ການນຳພາຂອງກຳປັ່ນບັນທຸກເຮືອບິນ ທີ່ແລ່ນດ້ວຍພະລັງງານ
ນິວເຄລຍ USS Nimitz ໄດ້ໄປເຖິງເກົາຫລີໃຕ້ແລ້ວ ເພື່ອເຂົ້າ
ຮ່ວມ ການຊ້ອມລົບຮ່ວມທາງທະເລ ຊຶ່ງມີທ່າທາງວ່າຈະເຮັດ
ໃຫ້ເກົາຫລີເໜືອ ສະແດງປະຕິກິລິຍາຕອບໂຕ້ຢ່າງແຮງ.
ກໍາປັ່ນບັນທຸກເຮືອບິນ Nimitz ໄດ້ເຂົ້າຈອດ ທີ່ທ່າກຳປັ່ນເມືອງ
Busan ໃນ ພາກຕາເວັນອອກສຽງໃຕ້ຂອງເກົາຫຼີໃຕ້ໃນວັນເສົາ
ມື້ນີ້ ເພື່ອເຂົ້າຮ່ວມການຊ້ອມລົບຮ່ວມທາງທະເລ ເປັນເວລາ
ສາມວັນ.
ກອງທັບເຮືອສະຫະລັດ ກ່າວວ່າ ໜ່ວຍລົບພາຍໃຕ້ການນຳພາ
ຂອງກຳປັ່ນບັນທຸກເຮືອບິນດັ່ງກ່າວ ຊຶ່ງເດີນທາງໄປເຖິງເຂດຮັບ
ຜິດຊອບຂອງກອງທັບເຮືອທີ 7 ໃນອາທິດແລ້ວນີ້ແມ່ນຮວມທັງ
ກຳປັ່ນພິຄາດ ແລະກຳປັ່ນລາດຕະເວນ ຕິດລູກສອນໄຟນຳວິຖີ.
ອີງຕາມຖະແຫຼງຂ່າວຂອງກອງທັບເຮືອສະຫະລັດແລ້ວໜ່ວຍກຳ
ປັ່ນລົບດັ່ງກ່າວ “ຈະປະຕິບັດງານຊ້ອມລົບ ຮວມທັງຢ້ຽມຢາມທ່າກຳປັ່ນຕ່າງໆຢູ່ໃນຂົງເຂດ
ເພື່ອ ເສີມຂະຫຍາຍການເປັນພາຄີທາງທະເລ ແລະຊຸກຍູ້ສົ່ງເສີມສັນຕິພາບແລະສະຖຽນ
ລະພາບ ຢູ່ໃນຂົງເຂດອິນໂດເນເຊຍ-ປາຊິຟິກ ພ້ອມດ້ວຍບັນດາປະເທດ ພັນທະມິດ
ຂອງຕົນ.”
ເກົາຫລີເໜືອ ຮ້ອງການຊ້ອມລົບຮ່ວມປະຈໍາປີໃນເກົາຫລີໃຕ້ວ່າ ເປັນການຝຶກຊ້ອມເພື່ອລຸກ
ລານ ແລະທຳການນາບຂູ່ຢູ່ເປັນປະຈໍາ ທີ່ຈະທໍາການຕອບໂຕ້ຢ່າງໃຫຍ່ ຖ້າຫາກເຂດນໍາ
ແດນດິນຂອງຕົນຖືກລ່ວງລໍ້າ.
ເບິ່ງຄວາມເຫັນ (1)
ໂຫລດຄວາມເຫັນ ຕື່ມອີກ