ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສາຍການບິນ American Airlines ແລະ US Airways ຈະໂຮມເຂົ້າກັນ

ເຮືອບິນດ່ວນ ຂອງສາຍການ US Airways ກໍາລັງແທັກຊີ ອອກຈາກປະຕູທາງອອກ ກາຍເຮືອບິນຂອງສາຍການບິນ American Airlines ຢູ່ສະໜາມບິນ Ronald Reagan Washington National Airport ທີ່ Arlington County, ລັດ Virginia, ວັນທີ 10, 2013.

ສາຍການບິນ American Airlines, ບໍລິສັດການບິນ
ໂດຍສານໃຫຍ່ທີ່ສຸດ ໃນສະຫະລັດ ໄດ້ບັນລຸຂໍ້ຕົກລົງ ໃນການໂຮມຕົວເຂົ້າກັນກັບບໍລິສັດ US Airways ຊຶ່ງ
ເປັນຄູ່ແຂ່ງທີ່ນ້ອຍກວ່າ ທັງນີ້ໄດ້ເຮັດໃຫ້ບໍລິສັດດັ່ງກ່າວ
ກາຍເປັນບໍລິສັດການບິນທີ່ໃຫຍ່ທີ່ສຸດໃນໂລກ.

ຄະນະບໍລິຫານງານຂອງບໍລິສັດການບິນທັງສອງ ໄດ້ຕົກ
ລົງທີ່ຈະໂຮມຕົວກັນເຂົ້າໃນຄືນວັນພຸດວານນີ້. ການປະ
ກາດການຮວມຕົວດັ່ງກ່າວ ຢ່າງເປັນທາງການຈະມີຂຶ້ນ
ໃນວັນພະຫັດມື້ນີ້.

ແຜນທີ່ເສ້ນທາງບິນບໍລິການລວມກັນຂອງ US Airways ແລະ American Airlines
ແຜນທີ່ເສ້ນທາງບິນບໍລິການລວມກັນຂອງ US Airways ແລະ American Airlines

ບໍລິສັດທີ່ຮວມຕົວເຂົ້າກັນດັ່ງກ່າວ ທີ່ຈະຮັກສາຊື່ American
Airlines ໄວ້ນັ້ນ ຈະມີ ພະນັກງານປະມານ 94 ພັນຄົນ ແລະ
ມີເຮືອບິນຢູ່ຫລາຍກວ່າ 900 ລໍາ ທີ່ຈະໃຫ້ບໍລິການຜູ້ໂດຍສານ
ໂດຍມີຖ້ຽວບິນເປັນ ພັນໆຖ້ຽວໃນແຕ່ລະມື້.

ການຮວມຕົວເຂົ້າກັນລະຫວ່າງ American Airlines ແລະ
US Airways ແມ່ນເປັນ ການຮວມຕົວທີ່ໃຫຍ່ທີ່ສຸດ ເທົ່າທີ່ມີ
ມາໃນອຸດສະຫະກໍາການບິນ ໃນຮອບທົດສະວັດ ຜ່ານມາ ຊຶ່ງຈະເຮັດໃຫ້ບໍລິສັດການບິນໃຫຍ່ໆຂອງສະຫະລັດ ຍັງເຫລືອ ພຽງແຕ່ 4 ບໍລິສັດ ເທົ່ານັ້ນ ຊຶ່ງກໍຄື ສາຍການບິນ American, Delta, United ແລະ Southwest .
XS
SM
MD
LG