ບັນດາເຈົ້າໜ້າທີ່ສະຫະລັດກ່າວວ່າ ການໂຈມຕີໂດຍເຮືອບິນບໍ່ມີຄົນຂັບໃນພາກ
ຕາເວັນຕົກສຽງເໜືອຂອງປາກິສຖານ ທີ່ໄດ້ສັງຫານ ນາຍ Abu Yahya al-Libi
ຮອງຜູ້ບັນຊາການ ຂອງກຸ່ມກໍ່ການຮ້າຍອາລກາອີດານັ້ນ “ເປັນການສ້າງຄວາມເສຍ
ຫາຍອັນສໍາຄັນ” ໃຫ້ແກ່ກຸ່ມກໍ່ການຮ້າຍດັ່ງກ່າວ.
ການຢືນຢັນກ່ຽວກັບການຕາຍຂອງນາຍ al-Libi ໃນວັນອັງຄານມື້ນີ້ ມີຂຶ້ນນຶ່ງມື້
ລຸນຫຼັງໄດ້ມີການຍິງລູກສອນໄຟຈາກເຮືອບິນທີ່ບໍ່ມີຄົນຂັບຂອງສະຫະລັດໂຈມຕີ
ລົດຄັນນຶ່ງ ແລະຄ້າຍຂອງພວກກໍ່ການຮ້າຍຢູ່ໃນເຂດຊົນເຜົ່າ Waziristan ເໜືອ
ຊຶ່ງໄດ້ສັງຫານຢ່າງໜ້ອຍ 15 ຄົນ ຮວມທັງຊາວຕ່າງປະເທດນຳດ້ວຍ. ລາຍງານ
ຂ່າວໄດ້ອ້າງຄຳເວົ້າຂອງພວກຕາລີບານໃນປາກິສຖານ ທີ່ໃຫ້ການຢືນຢັນກ່ຽວກັບ
ການເສຍຊີວິດຂອງນາຍ al-Libi ແລະໄດ້ກ່າວວ່າ “ມັນເປັນການສູນເສຍອັນໃຫ່ຍ
ຫລວງ” ແກ່ຕາໜ່າງການກໍ່ການຮ້າຍດັ່ງກ່າວ.
ບັນດາເຈົ້າໜ້າທີ່ປາກິສຖານລາຍ
ງານວ່າ ເຂົາເຈົ້າໄດ້ດັກຟັງການ
ສົນທະນາທາງໂທລະສັບ ຊຶ່ງ
ພວກຫົວຮຸນແຮງໄດ້ໂອ້ລົມກັນ
ເຖິງການຕາຍຂອງຊາວອາຣັບ
ຄົນນຶ່ງ ແລະກ່າວອີກວ່າ ຊາວ
ບ້ານຢູ່ໃນຂົງເຂດດັ່ງກ່າວເຊື່ອ
ກັນວ່າ ນາຍ al-Libi ໄດ້ຢູ່ໃນ
ຄ້າຍໃນເວລາທີ່ມີການໂຈມຕີ
ເກີດຂຶ້ນ. ມີລາຍງານວ່າຮອງ
ຜູ້ນຳຂອງກຸ່ມກໍ່ການຮ້າຍ ອາລ
ກາອີດາ ທີ່ເປັນຊາວລີເບຍຄົນ
ນີ້ໄດ້ຮັບບາດເຈັບຈາກການ
ໂຈມຕີໂດຍເຮືອບິນບໍ່ມີຄົນຂັບ
ຂອງສະຫະລັດຄັ້ງກ່ອນ ໃນເຂດ Waziristan ເໜືອເມື່ອວັນທີ 28 ພຶດສະພາຜ່ານມາ.
ໂຄສົກທໍານຽບຂາວ ທ່ານ Jay Carney ກ່າວຕໍ່ບັນດານັກຂ່າວວ່າ ການຕາຍຂອງນາຍ
al-Libi ແມ່ນໄດ້ຮັບການຢືນຢັນແລ້ວ ໂດຍອ້າງແຫ່ລງຂ່າວສືບລັບຂອງສະຫະລັດ. ທ່ານ
Carney ບັນລະຍາຍວ່າ ນາຍ al-Libi ປຽບດັ່ງ “ຜູ້ຈັດການທົ່ວໄປ” ຂອງກຸ່ມກໍ່ການຮ້າຍ
al-Qaida. ທ່ານກ່າວອີກວ່າ ຜູ້ກ່ຽວມີປະສົບປະການທີ່ຍາກ ທີ່ຈະຊອກຫາຄົນອື່ນມາ
ແທນໄດ້ ແລະ “ຍັງບໍ່ເປັນທີ່ແຈ້ງຂາວ ກ່ຽວກັບຜູ້ທີ່ຈະມາກໍາໜ້າທີ່ແທນລາວ.”