ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ຊ່ວຍເຫຼືອລາວ ໃນດ້ານສຸຂະພາບ ເພື່ອປັບປຸງ ຄຸນນະພາບຊີວິດ ຂອງປະຊາຊົນ


ທ.ນ. Karen Stewart, ເອກອັກຄະລັດຖະທູດສະຫະລັດປະຈໍາລາວ ເຂົ້າຮ່ວມພິທີເປີດກອງປະຊຸມລະດັບປະຕິບັດການກ່ຽວກັບຄວາມໝັ້ນ
ຄົງດ້ານສຸຂະພາບອະນາໄມໃນລາວ ແລະໃນເຂດລຸ່ມແມ່ນໍ້າຂອງ
ທ.ນ. Karen Stewart, ເອກອັກຄະລັດຖະທູດສະຫະລັດປະຈໍາລາວ ເຂົ້າຮ່ວມພິທີເປີດກອງປະຊຸມລະດັບປະຕິບັດການກ່ຽວກັບຄວາມໝັ້ນ ຄົງດ້ານສຸຂະພາບອະນາໄມໃນລາວ ແລະໃນເຂດລຸ່ມແມ່ນໍ້າຂອງ

ທາງການສະຫະລັດໃຫ້ການຊ່ວຍເຫຼືອໃນດ້ານການຮັກສາສຸຂະພາບອະນາໄມ ເພື່ອພັດ ທະນາຄຸນນະພາບຊີວິດການເປັນຢູ່ທີ່ດີຂຶ້ນ ຂອງປະຊາຊົນທັງໃນລາວ ແລະໃນຂົງເຂດລຸ່ມ ແມ່ນໍ້າຂອງ.

ທ່ານນາງ Karen B. Stewart,
ເອກອັກຄະລັດຖະທູດສະຫະ
ລັດປະຈໍາປະເທດລາວ ໄດ້ເຂົ້າ
ຮ່ວມໃນພິທີເປີດກອງປະຊຸມ
ລະດັບປະຕິບັດການ ກ່ຽວກັບ
ຄວາມໝັ້ນຄົງໃນດ້ານສຸຂະພາບ
ອະນາໄມຂອງປະຊາຊົນໃນລາວ
ແລະໃນເຂດລຸ່ມແມ່ນໍ້າຂອງ ທີ່ໄດ້
ຈັດຂຶ້ນຢ່າງເປັນທາງການເມື່ອບໍ່
ນານມານີ້ ຢູ່ນະຄອນວຽງຈັນ
ໂດຍມີທ່ານເອກສະຫວ່າງ ວົງ
ວິຈິດ ລັດຖະມົນຕີກະຊວງສາ
ທາລະນະສຸກ ພ້ອມດ້ວຍເຈົ້າໜ້າທີ່ລະດັບວາງແຜນການດ້ານສາທາລະນະສຸກຈາກລາວ, ໄທ,
ກໍາປູເຈຍ, ແລະຫວຽດນາມ, ເກືອບ 40 ຄົນ ເຂົ້າຮ່ວມ ອີກດ້ວຍ.

ເປົ້າໝາຍສໍາຄັນທີ່ສຸດຂອງກອງປະຊຸມລະດັບປະຕິບັດການ ທີ່ສະຖານທູດສະຫະລັດ ແລະສູນການສຶກສາເພື່ອ ຄວາມໝັ້ນຄົງໃນພູມີພາກເອເຊຍ-ແປຊີຟິກຂອງສະຫະລັດ ໄດ້ໃຫ້ການສະໜັບສະໜຸນໃນຄັ້ງນີ້ ກໍຄືການເພີ້ມປະສິດທິພາບທັງໃນການກໍານົດແຜນ
ການ ການປະສານຄວາມຮ່ວມມື ແລະການຕັດສິນໃຈ ທີ່ເທົ່າທັນກັບສະພາບການກ່ຽວ
ກັບການແຜ່ລະບາດຂອງພະຍາດຕິດຕໍ່ຊະນິດຕ່າງໆ ໃນເຂດຕອນລ່າງຂອງລຸ່ມແມ່ນໍ້າ
ຂອງລວມໄປເຖິງການເສີມສ້າງການຮ່ວມມືກັບອົງການສາກົນ ເຊັ່ນອົງການອະນາໄມໂລກ, ອົງການເພື່ອການພັດທະນາສາກົນຂອງສະຫະລັດ ແລະອາຊຽນຢ່າງໃກ້ຊິດ ອີກດ້ວຍ.

ເອກອັກຄະລາດຖະທູດສະຫະລັດປະຈຳລາວມອບອາຫານຊ່ວຍເຫລືອ ແກ່ບັນດາຄູອາຈານ ແລະນັກຮຽນຊັ້ນປະຖົມທົ່ວແຂວງຄໍາມ່ວນໃນປີ 2010
ເອກອັກຄະລາດຖະທູດສະຫະລັດປະຈຳລາວມອບອາຫານຊ່ວຍເຫລືອ ແກ່ບັນດາຄູອາຈານ ແລະນັກຮຽນຊັ້ນປະຖົມທົ່ວແຂວງຄໍາມ່ວນໃນປີ 2010

ຍິ່ງໄປກວ່ານັ້ນ ເພື່ອເປັນ
ການເສີມສ້າງສຸຂະພາບ
ອະນາໄມຂອງເຍົາວະຊົນ
ລາວ ໃຫ້ແຂງແຮງ ແລະ
ພ້ອມທີ່ຈະຮັບກັບສະຖານະ
ການກ່ຽວກັບການແຜ່ລະ
ບາດຂອງພະຍາດຕິດຕໍ່
ທີ່ສາມາດທີ່ຈະເກີດຂຶ້ນໄດ້
ທຸກເວລານັ້ນ ທາງການ
ສະຫະລັດ ກໍຍັງໄດ້ໃຫ້
ການຊ່ວຍເຫລືອດ້ານສະ
ບຽງອາຫານສໍາລັບເດັກ
ນ້ອຍນັກຮຽນລະດັບປະ
ຖົມໃນເຂດຊົນນະບົດຂອງ
ລາວເປັນເວລາ 3 ປີ ຕິດຕໍ່ກັນອີກດ້ວຍ ໂດຍຈະມີເດັກນ້ອຍນັກຮຽນຫຼາຍກວ່າ 152,000
ຄົນໃນເຂດຊົນນະບົດ ທີ່ໄດ້ຮັບການຊ່ວຍເຫລືອທາງດ້ານສະບຽງອາຫານຢ່າງພຽງພໍ ດັ່ງທີ່
ເຈົ້າໜ້າທີ່ໃນກະຊວງສຶກສາ ແລະກິລາຂອງລາວ ຊຶ່ງຮັບຜິດຊອບການປະສານງານໃນໂຄງ
ການດັ່ງກ່າວນີ້ ໄດ້ໃຫ້ການອະທິບາຍວ່າ:

ຖ້າຫາກບໍ່ມີການສະໜັບສະໜູນຊ່ວຍເຫຼືອລູກຫຼານຂອງພວກເຮົາຢາກໄປຮຽນ
ແຕ່ບໍ່ມີອັນກິນ ກໍຈໍາເປັນຕ້ອງໄປນຳພໍ່ແມ່ ໄປຫາຢູ່ຫາກິນ,ແຕ່ເມື່ອໄດ້ຮັບການ
ສະໜັບ ສະໜູນຊ່ວຍເຫຼືອແລ້ວ ພໍ່ແມ່ກໍພໍໃຈສົ່ງລູກໄປຮຽນ ລູກຫຼານຂອງພວກ
ເຮົາກະພໍໃຈທີ່ໄດ້ມີເຂົ້າກິນອິ່ມ ມີກໍາລັງວັງຊາ ມີເຫື່ອແຮງໄປຮຽນເຕັມເມັດ ເຕັມ
ໜ່ວຍ ແລະສາມາດເຂົ້າຮຽນ ແຕ່ຕົ້ນຈົນສຸດກົກສຸດປາຍໄດ້.”

