ສາຍພົວພັນລະຫວ່າງອີຈິບ ກັບສະຫະລັດ ທີ່ດີຂຶ້ນ ພາຍໃຕ້ລັດຖະບານຂອງທ່ານດໍໂນລ
ທຣຳ ເບິ່ງຄືວ່າ ຈະເຄັ່ງຕຶງຂຶ້ນແດ່ ພາຍຫຼັງທີ່ທາງສະຫະລັດ ໄດ້ໂຈະການຊ່ອຍເຫຼືອ
ບາງຢ່າງໄປຍັງອີຈິບ ໃນວັນພຸດວານນີ້.
ສະຫະລັດ ໄດ້ຕັດງົບປະມານການຊ່ອຍເຫຼືອລົງເກືອບ 100 ລ້ານ ໂດລ່າ ໃນການເສດ
ຖະກິດແລະທາງທະຫານ ແລະຊັກຊ້າໃນການໃຫ້ເງິນຊ່ອຍເຫຼືອທາງທະຫານເກືອບ 200
ລ້ານ ໂດລ່າ ຊຶ່ງອີຈິບ ເປັນນຶ່ງໃນບັນດາຜູ້ທີ່ໄດ້ຮັບການຊ່ອຍເຫຼືອລາຍໃຫຍ່ສຸດຈາກສະຫະລັດ.
ເຈົ້າໜ້້າທີ່ສະຫະລັດ ທີ່ກ່າວຢູ່ທາງເບື້ອງຫຼັງນັ້ນວ່າ ອີຈິບ ບໍ່ໄດ້ປັບປຸງເລື່ອງການເຄົາລົບ
ສິດທິມະນຸດ ຫຼືບໍ່ ກໍເສີຍເມີຍຕໍ່ການຈຳກັດຮັດແຄບຕໍ່ອົງການຈັດຕັ້ງພົນລະເຮືອນແລະ
ອົງການບໍ່ຫາຜົນກຳໄລ ທັງຫຼາຍ.
ກະຊວງການຕ່າງປະເທດໃນນະຄອນໄຄໂຣ ໄດ້ກ່າວປະນາມການຕັດສິນໃຈທີ່ວ່ານີ້
ແລະເອີ້ນວ່າ “ເປັນການຕັດສີນໃຈທີ່ຜິດໆດ້ານຍຸດທະສາດໃນສາຍພົວພັນທີ່ຮັດແໜ້ນ
ກັນມາລະຫວ່າງສອງປະເທດເປັນເວລາຫຼາຍທົດ.”
ນອກນັ້ນຍັງມີລາຍງານວ່າ ອີຈິບ ໄດ້ຍົກເລີກການພົບປະກັນລະຫວ່າງທີ່ປຶກສາຂອງ
ທຳນຽບຂາວ ທ່ານ Jared Kushner ກັບລັດຖະມົນຕີການຕ່າງປະເທດຂອງອີຈິບ
ທ່ານ Sameh Shoury.
ແຕ່ວ່າ ກະຊວງການຕ່າງປະເທດອີຈິບ ໃນເວລາຕໍ່ມາ ໄດ້ອອກວີດີໂອ ຜ່ານທາງ Twitter
ກ່ຽວກັບທ່ານ Kushner ແລະຄະນະຂອງທ່ານ ພົບປະກັບ ທ່ານ Shoury ດ້ວຍການ
ຖ່າຍພາບທີ່ທັງສອງຝ່າຍ ຕ່າງກໍຫົວຍິ້ມໃສ່ກ້ອງ ເພື່ອຖ່າຍພາບເປັນທີ່ລະລຶກໄວ້.
ທ່ານ Kushner ລູກເຂີຍຂອງທ່ານທຣຳ ໄດຢ້ຽມຢາມນະຄອນໄຄໂຣ ຊຶ່ງເປັນສ່ວນນຶ່ງ
ຂອງຄວາມພະຍາຍາມໃນການຮື້ຟື້ນຄືນການເຈລະຈາສັນຕິພາບໃນພາກຕາເວັນ
ອອກກາງຄືນໃໝ່.
ນອກນັ້ນ ທ່ານຍັງໄດ້ພົບປະກັບ ປະທານາທິບໍດີອີຈິບ Abdel Fattah el-Sissi
ໃນວັນພຸດວານນີ້. ຖະແຫຼງການສະບັບນຶ່ງຈາກຫ້ອງການຂອງທ່ານ Sissi ບໍ່ໄດ້ກ່າວ
ເຖິງການຕັດງົບປະມານດັ່ງກ່າວ. ມັນໄດ້ເນັ້ນເຖິງຄວາມຕ້ອງການຂອງອີຈິບ ທີ່ຈະເຮັດ
ວຽກເພື່ອເສີມສ້າງສາຍພົວພັນລະຫວ່າງທັງສອງປະເທດນີ້.
ອ່ານຂ່າວນີ້ເພີ່ມຕື່ມເປັນພາສາອັງກິດ