ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການຊ່ອຍເຫຼືອຂອງສະຫະລັດ ແກ່ ອິສຣາແອລ ໄດ້ຄ້າງຄາ ຢູ່ໃນທຶນງົບປະມານຂອງລັດຖະບານ ທີ່ຕ້ອງໄດ້ຕໍ່ລອງກັນໃນສະພາສູງ


ປະທານສະພາຕ່ຳ ທ່ານໄມຄ໌ ຈອນສັນ ພວມອອກໄປຈາກຫ້ອງປະຊຸມຂອງສະພາຕ່ຳ ບໍ່ດົນຫຼັງຈາກທີ່ ສະພາຕ່ຳໄດ້ອະນຸມັດທຶນຊຸດການຊ່ອຍເຫຼືອດ້ານການທະຫານ ເກືອບ 14.5 ຕື້ໂດລາ ໃຫ້ອິສຣາແອລ, ແຕ່ປາດສະຈາກການຊ່ອຍເຫຼືອດ້ານມະນຸດສະທຳແກ່ກາຊາ, ຢູ່ທີ່ລັດຖະສະພາ ຫຼື Capitol ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 3ພະຈິກ 2023.
ປະທານສະພາຕ່ຳ ທ່ານໄມຄ໌ ຈອນສັນ ພວມອອກໄປຈາກຫ້ອງປະຊຸມຂອງສະພາຕ່ຳ ບໍ່ດົນຫຼັງຈາກທີ່ ສະພາຕ່ຳໄດ້ອະນຸມັດທຶນຊຸດການຊ່ອຍເຫຼືອດ້ານການທະຫານ ເກືອບ 14.5 ຕື້ໂດລາ ໃຫ້ອິສຣາແອລ, ແຕ່ປາດສະຈາກການຊ່ອຍເຫຼືອດ້ານມະນຸດສະທຳແກ່ກາຊາ, ຢູ່ທີ່ລັດຖະສະພາ ຫຼື Capitol ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 3ພະຈິກ 2023.

ການຊ່ອຍເຫຼືອຂອງສະຫະລັດ ແກ່ອິສຣາແອລ ແມ່ນຢູ່ໃນພາວະບໍ່ໄປບໍ່ມາ ໃນລັດຖະສະພາສະຫະລັດ ຂະນະທີ່ບັນດາສະມາຊິກສະພາ ກຳລັງໃກ້ຈະໝົດເວລາທີ່ຈະຕົກລົງກັນໄດ້ກ່ຽວກັບທຶນຈຳນວນຫຼາຍຕື້ໂດລາໃນດ້ານຄວາມໝັ້ນຄົງທີ່ເປັນເລື້ອງບູລິມະສິດ ກ່ອນໜ້າ ຮ່າງກົດໝາຍງົບປະມານໄລຍະສັ້ນ ຂອງລັດຖະບານ ກຳລັງຈະໝົດອາຍຸ ໃນວັນທີ 17 ພະຈິກນີ້.

ໃນຂະນະທີ່ພັກເດໂມແຄຣັດ ແລະພັກຣີພັບບລີກັນ ແມ່ນມີຂໍ້ຕົກລົງຮ່ວມກັນຢ່າງກວ້າງຂວາງກ່ຽວກັບການຊ່ອຍເຫຼືອແກ່ອິສຣາແອລ ໃນບັນຫາຂັດແຍ້ງທີ່ແກ່ຍາວມາໄດ້ນຶ່ງເດືອນ ກັບກຸ່ມຮາມາສ, ຊຶ່ງທັງສອງພັກການເມືອງໄດ້ແນບເງື່ອນໄຂຕ່າງໆທີ່ໄດ້ເຮັດໃຫ້ການຊ່ອຍເຫຼືອດັ່ງກ່າວ ບໍ່ສາມາດເຄື່ອນໄປໜ້າໄດ້.

ພັກເດໂມແຄຣັດທີ່ມີສຽງສ່ວນຫຼາຍໃນສະພາສູງ ຈະບໍ່ຮັບເອົາ ຮ່າງກົດໝາຍມູນຄ່າ 13 ພັນ 6 ຮ້ອຍລ້ານໂດລານີ້ ສະໜອງທຶນສຳລັບລະບົບລູກສອນໄຟປ້ອງກັນໄພທາງອາກາດ ໃຫ້ອິສຣາແອລ ທີ່ໄດ້ຖືກຮັບຜ່ານໂດຍບັນດາສະມາຊິກສະພາ ຂອງພັກຣີພັບບລີກັນ ທີ່ມີສຽງສ່ວນຫຼາຍໃນສະພາຕ່ຳ ເມື່ອອາທິດແລ້ວນີ້ ດ້ວຍຄະແນນສຽງ 226 ຕໍ່ 196.

ສ່ວນພັກເດໂມແຄຣັດ ກໍໄດ້ຄັດຄ້ານຕໍ່ພັກຣີພັບບລີກັນ ທີ່ຈ່າຍຄ່າການຊ່ອຍເຫຼືອໃຫ້ແກ່ອິສຣາແອລ ດ້ວຍການຕັດທຶນງົບປະມານ ຂອງອົງການ IRS ຊຶ່ງເປັນອົງການທີ່ຮັບຜິດຊອບ ສຳລັບການເກັບພາສີຂອງສະຫະລັດ.

U.S. aid to Israel is at a standstill in the U.S. Congress as lawmakers are running out of time to agree on billions of dollars in security priorities before a short-term government funding bill expires on November 17.

While Democrats and Republicans are broadly in agreement about assisting Israel in the month-old conflict with Hamas, both parties have attached conditions that have prevented the aid from moving forward.

The Democratic-majority Senate will not take up the $13.6 billion bill providing funding for Israel’s air and missile defense systems passed by the Republican-majority House of Representatives last week by a vote of 226-196.

Democrats objected to Republicans paying for the aid to Israel by making in-kind cuts to the budget of the Internal Revenue Service, the agency responsible for taxation.

XS
SM
MD
LG