ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ບໍລິສັດໂທລະຄົມ ຂອງ​ສະ​ຫະ​ລັດ ຈະ​ຈຳ​ກັດ ການ​ນຳ​ໃຊ້ລະບົບ 5G ຢູ່​ໃກ້​ກັບ​ສະ​ໜາມ​ບິນ


ເຮືອບິນຂົນສົ່ງຂອງສາຍການບິນຈີນ ບິນລົງສະໜາມບິນສາກົນ John F. Kennedy, ເມື່ອວັນທີ 14 ມີນາ 2020, ໃນນະຄອນນິວຢອກ.
ເຮືອບິນຂົນສົ່ງຂອງສາຍການບິນຈີນ ບິນລົງສະໜາມບິນສາກົນ John F. Kennedy, ເມື່ອວັນທີ 14 ມີນາ 2020, ໃນນະຄອນນິວຢອກ.

ບັນດາບໍລິສັດໂທລະຄົມມະນາຄົມ ທີ່ສຳຄັນຂອງສະຫະລັດ ເຊັ່ນ ເວີຣາຍສັນ (Verizon) ແລະ ເອທີແອນທີ (AT&T) ໄດ້ຕົກລົງໃນວັນອັງຄານວານນີ້ ເພື່ອເລື່ອນການນຳໃຊ້ບໍລິການສັນຍານໂທລະສັບມືຖື ລະບົບໃໝ່ 5G ຂອງເຂົາເຈົ້າ ຢູ່ອ້ອມແອ້ມສະໜາມບິນສຳຄັນຫຼາຍແຫ່ງ ຫຼັງຈາກບັນດາຜູ້ບໍລິຫານສາຍການບິນ ໂຕ້ແຍ້ງວ່າ ເທັກໂນໂລຈີດັ່ງກ່າວ ເປັນໄພໃນດ້ານຄວາມປອດໄພຕໍ່ສາຍການບິນທັງຫຼາຍ.

ປະທານາທິບໍດີສະຫະລັດ ໂຈ ໄບເດັນ ໄດ້ກ່າວໃນຖະແຫລງການວ່າ ຂໍ້ຕົກລົງຂອງລັດຖະບານກັບບໍລິສັດໂທລະຄົມດັ່ງກ່າວ “ອາດຈະຫລີກລ່ຽງການລົບກວນການເດີນທາງຂອງຜູ້ໂດຍສານ, ການຂົນສົ່ງສິນຄ້າ ແລະການຟື້ນຟູເສດຖະກິດຂອງພວກເຮົາ” ໃນຂະນະດຽວກັນ ອະນຸຍາດໃຫ້ພວກບໍລິສັດດັ່ງກ່າວ ນຳໃຊ້ຫລັກເສົາສັນຍານໄຮ້ສາຍຂອງພວກເຂົາ ຫຼາຍກວ່າ 90 ເປີເຊັນ ໃນວັນພຸດມື້ນີ້ ຕາມແຜນການທີ່ພວກເຂົາໄດ້ວາງໄວ້.

ທ່ານໄບເດັນ ໄດ້ກ່າວວ່າ “ຂໍ້ຕົກລົງນີ້ ປົກປ້ອງຄວາມປອດໄພ ຂອງຖ້ຽວບິນ ແລະອຳນວຍໃຫ້ການປະຕິບັດງານດ້ານການບິນໃຫ້ສືບຕໍ່ໄປ ໂດຍປາດສະຈາກການລົບກວນຫຼວງຫຼາຍ ແລະຈະນຳເອົາທາງເລືອກຕື່ມອີກ ໃນດ້ານອິນເຕີເນັດຄວາມໄວສູງ ມາໃຫ້ຊາວອາເມຣິກັນຫຼາຍລ້ານຄົນ.”

ບໍລິສັດໂທລະຄົມທັງສອງນັ້ນ ໄດ້ບັນລຸຂໍ້ຕົກລົງກັບເຈົ້າໜ້າທີ່ລັດຖະບານກາງຫຼັງຈາກບໍລິສັດສາຍການບິນທີ່ສຳຄັນຂອງສະຫະລັດ ໄດ້ກ່າວເຕື່ອນໃນວັນຈັນຜ່ານມານີ້ ວ່າ ການຄ້າຂອງປະເທດ ຈະ “ຢຸດຊະງັກ” ຖ້າເທັກໂນໂລຈີໂທລະ ສັບມືຖື 5G ຖືກນຳໃຊ້ຢູ່ໃກ້ສະໜາມບິນທີ່ສຳຄັນຫຼາຍແຫ່ງ. ທຳນຽບຂາວ ບໍ່ໄດ້ກ່າວບອກວ່າ ມີສະໜາມບິນຈັກແຫ່ງທີ່ເທັກໂນໂລຈີ 5G ຖືກເລື່ອນການນຳໃຊ້.

ທ່ານໄບເດັນ ໄດ້ຂອບໃຈ ບໍລິສັດບໍລິການໂທລະສັບມືຖືດັ່ງກ່າວ ສຳລັບການເລື່ອນກຳນົດ ແລະໄດ້ກ່າວວ່າ ການເຈລະຈາຄວນດຳເນີນຕໍ່ໄປ.

ທ່ານໄບເດັນເວົ້າວ່າ “ທີມງານຂອງຂ້າພະເຈົ້າ ໄດ້ພົວພັນຢ່າງບໍ່ຢຸດຢັ້ງກັບບັນດາບໍລິສັດໂທລະສັບໄຮ້ສາຍ ສາຍການບິນ ແລະຜູ້ຜະລິດອຸປະກອນດ້ານການບິນ ເພື່ອວາງແຜນເສັ້ນທາງຕໍ່ໄປສຳລັບການນຳໃຊ້ລະບົບ 5G ແລະດ້ານການບິນ ຈະຢູ່ຮ່ວມກັນໄດ້ຢ່າງປອດໄພ.” ທ່ານກ່າວຕື່ມວ່າ “ແລະໃນທິດທາງການຊີ້ນຳຂອງຂ້າພະເຈົ້າ ພວກເຂົາເຈົ້າ ຈະສືບຕໍ່ເຮັດຕາມນັ້ນ ຈົນກວ່າວ່າ ພວກເຮົາຈະປິດຊ່ອງຫວ່າງທີ່ຍັງເຫຼືອຢູ່ ແລະບັນລຸຂໍ້ຕົກລົງໄດ້ຢ່າງຖາວອນ ດ້ວຍການແກ້ໄຂທີ່ສາມາດປະຕິບັດໄດ້ ຢູ່ອ້ອມແອ້ມສະໜາມບິນທີ່ສຳຄັນທັງຫຼາຍ.”

ບັນດາສາຍການບິນ ກ່າວວ່າ ເທັກໂນໂລຈີໃໝ່ ຈະແຊກແຊງການດຳເນີນງານລະບົບຄວາມປອດໄພໃນການບິນ ໃນຂະນະດຽວກັນ ບັນດາບໍລິສັດໂທລະສັບມືຖື ກ່າວອ້າງວ່າ ສາຍການບິນທັງຫຼາຍຮູ້ຈັກກ່ຽວກັບບັນຫານີ້ ແລະບໍ່ໄດ້ຍົກລະດັບອຸປະກອນຢູ່ໃນເຮືອບິນຂອງພວກເຂົາເຈົ້າ ເພື່ອຫລີກເວັ້ນບັນຫາຕ່າງໆໃນດ້ານການບິນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG