ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ຈັບ ຜູ້ຕ້ອງສົງໄສ 245 ຄົນ ກ່ຽວກັບ ຮູບລາມົກ


ທ່ານ John Morton ຜູ້ອຳນວຍການ ອົງການກວດຄົນເຂົ້າເມືອງ ແລະພາສີຂອງສະຫະລັດ.
ທ່ານ John Morton ຜູ້ອຳນວຍການ ອົງການກວດຄົນເຂົ້າເມືອງ ແລະພາສີຂອງສະຫະລັດ.
ບັນດາເຈົ້າ​ໜ້າ​ທີ່ລັດຖະບານ​ກາງສະຫະລັດ ​ໄດ້​ຈັບຜູ້​ຕ້ອງ​ສົງ​
ໄສ 245 ຄົນ ​ໃນ​ການ​ສືບສວນ​ນາໆ​ຊາດ ກ່ຽວ​ກັບ​ຮູບພາບ​ລາ
ມົກ​ຂອງພວກເດັກນ້ອຍ.

ຫົວໜ້າ​ ອົງການກວດ​ຄົນ​ເຂົ້າ​ເມື​ອງ ​ແລະ​ພາສີຂອງສະຫະລັດ ​
ທ່າ​ນ John Morton ກ່າວໃນ​ວັນ​ພະຫັດ​ວານ​ນີ້ວ່າ ບັນດາ​ເຈົ້າ
​ໜ້າ​ທີ່​ໄດ້​ກູ້​ໄພພວກ​ເດັ​ກນ້ອຍ 123 ຄົນ​ທີ່​ຖືກ​ລວນ​ລາມທາງ​ເພດ ຊຶ່ງຈໍານວນ​ນຶ່ງ​ມີ​ອາຍຸ​ນ້ອຍ​ພຽງ​ແ​ຕ່ 3 ປີ​ເທົ່າ​ນັ້ນ.

ທ່ານ Morton ຮ້ອງ​ການ​ສວຍ​ໃຊ້​ພວກ​ເດັກນ້ອຍນີ້​ວ່າ ​ເປັນຄວາມ​ຜິດ ຢູ່​ໃນ​ບັນດາການ​ກະ ທໍາ​ຜິດ​ຕ່າງໆ. ທ່ານກ່າວ​ວ່າ ການ​ຕໍ່ສູ້​ຢ່າງ​ບໍ່​ຢຸດ ຢັ້ງຕໍ່​ຕ້ານການ​ກະທໍາ​ຜິດ​ດັ່ງກ່າວ ​ເປັນ​ຄໍາ​ຕອບພຽງທາງ​ດຽວ ​ແລະ​ກ່າວ​ອີກ​ວ່າ ຫ້ອງການ​ຂອງ​ທ່ານ ຈະ​ດຳ​ເນີນ​ການ​ທຸກ​ວິທີ​ທາງຢ່າງ​ສຸດ​ຄວາ​ມສາມາດ ​ເພື່ອ​ຊ່ອຍ​ເຫຼືອບັນດາ​ພວກ​ເຄາະ​ຮ້າຍ ​ແລະລົງ​ໂທດ​ຕໍ່​ພວກ​ກະທຳ​ຜິດ.

ທ່ານ Morton ​ບໍ່ໄດ້ໃຫ້​ລາຍ​ລະອຽດ​ຫຍັງ​ຫຼາຍ​ ກ່ຽວ​ກັບ​ການ​ສືບສວນດັ່ງກ່າວ ທີ່​ເອີ້ນວ່າ ​“ການ​ປະຕິບັດ​ງານ​ດອກ​ຕາ​ເວັນ” ຫລື​ມີ​ປະ​ເທດ​ອື່ນໆ​ພົວພັນ​ນຳຫຼືບໍ່.
XS
SM
MD
LG