ສະຫະລັດບໍລິຈາກເຂົ້າໃຫ້ແກ່ປະຊາຊົນລາວ ໃນຕົ້ນປີ 2011
ສະຫະລັດບໍລິຈາກເຂົ້າໃຫ້ແກ່ປະຊາຊົນລາວ ໃນຕົ້ນປີ 2011

ສຳລັບໃນປີທຳອິດຂອງໂຄງການ
ດັ່ງກ່າວນີ້ ທາງການສະຫະລັດ
ກໍຈະໃຫ້ການຊ່ວຍເຫຼືອເປັນເຂົ້າ
ສານ 1,610 ໂຕນ, ນ້ຳມັນພືດ
110 ໂຕນ ແລະອາຫານເສີມທີ່
ມີສານອາຫານທັງວິຕາມິນ ແລະ
ແຮ່ທາດຕ່າງໆ ຢ່າງຄົບຊຸດ ໃນ
ປະລິມານລວມ 560 ໂຕນ.

ນອກຈາກນີ້ ທາງການສະຖານທູດສະຫະລັດອາເມຣິກາປະຈໍາປະເທດລາວ ແລະບໍລິສັດ
Walgreens ຈາກສະຫະລັດ ກໍໄດ້ສົ່ງມອບການຊ່ວຍເຫຼືອ ຄິດເປັນມູນຄ່າຫຼາຍກວ່າ 9
ລ້ານໂດລາໃຫ້ກັບກະຊວງສະທາລະນະສຸກຂອງລາວ ເມື່ອທ້າຍເດືອນເມສາ ທີ່ຜ່ານມາ
ໂດຍການຊ່ວຍເຫຼືອດັ່ງກ່າວ ເປັນການບໍລິຈາກຢາວັກຊິນເພື່ອປ້ອງກັນເຊື້ອໂຣກໄຂ້ຫວັດ
ໃຫ້ແກ່ປະຊາຊົນລາວຈໍານວນເຖິງ 375,000 ຄົນໃນທົ່ວປະເທດ.

ທັງນີ້ ປະຊາຊົນລາວທີ່ເປັນເປົ້າໝາຍ ທີ່ຈະໄດ້ຮັບການສັກຢາວັກຊິນພາຍໃຕ້ໂຄງການ
ດັ່ງກ່າວນີ້ ກໍແມ່ນປະຊາຊົນລາວ ທີ່ມີຄວາມສ່ຽສູງຕໍ່ການທີ່ຈະຕິດເຊື້ອໂຣກໄຂ້ຫວັດ ເນື່ອງຈາກສຸຂະພາບຮ່າງກາຍບໍ່ແຂງແຮງ ຫຼືບໍ່ມີພູມຕ້ານທານເຊື້ອໂຣກ ຊຶ່ງໃນນີ້ກໍມີ
ທັງແມ່ຍິງທີ່ຖືພາ, ຄົນຊະລາ ແລະຄົນລາວ ທີ່ມີໂຣກປະຈໍາຕົວ ເຊັ່ນໂຣກຫົວໃຈ ແລະ
ໂຣກປອດເປັນຕົ້ນ ລວມທັງເດັກນ້ອຍທີ່ຢູ່ໃນເຂດທີ່ສຸ່ມສ່ຽງ ຫຼືເຄີຍມີການແຜ່ລະບາດ
ຂອງເຊື້ອໂຣກເກີດຂຶ້ນຢ່າງກ້ວາງຂວາງອີກດ້ວຍ.

XS
SM
MD
LG