ບັນດາເຈົ້າໜ້າທີ່ກວດຄົນເຂົ້າເມືອງສະຫະລັດ ໄດ້ຄວບຄຸມພວກອົບພະຍົບທີ່ບໍ່ມີເອກະສານ ພ້ອມດ້ວຍພົນລະເມືອງອາເມຣິກັນຄົນນຶ່ງ ໃນປະຕິບັດການບຸກກວດຄົ້ນສະຖານທີ່ເຮັດວຽກແຫ່ງນຶ່ງ ໃນເມືອງນິວວອກຄ໌ (Newark) ຂອງ ລັດນິວເຈີຊີ ເມື່ອວັນພະຫັດວານນີ້ ເຊິ່ງເຈົ້າເມືອງ ໄດ້ກ່າວວ່າ ມີການກັກໂຕທະຫານຜ່ານເສິກ ແລະການລະເມີດສິດຂອງຜູ້ຄົນ ທີ່ກ່ຽວຂ້ອງກັບເຫດການດັ່ງກ່າວນັ້ນ ອີງຕາມລາຍງານຂອງອົງການຣອຍເຕີສ.
ການບຸກກວດຄົ້ນໃນເມືອງດັ່ງກ່າວ ທີ່ມີປະຊາກອນໜາແໜ້ນທີ່ສຸດຂອງລັດນິວເຈີຊີ, ເຊິ່ງໄດ້ຖືກຍົກຍ້ອງໃນເມື່ອກ່ອນ ໂດຍເຈົ້າເມືອງ ທ່ານຣາສ ບາຣາກາ ສຳລັບນະໂຍບາຍທີ່ເອີ້ນວ່າ “ສະຖານທີ່ຫລົບລີ້ທີ່ປອດໄພ ຫຼື sanctuary” ຂອງຕົນນັ້ນ ໃນການປົກປ້ອງພວກອົບພະຍົບ ຫຼັງຈາກທີ່ປະທານາທິບໍດີ ດໍໂນລ ທຣຳ ໄດ້ປະຕິຍານທີ່ຈະເນລະເທດພວກອົບພະຍົບຫຼາຍລ້ານຄົນ ຜູ້ທີ່ເຂົ້າມາໃນສະຫະລັດຢ່າງຜິດກົດໝາຍ.
ທ່ານທຣຳ ໄດ້ອອກຄຳສັ່ງຝ່າຍບໍລິຫານຫຼາຍສະບັບ ພາຍຫຼັງເຂົ້າດຳລົງຕຳແໜ່ງ ໃນວັນຈັນຜ່ານມານີ້ ທີ່ແນໃສ່ເພື່ອສະກັດກັ້ນພວກເຂົ້າເມືອງທີ່ຜິດກົດໝາຍ.
ທ່ານໄດ້ເອົາມາດຕະການຕ່າງໆ ເພື່ອລົງໂທດບັນດາເຈົ້າໜ້າທີ່ ທີ່ຝ່າຝືນການບັງຄັບໃຊ້ມາດຕະການປາມປາບທີ່ກວ້າງຂວ້າງຂອງທ່ານ.
ໃນການບຸກກວດຄົ້ນບັນດາທຸລະກິດໃນເມືອງນິວວອກຄ໌ ເຊິ່ງເປັນເມືອງຕິດກັບນະຄອນນິວຢອກ ນັ້ນ, ບັນດາເຈົ້າໜ້າທີ່ບັງຄັບໃຊ້ກົດໝາຍຂອງກົມກວດຄົນເຂົ້າເມືອງແລະອາກອນ ຫຼື ICE ບໍ່ມີໝາຍກວດຄົ້ນຂອງສານ ໃນຂະນະທີ່ພວກເຂົາຄວບຄຸມໂຕ “ພວກຄົນທີ່ເຂົ້າມາອາໄສໂດຍບໍ່ມີເອກະສານພ້ອມທັງພົນລະເມືອງຂອງສະຫະລັດຈຳນວນນຶ່ງ” ທ່ານບາຣາກາ ໄດ້ກ່າວໃນຖະແຫບງການສະບັບນຶ່ງ.
