ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ຈະໃຫ້ເງິນຊ່ວຍເຫລືອ ແກ່ຕ່າງປະເທດ ເພີ້ມອີກ ໃນການຕໍ່ສູ້ກັບ ໄວຣັສໂຄວິດ -19


ໂອນຊາຢູ່ໃນເດີ່ນຫລິ້ນສາທາລະນະຂອງເດັກນ້ອຍແຫ່ງນຶ່ງໃນນະຄອນ Santiago ຂອງຊີເລ ຖືກປິດໄວ້ໂດຍເອົາເສັ້ນເຊືອກຢາງ ທີ່ຂຽນເປັນພາສາສະເປັນວ່າ "ອັນຕະລາຍ" ໂດຍເປັນການລະມັດລະວັງການແຜ່ລະບາດຂອງໄວຣັສໂຄໂຣນາ (ພາບຖ່າຍໃນວັນທີ 26, 2020)
ໂອນຊາຢູ່ໃນເດີ່ນຫລິ້ນສາທາລະນະຂອງເດັກນ້ອຍແຫ່ງນຶ່ງໃນນະຄອນ Santiago ຂອງຊີເລ ຖືກປິດໄວ້ໂດຍເອົາເສັ້ນເຊືອກຢາງ ທີ່ຂຽນເປັນພາສາສະເປັນວ່າ "ອັນຕະລາຍ" ໂດຍເປັນການລະມັດລະວັງການແຜ່ລະບາດຂອງໄວຣັສໂຄໂຣນາ (ພາບຖ່າຍໃນວັນທີ 26, 2020)

ສະຫະລັດ ປະກາດໃນວັນພະຫັດວານນີ້ວ່າຈະໃຫ້ເງິນຊ່ວຍເຫລືອແກ່ຕ່າງ ປະເທດເພີ້ມອີກ ເພື່ອຊ່ວຍບັນດາປະເທດທີ່ມີຄວາມສ່ຽງຫລາຍໃນການຕໍ່ ສູ້ກັບການລະບາດຂອງໄວຣັສໂຄ ວິດ (COVID)-19 ໃນລະດັບໂລກ ໃນ ຂະນະທີ່ຍິນດີນໍາ “ການສືບຕໍ່ປະກອບສ່ວນຂອງ ປະເທດອື່ນ ທີ່ບໍ່ມີເງື່ອນ ໄຂຜູກມັດ.”

“ມື້ນີ້ ຂ້າພະເຈົ້າມີຄວາມຍິນດີທີ່ຈະປະກາດວ່າ ສະຫະລັດໄດ້ຈັດເງິນ ເກືອບຮອດ 274 ລ້ານໂດລາໄວ້ ໃນຮ່ວງງົບປະມານດ້ານສຸກເສີນ ແລະ ມະນຸດສະທໍາ”, ນັ້ນ ຄືຄໍາເວົ້າຂອງ ທ່ານໄມຄ໌ ພອມພຽວ, ລັດຖະມົນຕີ ກະຊວງການຕ່າງປະເທດຂອງສະຫະລັດ.

ເງິນຈໍານວນ 274 ລ້ານໂດລາ ເພື່ອຊ່ວຍຕ່າງປະເທດນີ້ ແມ່ນລວມມີ 100 ລ້ານໂດລາທີ່ໄດ້ ປະກາດໄປໃນຕົ້ນເດືອນ ກຸມພາ, 110 ລ້ານໂດ ລາ ເພື່ອໃຫ້ການຊ່ວຍເຫລືອໃນດ້ານໄພ ພິບັດ, ແລະ 64 ລ້ານໂດລາ ໃນການຊ່ວຍເຫລືອດ້ານມະນຸດສະທໍາ ສໍາລັບອົງການຂ້າຫລວງ ໃຫຍ່ ດ້ານອົບພະຍົບຂອງສະຫະປະຊາຊາດ ຫລື UNHCR ເພື່ອຊ່ວຍໃນ ການດໍາເນີນ ຄວາມພະຍາຍາມຮັບມືກັບການລະບາດ ຂອງເຊື້ອພະ ຍາດໃນລະດັບໂລກ ສໍາລັບປະຊາຊົນ ໃນປະເທດ ທີ່ໄດ້ຮັບຜົນກະທົບ ໄວທີ່ສຸດຂອງໂລກ.

