ທາງການສະຫະລັດໃຫ້ການຊ່ວຍເຫຼືອສະພາແຫ່ງຊາດລາວ
ເຂົ້າໃນການພັດທະນາ ປັບປຸງຮ່າງກົດໝາຍ 6 ສະບັບ ໂດຍ
ແນໃສ່ການປະຕິບັດຂໍ້ຕົກລົງແລະລະບຽບ ການຕ່າງໆຂອງ
ອົງການການຄ້າໂລກ.
ກອງປະຊຸມເພື່ອການຄົ້ນຄວ້າແລະປະກອບຄວາມເຫັນໃສ່ຮ່າງກົດໝາຍຈໍານວນ 6 ສະບັບໄດ້ຈັດຂຶ້ນຢ່າງເປັນທາງການໃນທ້າຍເດືອນຕຸລາຜ່ານມານີ້ຢູ່ທ່າລາດໃນເຂດ ແຂວງວຽງຈັນ ພາຍໃຕ້ການເປັນປະທານຂອງທ່ານນາງສຸວັນເພັງ ບຸບຜານຸວົງ ຫົວໜ້າກໍາມາທິການເສດຖະກິດ ແຜນການ ແລະການເງິນຂອງສະຖາແຫ່ງຊາດ ລາວຊຸດທີ່ 7 ໂດຍມີ Mr. Paul Mayor ອຸບປະທູດປະຈໍາສະຖານທູດສະຫະລັດ ໃນນະຄອນວຽງຈັນ ພ້ອມດ້ວຍຄະນະຊ່ຽວຊານຈາກອົງການເພື່ອການພັດທະນາ ເສດະກິດສາກົນຂອງສະຫະລັດ ຫຼື USAID ແລະສະມາຊິກສະພາແຫ່ງຊາດລາວ ລວມເຖິງບັນດາຜູ້ຊ່ຽວຊານທັງພາຍໃນລາວ ແລະຈາກຕ່າງປະເທດຈໍານວນ 70 ກວ່າຄົນ ທີ່ໄດ້ເຂົ້າຮ່ວມໃນກອງປະຊຸມຄັ້ງນີ້ດ້ວຍ
ເປົ້າໝາຍສໍາຄັນຂອງກອງປະຊຸມໃນຄັ້ງນີ້ ກໍເພື່ອເປັນການລະດົມຄວາມຄິດ ເຫັນຂອງບັນດາຊ່ຽວຊານຈາກອົງການ USAID ຂອງສະຫະລັດເຂົ້າໃນການພັດ ທະນາ-ປັບປຸງຮ່າງກົດໝາຍທີ່ກ່ຽວກັບການຄ້າ ການລົງທຶນ ແລະການຄຸ້ມຄອງສິ່ງ ແວດລ້ອມທໍາມະຊາດໃນລາວຈໍານວນ 6 ສະບັບດ້ວຍກັນ ກໍຄື: ຮ່າງກົດໝາຍ ວ່າດ້ວຍການສ້າງນິຕິກໍາ, ຮ່າງກົດໝາຍວ່າດ້ວຍເຂດເສດຖະກິດພິເສດ, ຮ່າງກົດ ໝາຍວ່າດ້ວຍຫຼັກຊັບ, ຮ່າງກົດໝາຍວ່າດ້ວຍເຂດອຸດສາຫະກໍາປຸງແຕ່ງ, ຮ່າງກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ ແລະຮ່າງກົດໝາຍວ່າດ້ວຍຄື້ນຄວາມຖີ່ວິທະຍຸ ຕາມລໍາດັບ.
ທັງນີ້ໂດຍຮ່າງກົດໝາຍທັງ 6 ສະບັບດັ່ງກ່າວຈະຖືກສະເໜີເຂົ້າສູ່ການພິດຈາລະ ນາຂອງສະມາຊິກສະພາແຫ່ງຊາດລາວໃນກອງປະຊຸມສະໄໝສາມັນຄັ້ງທີ່ 4 ທີ່ ຄາດວ່າຈະມີຂຶ້ນຢ່າງເປັນທາງການໃນທ້າຍປີນີ້ ເພື່ອທີ່ວ່າຈະໄດ້ລົງມະຕິຮັບຮອງ ເອົາແລະປະກາດບັງຄັບໃຊ້ຢ່າງເປັນທາງການໃຫ້ໄດ້ຢ່າງທັນເວລາກັບການທີ່ ສປປ.ລາວຈະໄດ້ເຂົ້າໄປເປັນສະມາຊິກຂອງອົງການການຄ້າໂລກ ຫຼື WTO ໃນ ໝໍ່ໆນີ້ນັ້ນເອງ.
ໂດຍກ່ອນໜ້ານີ້ ໆ Ms. Karen Stewart ເອກອັກຄະລັດຖະທູດສະຫະລັດປະ ຈໍາລາວກໍໄດ້ສະແດງຄວາມເຊື່ອໝັ້ນວ່າທາງການລາວຈະສາມາດປະຕິບັດຕາມ ບັນດາຂໍ້ຕົກລົງແລະລະບຽບການຕ່າງໆຂອງ WTO ໄດ້ເປັນຢ່າງດີ ພາຍຫຼັງຈາກ ທີ່ລາວໄດ້ເຂົ້າໄປເປັນສະມາຊິກຂອງ WTO ຢ່າງເປັນທາງການແລ້ວນັ້ນ.
ສ່ວນ USAID ນັ້ນ ກໍໄດ້ໃຫ້ການຊ່ວຍເຫຼືອທາງການລາວໃນ 2 ໂຄງການຕິດຕໍ່ກັນໃນຊ່ວງກ່ອນໜ້ານີ້ ໂດຍໃນດ້ານນຶ່ງນັ້ນ ທາງການສະຫະລັດກໍໄດ້ໃຫ້ຄວາມ ສໍາຄັນເປັນພິເສດໃນການສ້າງຄວາມເຂົ້າໃຈໃນກັບບັນດາເຈົ້າໜ້າທີ່ຂອງລັດຖະ ບານແລະປະຊາຊົນລາວກ່ຽວກັບຜົນກະທົບທັງໃນດ້ານບວກແລະດ້ານລົບທີ່ຈະເກີດຂຶ້ນຈາກການທີ່ລາວຈະເຂົ້າໄປເປັນສະມາຊິກຂອງ WTO ແລະໃນອີກດ້ານ ນຶ່ງນັ້ນ ທາງການສະຫະລັດກໍແນມເຫັນຄວາມສໍາຄັນທີ່ທາງການລາວຈະຕ້ອງຕຽມ ພ້ອມບຸກຄະລາກອນດ້ານກົດໝາຍແລະສານຍຸຕິທໍາ ເພື່ອຮັບມືກັບບັນດາຂໍ້ຂັດ ແຍ້ງຕ່າງໆທັງໃນດ້ານການຄ້າແລະການລົງທຶນທີ່ອາດຈະເກີດຂຶ້ນພາຍຫຼັງຈາກທີ່ ລາວໄດ້ເຂົ້າໄປເປັນສະມາຊິກຂອງ WTO ແລ້ວນັ້ນເອງ.
ທາງດ້ານສະມາຊິກໃນສະພາຫໍການຄ້າແລະອຸດສາຫະກໍາແຫ່ງຊາດກໍໄດ້ໃຫ້ການ ຢືນຢັນວ່າ ສປປ.ລາວ ພ້ອມແລ້ວທີ່ຈະເປັນສະມາຊິກຂອງ WTO ທັງນີ້ກໍເຊື່ອວ່າ ລາວຈະໄດ້ຮັບຜົນປະໂຫຍດເປັນຢ່າງດີດ້ວຍ ດັ່ງທີ່ທ່ານໄດ້ໃຫ້ການຢືນຢັນວ່າ
“ການເຂົ້າເປັນສະມາຊິກຂອງອົງການການຄ້າໂລກ ຈະມີຜົນປະໂຫຍດຫຼາຍໃຫ້ແກ່ ພາກທຸລະກິດຂອງພວກເຮົາ ເພາະມັນຈະເປີດຕະຫຼາດການຄ້າຢ່າງກວ້າງຂວາງໃຫ້ພວກເຮົາ ແຕ່ທາງພາກລັດແລະພາກທຸລະກິດຂອງພວກເຮົານີ້ ຈະຕ້ອງໄດ້ປັບ ປຸງໂຄງສ້າງພື້ນຖານຕ່າງໆ ໂດຍສະເພາະແມ່ນສະພາບແວດລ້ອມທາງດ້ານການ ຄ້າ ແລະການລົງທຶນຢູ່ ສປປ.ລາວ.”
ທັງນີ້ໂດຍທາງການຫຼັງຈາກໄດ້ສະແດງຄວາມເຈດຈໍານົງເພື່ອຂໍເຂົ້າໄປເປັນສະມາ ຊິກຂອງ WTO ນັບຕັ້ງແຕ່ປີ 1997 ເປັນຕົ້ນມາ. ໂດຍໄດ້ພົບປະເຈລະຈາແລະ ຕອບຂໍ້ສົງໃສຕ່າງໆຂອງບັນດາປະເທດສະມາຊິກໄດ້ທັງໝົດ ຫຼາຍກວ່າ 1,000 ກໍລະນີ ລວມທັງຍັງໄດ້ຕົກລົງເປີດຕະຫຼາດສິນຄ້າແລະບໍລິການແບບທະວິພາກລວມ ກັບ 9 ປະເທດ ຊຶ່ງລວມເຖິງການຕົກລົງຮ່ວມກັບສະຫະລັດດ້ວຍ.