ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໓໐ ມີນາ ໒໐໒໕

ກໍາປັ່ນບັນທຸກເຮືອບິນລົບຂອງສະຫະລັດ ຢ້ຽມຢາມເກົາຫຼີໃຕ້ ເພື່ອສະແດງກຳລັງຕໍ່ເກົາຫຼີເໜືອ


ກຳປັ່ນບັນທຸກເຮືອບິນ USS Carl Vinson ຂອງສະຫະລັດ ເດີນທາງເຖິງຖານທັບເຮືອເກົາຫຼີໃຕ້ ໃນລະຫວ່າງການຢ້ຽມຢາມທ່າເຮືອ Busan ທາງພາກຕາເວັນອອກສຽງໃຕ້ ຂອງນະຄອນ Busan ໃນວັນທີ 2 ມີນາ 2025.
ກຳປັ່ນບັນທຸກເຮືອບິນ USS Carl Vinson ຂອງສະຫະລັດ ເດີນທາງເຖິງຖານທັບເຮືອເກົາຫຼີໃຕ້ ໃນລະຫວ່າງການຢ້ຽມຢາມທ່າເຮືອ Busan ທາງພາກຕາເວັນອອກສຽງໃຕ້ ຂອງນະຄອນ Busan ໃນວັນທີ 2 ມີນາ 2025.

ກຳປັ່ນບັນທຸກເຮືອບິນ ຢູແອສແອສ ຄອຣລ ວິນຊັນ (USS Carl Vinson) ຂອງສະຫະລັດເດີນທາງມາເຖິງເມືອງທ່າທາງພາກໃຕ້ຂອງເກົາຫຼີໃຕ້ ເມື່ອວັນອາທິດວານນີ້ ເພື່ອສະແດງກຳລັງຕໍ່ເກົາຫຼີເໜືອ ກອງທັບເຮືອເກົາຫຼີໃຕ້ກ່າວ.

ກຳປັ່ນລຳນີ້ ເປັນກຳປັ່ນບັນທຸກເຮືອບິນລຳທໍາອິດຂອງສະຫະລັດທີ່ຈອດທຽບທ່າໃນເກົາຫຼີໃຕ້ ນັບຕັ້ງແຕ່ປະທານາທິບໍດີ ທ່ານ ດໍໂນລ ທຣໍາ ຂອງສະຫະລັດດຳລົງຕໍາແໜ່ງສະໄໝທີສອງເມື່ອເດືອນມັງກອນ ອີງຕາມການລາຍງານຂອງອົງການຂ່າວຣອຍເຕີສ.

ການຢ້ຽມຢາມຄັ້ງນີ້ ເປັນສ່ວນນຶ່ງຂອງພັນທະສັນຍາແບບ “ບໍ່ມີເງື່ອນໄຂ ຫຼື ironclad” ຂອງສະຫະລັດທີ່ຈະຂະຫຍາຍການສະກັດກັ້ນ ແລະສະແດງຄວາມພ້ອມຂອງພັນທະມິດທາງທະຫານລະຫວ່າງ ໂຊລ ແລະ ວໍຊິງຕັນ ໃນການຕໍ່ຕ້ານເກົາຫຼີເໜືອຕາມຄໍາກ່າວຂອງກອງທັບເຮືອເກົາຫຼີໃຕ້.

ກຳປັ່ນພະລັງງານນິວເຄລຍຂອງກອງເຮືອລົບ Carrier Strike Group One ທີ່ໄດ້ເຂົ້າຮ່ວມກັບກຳປັ່ນລົບຄູຣເຊີສ ຕິດຂີປະນາວຸດນໍາວິຖີ USS Princeton ແລະ ກຳປັ່ນພິຄາດລູກສອນໄຟຂີປະນາວຸດນໍາວິຖີ USS Sterett ກອງທັບເຮືອເກົາຫຼີໃຕ້ ກ່າວ.

“ ເຫັນໄດ້ຢ່າງຈະແຈ້ງວ່າ ການປະກົດໂຕຂອງເຮົາທີ່ເມືອງປູຊານສະແດງໃຫ້ເຫັນເຖິງພັນທະມິດທີ່ແຂງແກ່ນລະຫວ່າງສາທາລະນະລັດເກົາຫຼີ ແລະສະຫະລັດອາເມຣິກາ ແລະ ໂອກາດຂອງເຮົາໃນການຝຶກຝົນ ແລະປະຕິບັດການຮ່ວມກັນກັບພັນທະມິດຂອງເຮົາ” ພົນເຮືອເອກ ໄມເຄີລ ເອສ ວອສເຈ (Michael S. Wosje,) ຜູ້ບັນຊາການກອງເຮືອລົບ Carrier Strike Group One ກ່າວໃນວັນຈັນມື້ນີ້.

“ ທຸກໂອກາດທີ່ເຮົາມີໃນການແລ່ນກຳປັ່ນ ແລະບິນຮ່ວມກັນເຮັດໃຫ້ເຮົາແຂງແກ່ນຂຶ້ນເມື່ອຢູ່ນຳກັນ” ທ່ານ ວອສເຈ ກ່າວຕື່ມໃນຄວາມຄິດເຫັນຕໍ່ສື່ມວນຊົນ.

ຜູ້ນໍາເກົາຫຼີເໜືອ ທ່ານ ຄິມ ຈົງ ອຶນ ກຳກັບດູແລການທົດລອງຍິງລູກສອນໄຟຂີປະນາວຸດຍຸດທະສາດ ຄຣູເຊີ ເມື່ອເດືອນທີ່ຜ່ານມາ ແລະສັ່ງການໃຫ້ກຽມພ້ອມຢ່າງເຕັມສ່ວນ ເພື່ອໃຫ້ສັກກາຍະພາບໃນການໂຈມຕີດ້ວຍນິວເຄລຍ ຕາມລາຍງານຂອງສື່ຂ່າວາຂອງທາງການເກົາຫຼີເໜືອ.

ນີ້ຖືເປັນຄັ້ງທຳອິດທີ່ກຳປັ່ນບັນທຸກເຮືອບິນລົບຂອງສະຫະລັດ ເຂົ້າມາທີ່ປະເທດນີ້ຕັ້ງແຕ່ເດືອນມິຖຸນາ ເມື່ອກຳປັ່ນ USS Theodore Roosevelt ມາເຖິງເມືອງປູຊານເພື່ອເຂົ້າຮ່ວມການຊ້ອມລົບຮ່ວມກັນ.

ກຳປັ່ນບັນທຸກເຮືອບິນລົບ ເອສເອສ ຄາຣລ ວິນສັນ ຢ້ຽມຢາມປູຊານຄັ້ງສຸດທ້າຍເມື່ອເດືອນພະຈິກ 2023. ໂດຍປົກກະຕິແລ້ວ ພຽງຢາງຈະກ່າວໂຈມຕີການຂົນສົ່ງກຳລັງທະຫານຂອງສະຫະລັດດັ່ງກ່າວ ໄປຍັງເກົາຫຼີໃຕ້. ທ່ານ ດໍໂນລ ທຣໍາ ໄດ້ຈັດການປະຊຸມສຸດຍອດທີ່ບໍ່ເຄີຍມີມາກ່ອນກັບ ທ່ານ ຄິມ ຈົງອຶນ ຜູ້ນໍາເກົາຫຼີເໜືອໃນຊ່ວງດຳລົງຕໍາແໜ່ງຄັ້ງທຳອິດ ແລະໄດ້ກ່າວເຖິງຄວາມສຳພັນສ່ວນໂຕ ລະຫວ່າງທັງສອງທ່ານ.

ປະທານາທິບໍດີສະຫະລັດກ່າວວ່າ ທ່ານຈະຕິດຕໍ່ ທ່ານ ຄິມ ຈົງ ອຶນ ອີກຄັ້ງນຶ່ງ ເຖິງວ່າ ນັກຂ່າວເກົາຫຼີເໜືອ ຈະບໍ່ໄດ້ສະແດງຄວາມເຫັນກ່ຽວກັບຂໍ້ສະເໜີນີ້ ແລະຍັງຄົງປະນາມສີ່ງທີ່ເກົາຫຼີເໜືອເບິ່ງວ່າເປັນໄພຄຸກຄາມຕໍ່ຄວາມໝັ້ນຄົງຢ່າງຮ້າຍແຮງທີ່ເກີດຈາກວໍຊິງຕັນ ແລະພັນທະມິດ.

ອ່ານຂ່າວເປັນພາສາອັງກິດ

The U.S. aircraft carrier USS Carl Vinson arrived at the southern port city of Busan in South Korea on Sunday as a show of force against North Korea, South Korea's navy said.

It is the first U.S. aircraft carrier to dock at a South Korean port since U.S. President Donald Trump's second term in office began in January.

The visit was part of the "ironclad" commitment of the United States to extended deterrence and to show readiness by the military alliance between Seoul and Washington against North Korea, according to the South's navy.

The nuclear-powered vessel belonging to Carrier Strike Group One was joined by the guided-missile cruiser USS Princeton and the USS Sterett, a guided-missile destroyer, it said.

"Clearly our presence here in Busan shows the strong alliance between the Republic of Korea and the United States, and our opportunity to train and operate together with our allies," U.S. Rear Admiral Michael S. Wosje, Commander of Carrier Strike Group One, said on Monday.

"Every opportunity we have to sail together and fly together makes us stronger together," Wosje added in comments to media.

North Korean leader Kim Jong Un supervised a test launch of strategic cruise missiles last month and ordered full readiness to use its nuclear attack capability, according to state media.

It marks the first time a U.S. aircraft carrier has called at the country since June, when the USS Theodore Roosevelt arrived in Busan to take part in joint military exercises.

The USS Carl Vinson last visited Busan in November 2023.

Pyongyang has typically lashed out at the deployment of such U.S. military assets in South Korea. Trump held unprecedented summits with North Korean leader Kim during his first term and has touted their personal rapport.

The U.S. president has said he would reach out to Kim again, though the North's state media has not commented on this suggestion and has continued to condemn what it views as the grave security threat posed by Washington and its allies.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG