດຖະບານກາງ ໄດ້ເຂົ້າໄປສືບສວນສອບສວນເບິ່ງ ສາເຫດຂອງເຮືອບິນຕົກນັ້ນແລ້ວ.
ສ່ວນທີ່ລັດ West Virginia ນັ້ນ ພວກເຈົ້າໜ້າທີ່ກ່າວວ່າ ນັກບິນໄດ້ເສຍຊີວິດ ຫລັງຈາກເຮືອບິນລຸ່ນເກົ່າຂອງລາວປະສົບອຸບັດເຫດຕົກລົງ ແລະລະເບີດເປັນໄຟຂຶ້ນ ທີ່ງານສະແດງ ການບິນເມື່ອວັນເສົາວານນີ້ ແຕ່ບໍ່ມີລາຍງານວ່າ ມີຜູ້ຊົມບາດເຈັບຈັກຄົນ.