ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຳ​ປັ່ນ​ບັນ​ທຸກ​ເຮືອ​ບິນ​ສະ​ຫະ​ລັດ ​ເດີນ​ທາງ​ໄປ​ເຖິງ​ຫວຽດ​ນາມ


ເຮືອ​ຫາ​ປາ​ລຳ​ນຶ່ງ (ຂວາ) ແລ່ນ​ຜ່ານ​ກຳ​ປັ່ນ​ບັນ​ທຸກ​ເຮືອ​ບິນ ຣໍ​ໂນ​ລ ຣິ​ແກນ (USS Ronald Reagan) ຊຶ່ງ​ເປັນ​ກຳ​ປັ່ນ​ຊັ້ນ Nimitz ຂອງກອງ​ທັບ​ເຮືອ​ສະ​ຫະ​ລັດ​ທີ່​ແລ່ນ​ດ້ວຍ​ພະ​ລັງ​​ງານ​ນິວ​ເຄ​ລຍ ທີ່​ເມືອງ​ທ່າ​ດາ​ນັງ ປະ​ເທດ​ຫວຽດ​ນາມ ເມື່ອ​ວັນ​ທີ 25 ມິ​ຖຸ​ນາ 2023.
ເຮືອ​ຫາ​ປາ​ລຳ​ນຶ່ງ (ຂວາ) ແລ່ນ​ຜ່ານ​ກຳ​ປັ່ນ​ບັນ​ທຸກ​ເຮືອ​ບິນ ຣໍ​ໂນ​ລ ຣິ​ແກນ (USS Ronald Reagan) ຊຶ່ງ​ເປັນ​ກຳ​ປັ່ນ​ຊັ້ນ Nimitz ຂອງກອງ​ທັບ​ເຮືອ​ສະ​ຫະ​ລັດ​ທີ່​ແລ່ນ​ດ້ວຍ​ພະ​ລັງ​​ງານ​ນິວ​ເຄ​ລຍ ທີ່​ເມືອງ​ທ່າ​ດາ​ນັງ ປະ​ເທດ​ຫວຽດ​ນາມ ເມື່ອ​ວັນ​ທີ 25 ມິ​ຖຸ​ນາ 2023.

ກຳ​ປັ່ນ​ບັນ​ທຸກ​ເຮືອ​ບິນ​ຂອງ​ສະ​ຫະ​ລັດ ເດີນ​ທາງ​ໄປ​ເຖິງ​ເມືອງ​ທ່າ​ດາ​ນັງ ໃນ​ເຂດ​ພາກ​ກາງ​ຂອງ​ຫວຽດ​ນາມ ໃນ​ວັນ​ອາ​ທິດ​ວານນີ້ ຫຼາຍໆ​ອາ​ທິດ​ ຫຼັງ​ຈາກ​ຮາ​ໂນ່ຍ​ໄດ້​ປະ​ທ້ວງ​ການ​ມີ​ໜ້າ​ຂອງ​ກຳ​ປັ່ນ​ຈີນທີ່​ແລ່ນ​ຜ່ານ​ເຂດ​ນ່ານ​ນ້ຳ​ຂອງ​ຕົນ ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ AFP.

​ການ​ເຂົ້າ​ຈອດ​ຢ້ຽມ​ຢາມ ຂອງກຳ​ປັ່ນ​ບັນ​ທຸກ​ເຮືອ​ບິນ ຣໍ​ໂນ​ລ ເຣ​ແກນ (USS Ronald Reagan) ທີ່​ເມືອ​ງ​ທ່າ​ ດາ​ນັງ ມີ​ຂຶ້ນ​ໃນ​ຂະ​ນະ​ທີ່ ​ສະ​ຫະ​ລັດ​ ແລະ​ຫວຽດນາມ ສະ​ເຫຼີມ​ສະ​ຫຼອງ​ໂອ​ກາດ​ວັນ​ຄົບ​ຮອບ​ສິບ​ປີ ໃນ​ການ​ “ເປັນ​ຄູ່​ຮ່ວມ​ແບບກວມ​ລວມ” ຂອງ​ປະ​ເທດ​ທັງ​ສອງ.

​ກຳ​ປັ່ນ​ບັນ​ທຸກ​ເຮືອ​ບິນລຳ​ດັ່ງ​ກ່າວ ແມ່ນ​ສ່ວນ​ນຶ່ງ​ຂອງກອງ​ທັບ​ເຮືອ​ທີ 7 ຂອງ​ສະ​ຫະ​ລັດ “ເພື່ອ​ສະ​ໜັບ​ສະ​ໜຸນ​ເຂດ​ອິນ​ໂດ​ປາ​ຊີ​ຟິກ ທີ່​ເສ​ລີ ແລະ​ເປີດກວ້າງ”ໄດ້​ເດີນ​ທາງ​ໄປ​ເຖິງ​ພ້ອມ​ດ້ວຍ​ກຳ​ປັ່ນ​ທີ່​ຕິດ​ຕາມ 2 ລຳ ຄື​ກຳ​ປັ່ນ​ຕິດ​ລູກ​ສອນ​ໄຟ​ນຳ​ວິ​ຖີແອນ​ທີ​ແດັມ (USS Antietam) ແລະ​ກຳ​ປັ່ນ​ໂຣ​ເບີດ ສມໍ​ສ໌ (USS Robert Smalls) ອີງ​ຕາມ​ຄຳ​ຖະ​ແຫຼງ​ຂອງ​ສະ​ຖານ​ທູດ​ອາ​ເມ​ຣິ​ກາ​ທີ່​ນະ​ຄ​ອນ​ຫຼວງ​ຮາ​ໂນ່ຍ.

ພວກ​ເຈົ້າ​ໜ້າ​ທີ່ກອງ​ທັບ​ເຮືອ​ຂອງ​ສະ​ຫະ​ລັດ ໄດ້​ລົງ​ມາ​ຈາກ​ກຳ​ປັ່ນ​ແລະ​ຈັບ​ມື​ກັບ​ທະ​ຫານ​ຫວຽດ​ນາມ ໃນ​ພິ​ທີ​ສ​ະ​ຫຼອງ​ແບບ​ສັ້ນໆ ໃນ​ຕອນ​ບ່າຍ​ວັນ​ອາ​ທິດ​ວານນີ້.

​ຜູ້​ບັນ​ຊາ​ການ​ກຳ​ປັ່ນ​ບັນ​ທຸກ​ເຮືອ​ບິນ ຣໍ​ໂນ​ລ ເຣ​ແກນ ກັບ​ຕັນ ດ​າ​ໂຣ​ລ ຄາ​ດອນ​ເນ (Daryle Cardone) ກ່າວ​ຢູ່​ໃນ​ຖະ​ແຫຼງ​ຂ່າວ​ວ່າ “ພວກ​ທະ​ຫານ​ເຮືອ​ຫຼາຍ ກວ່າ 5,000 ຄົນ ຈາກ​ກຳ​ປັ່ນຣໍ​ໂນ​ລ ເຣ​ແກນ ມີ​ຄວາມ​ກະ​ຕື​ລື​ລົ້ນ​ໄປ​ຢ້ຽມ​ຢາມ​ເມືອງ​ທ່າ​ດາ​ນັງ​ແລະ​ຮຽນ​ຮູ້​ວັດ​ທະ​ນະ​ທຳ​ຫວຽດ​ນາມ.”

ຫວຽດ​ນາມ​ແລະ​ສະ​ຫະ​ລັດ ມີ​ຄວາມ​ສຳ​ພັນ​ທາງ​ດ້ານ​ການ​ຄ້າ​ຮ່ວມ​ກັນ​ຫຼາຍ​ຂຶ້ນ ພ້ອມ​ໆ​ກັບ​ມີ​ຄວາມ​ເປັນ​ຫ່ວງ​ກັງ​ວົນ ​ກ່ຽວ​ກັບ​ການ​ຂະ​ຫຍາຍ​ອິດ​ທິ​ພົນຂອງ​ຈີນ ເພີ້ມ​ຂຶ້ນຢູ່​ໃນ​ຂົງ​ເຂດ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG