ບົດລາຍງານສະບັບໃໝ່ປະຈຳໄຕມາດຂອງສະຫະລັດ ໄດ້ບັນທຶກການເພີ້ມຂຶ້ນຢ່າງຫຼວງຫຼາຍໃນ “ການໂຈມຕີຂອງຜູ້ຢູ່ພາຍໃນ” ກອງກຳລັງຮັກສາຄວາມປອດໄພຂອງລັດຖະບານອັຟການິສຖານ ຄິດສະເລ່ຍເຖິງ 82 ເປີເຊັນໃນໄຕມາດທຳອິດຂອງປີ 2021 ເຊິ່ງເປັນຜົນເຮັດໃຫ້ມີພະນັກງານທະຫານເສຍຊີວິດ 115 ຄົນ ແລະອີກ 39 ຄົນໄດ້ຮັບບາດເຈັບ.
ອົງການກວດກາພິເສດເພື່ອການບູລະນະອັຟການິສຖານ ຫຼື SIGAR ໄດ້ລາຍງານໃນວັນພະຫັດວານນີ້ ຕໍ່ລັດຖະສະພາສະຫະລັດ ວ່າ ໂດຍລວມແລ້ວ ການຕາຍແລະບາດເຈັບ ຂອງກອງກຳລັງປ້ອງກັນປະເທດແລະຄວາມໝັ້ນຄົງແຫ່ງຊາດຂອງອັຟການິສຖານ ຫຼື ANDSF ແມ່ນຍັງສູງຂຶ້ນກວ່າຊ່ວງໄລຍະດຽວກັນຂອງປີກາຍນີ້ຫຼາຍສົມຄວນ.
ອົງການ SIGAR ບໍ່ໄດ້ຮັບອະນຸຍາດໃຫ້ລວມເອົາຂໍ້ມູນທີ່ຄົບຖ້ວນຂອງຜູ້ຕາຍແລະບາດເຈັບຈາກ ANDSF ເພາະວ່າ ກອງກໍາລັງສະຫະລັດຢູ່ໃນອັຟການິສຖານ ຮັກສາຂໍ້ມູນນີ້ໄວ້ເປັນຄວາມລັບ ຕາມການຂໍຮ້ອງຂອງລັດຖະບານອັຟການິສຖານ.
ບົດລາຍງານນີ້ ໄດ້ໃຫ້ຂໍ້ສັງເກດວ່າ ANDSF ໄດ້ປະສົບກັບການໂຈມຕີໂດຍຜູ້ຢູ່ພາຍໃນ 31 ຄັ້ງຈາກວັນທີ 1 ມັງກອນ ຫາ ວັນທີ 1 ເມສາ ແລະຈຳນວນການຕາຍແລະບາດເຈັບທີ່ພວກຜູ້ຮ້າຍໄດ້ກໍ່ເຫດນັ້ນ ແມ່ນຫຼາຍກວ່າສອງເທົ່າເມື່ອປຽບທຽບໃສ່ຊ່ວງໄລຍະດຽວກັນໃນປີ 2020.
ພວກກະບົດຂອງກຸ່ມຕາລີບານທີ່ປອມຕົວເປັນຕຳຫຼວດ ຫຼືພະນັກງານທະຫານ ແມ່ນຢູ່ເບື້ອງຫຼັງການໂຈມຕີພາຍໃນທັງຫຼາຍເຫຼົ່ານັ້ນ.
ອົງການ SIGAR ໄດ້ມອບບົດລາຍງານສະບັບໄຕມາດທໍາອິດຂອງຕົນ ໃນຂະນະທີ່ກໍາລັງທະຫານຂອງສະຫະລັດ ກວ່າ 2,500 ຄົນກຳລັງກຽມພ້ອມທີ່ຈະເລີ້ມຖອນອອກຈາກອັຟການິສຖານໂດຍເລີ້ມຕົ້ນແຕ່ວັນເສົານີ້ເປັນຕົ້ນໄປ. ການຖອນກຳລັງທະຫານດັ່ງກ່າວ ຈະສິ້ນສຸດພາຍໃນວັນທີ 11 ກັນຍາ ແລະມີຈຸດ ປະສົງເພື່ອໃຫ້ປິດສາກສົງຄາມທີ່ແກ່ຍາວທີ່ສຸດຂອງອາເມຣິກາ.
ພວກພະນັກງານສັນຍາຈ້າງເກືອບ 17,000 ຄົນທີ່ສະໜັບສະໜຸນການປະຕິບັດງານຕ່າງໆຢູ່ໃນອັຟການິສຖານຂອງກະຊວງປ້ອງກັນປະເທດສະຫະລັດ ຍັງຈະເຄື່ອນຍ້າຍອອກຈາກປະເທດດັ່ງກ່າວ ພ້ອມກັນກັບກຳລັງທະຫານຂອງອາເມຣິກາ. ອັນນີ້ລວມມີ ພົນລະເມືອງສະຫະລັດ 6,147 ຄົນ 6,399 ຄົນເປັນພົນລະ ເມືອງຂອງປະເທດທີສາມ ແລະອີກ 4,286 ຄົນເປັນພົນລະເມືອງຂອງອັຟການິສຖານ ອີງຕາມອົງການ SIGAR.
ອົງການດັ່ງກ່າວ ໃຫ້ຂໍ້ສັງເກດວ່າ ມັນບໍ່ທັນຈະແຈ້ງເທື່ອວ່າ ຜູ້ໃດ ຖ້າວ່າມີຜູ້ໃດແດ່ ຈະມາແທນພວກພະນັກງານສັນຍາຈ້າງ ຫຼືຈະປະຕິບັດວຽກງານຂອງພວກ ເຂົາເຈົ້າ ຫຼັງຈາກທີ່ພວກເຂົາຖືກຖອນອອກແລ້ວ.