ທ່ານບາຣາກາ ໄດ້ກ່າວວ່າ “ນຶ່ງໃນຜູ້ຖືກຄຸມໂຕແມ່ນທະຫານຜ່ານເສິກຂອງສະຫະລັດ ຜູ້ທີ່ໄດ້ປະສົບກັບຄວາມອັບອາຍຂາຍໜ້າຈາກການສອບຖາມຫາເອກະສານໃນການເຂົ້າຮັບໃຊ້ເປັນທະຫານ.”
ໃນການກ່າວຖະແຫລງ, ໂຄສົກຈາກໜ່ວຍງານ ICE ໄດ້ກ່າວວ່າ ບັນດາເຈົ້າໜ້າທີ່ເຫຼົ່ານັ້ນ “ອາດໄດ້ພົບເຫັນພົນລະເມືອງຂອງສະຫະລັດ ໃນຂະນະທີ່ປະຕິບັດງານໃນພາກສະໜາມ ແລະອາດຂໍເບິ່ງບັດຈະຈຳໂຕ ເພື່ອຢັ້ງຢືນຕົວຈົນຂອງບຸກຄົນ ອັນໄດ້ເປັນກໍລະນີໃນລະຫວ່າງປະຕິບັດການບັງຄັບໃຊ້ກົດໝາຍຕໍ່ເປົ້າໝາຍຢູ່ໃນສະຖານທີ່ເຮັດວຽກໃນມື້ນີ້ ຢູ່ທີ່ເມືອງນິວວອກຄ໌.”
ໂຄສົກທ່ານນີ້ ໄດ້ກ່າວອີກວ່າ ICE ກຳລັງສືບສວນສອບເຫດການດັ່ງກ່າວຢູ່.
ທ່ານບາຣາກາ ໄດ້ກ່າວວ່າ ການບຸກກວດຄົ້ນໄດ້ລະເມີດສິດທິຂອງບັນດາພົນລະເມືອງ ພາຍໃຕ້ລັດຖະທຳມະນູນຂອງສະຫະລັດ.
ທ່ານເວົ້າວ່າ “ເມືອງນິວວອກຄ໌ ຈະບໍ່ຢືນຢູ່ເສີຍໆ ໃນຂະນະທີ່ປະຊາຊົນກຳລັງຖືກຮາວີຢ່າງຜິດກົດໝາຍ.”
ທັງ ທ່ານບາຣາກາ ຫຼື ໜ່ວຍງານ ICE ກໍບໍ່ໄດ້ລະບຸຊື່ຂອງສະຖານທຸລະກິດທີ່ໄດ້ຖືກບຸກກວດຄົ້ນ.
ອ່ານຂ່າວນີ້ໃນພາສາອັງກິດ
U.S. immigration agents rounded up undocumented migrants as well as American citizens in a raid of a Newark, New Jersey, worksite on Thursday that the city's mayor said involved detaining a military veteran and violations of the people's rights.
The raid in New Jersey's most populous city, hailed in the past by mayor Ras Baraka for its "sanctuary" policies protecting migrants, follows President Donald Trump's pledge to deport millions of immigrants who are in the United States illegally.
Trump issued a raft of executive orders after taking office on Monday that aim to clamp down on illegal immigration. He has taken steps to punish officials who resist enforcement of his sweeping crackdown.
In a raid of a business establishment in Newark, outside New York City, Immigration and Customs Enforcement (ICE) agentsfailed to produce a warrant as they detained "undocumentedresidents as well as citizens," Baraka said in a statement.
"One of the detainees is a U.S. military veteran who suffered the indignity of having the legitimacy of his military documentation questioned," Baraka said.
In a statement, an ICE spokesperson said that agents "may encounter U.S. citizens while conducting field work and may request identification to establish an individual’s identity as was the case during a targeted enforcement operation at a worksite today in Newark."
The spokesperson said that ICE was investigating the incident.
Baraka said the raid had violated the citizens' rights under the U.S. Constitution. "Newark will not stand by idly while people are being unlawfully terrorized," he said.
Neither Baraka nor ICE identified the business raided by name.
ຟໍຣັມສະແດງຄວາມຄິດເຫັນ