ເງິນຊ່ວຍເຫລືອນັ້ນ ຈະ “ໃຫ້ການສະໜັບສະໜຸນປະເທດຕ່າງໆ ໂດຍ ການສະໜອງການບໍລິ ການປ້ອງກັນພະຍາດ, ນໍ້າ, ສຸຂະອານາໄມແລະ ການຮັກ ສາຄວາມສະອາດ, ອາຫານ, ການ ຊ່ວຍເຫລືອໃນການດໍາລົງ ຊີວິດ ແລະ ການປະສານງານໃນການຕອບສະໜອງ ການຊ່ວຍ ເຫລືອດ້ານມະນຸດສະທໍາ ເພື່ອຫລຸດຜ່ອນ ຜົນກະທົບຂອງການລະບາດຂອງ ພະຍາດໃນດ້ານ ການເຮັດໃຫ້ເສດຖະກິດໃນວົງກວ້າງກວ່າ ມີສະຖຽນລະ ພາບ ແລະດ້ານຄວາມໝັ້ນຄົງ,” ນັ້ນ ຄືຄໍາເວົ້າ ຂອງທ່ານບອນນີ ກລີກ, ຮອງຜູ້ບໍລິຫານ ຂອງອົງການຢູເສດ (USAID) ທີ່ກ່າວຢູ່ໃນລາຍງານ ຜ່ານທາງໂທລະສັບ ໃນຕອນບ່າຍ ຂອງວັນພະຫັດວານນີ້.

ໃນຈໍານວນ 64 ປະເທດທີ່ເປັນປະເທດທີ່ໄດ້ຮັບຜົນກະທົບໄວທີ່ສຸດຂອງ ໂລກ ທີ່ກໍາລັງປະ ເຊີນກັບຄວາມສ່ຽງຕໍ່ໄວຣັສທີ່ເປັນອັນຕະລາຍຮ້າຍແຮງ ໄດ້ແກ່ອັຟການິສຖານ, ອັງໂກລາ, ອິນໂດເນເຊຍ, ອີຣັກ, ກາຊັກສະຖານ, ເຄັນຢາ, ອາຟຣິກາໃຕ້, ຕາຈິກກິສຖານ, ຟີລິບປິນ, ເທີກເມນິສຖານ, ອຸສເບັກກິສຖານ, ແຊມເບຍ, ຊິບບັບເວ, ບັງກລາແດັສ, ມຽນມາ, ກໍາປູເຈຍ, ເອທິໂອ ເປຍ, ສາທາລະນະກຽກກິສຖານ, ລາວ, ມົງໂກເລຍ, ເນປານ, ໄນຈີເຣຍ, ປາກິສ ຖານ, ໄທ, ຫວຽດນາມ, ອີງຕາມ ທ່ານກລີກ.

ການໃຫ້ຄໍາໝັ້ນສັນຍາຄັ້ງໃໝ່ນີ້ ຂອງລັດຖະບານສະຫະລັດໃນການໃຫ້ ການຊ່ວຍເຫລືອແກ່ ຕ່າງປະເທດ ແມ່ນມີຂຶ້ນໃນຂະນະທີ່ຈີນໄດ້ຍື່ນມືເຂົ້າ ໄປ ຫາປະເທດຕ່າງໆ ທີ່ໄດ້ຮັບຜົນກະ ທົບຢ່າງໜັກເປັນພິເສດຈາກການລະບາດຂອງພະຍາດໃນລະດັບໂລກຢູ່ນີ້. ການຂົນສົ່ງອຸ ປະກອນການ ແພດ, ທ່ານໝໍ, ແລະນັກຊ່ຽວຊານດ້ານການກັກກັນເຕັມເຮືອບິນ ໄດ້ເລີ້ມ ຕົ້ນ ເອົາໄປຍັງປະເທດນາຍທຶນໃນທະວີບຢູໂຣບເກືອບວ່າທຸກມື້ ໂດຍທີ່ ລັດຖະບານຂອງປະເທດ ທີ່ໄດ້ຮັບຜົນກະທົບໜັກ ລວມມີ ອີຕາລີ, ສະເປນ ແມ່ນຍິນດີອ້າແຂນ ຮັບເອົາການຊ່ວຍເຫລືອ ຂອງຈີນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG