ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ອົງ​ການ​ຮັກ​ສາ​ຄວາມ​ປອດ​ໄພ ພາຍ​ໃນ ສະ​ຫ​ະ​ລັດ ສະ​ເໜີ​ກົດ​ລະ​ບຽບ ຫ້າມ​ບໍ່ໃຫ້ຜູ້​ຍົກ​ຍ້າຍ​ຖິ່ນ​ຖານ ຂໍ​ຄວາມ​ຊ່ວຍ​ເຫຼືອ ​ສາ​ທາ​ລະ​ນະ


ລັດ​ຖະ​ມົນ​ຕີ​ກະ​ຊວງ​ຮັກ​ສາ​ຄວາມ​ປອດ​ໄພ​ພາຍ​ໃນ ທ່ານ​ນາງ
ເຄີ​ສ​ເຈັນ ນິ​ລ​ເຊັນ (Kirstjen Nielsen) ກ່າວ​ຄຳ​ປາ​ໄສ ​ທີ່​ທຳ​ນຽບ​ຂາວ, ນ​ະ​ຄອນຫຼວງ ວໍ​ຊິງ​ຕັນ. 18 ມິ​ຖຸ​ນາ, 2018.
ລັດ​ຖະ​ມົນ​ຕີ​ກະ​ຊວງ​ຮັກ​ສາ​ຄວາມ​ປອດ​ໄພ​ພາຍ​ໃນ ທ່ານ​ນາງ ເຄີ​ສ​ເຈັນ ນິ​ລ​ເຊັນ (Kirstjen Nielsen) ກ່າວ​ຄຳ​ປາ​ໄສ ​ທີ່​ທຳ​ນຽບ​ຂາວ, ນ​ະ​ຄອນຫຼວງ ວໍ​ຊິງ​ຕັນ. 18 ມິ​ຖຸ​ນາ, 2018.

ກະຊວງຮັກສາຄວາມປອດໄພພາຍໃນຂອງ ສະຫະລັດ ໄດ້ປະກາດ ກ່ຽວກັບຂໍ້ສະເໜີ
ທີ່ວ່າ ຕົນຈະຊອກຫາຊ່ອງທາງ ເພື່ອໃຫ້ເປັນທີ່ແນ່ໃຈວ່າ ພວກທີ່ຢາກເຂົ້າມາໃນ ສະ
ຫະລັດ ແລ້ວຢາກຢູ່ເລີຍນັ້ນ “ຈະບໍ່ໄດ້ຮັບຄວາມຊ່ອຍເຫຼືອຈາກລັດຖະບານ ເປັນຕົ້ນ
ວ່າ ໂຄງການຊ່ອຍເຫຼືອຕ່າງໆເຊັ່ນ ໂຄງການອາຫານ, ຢາປົວພະຍາດ ແລະ ບ່ອນຢູ່
ອາໄສ.

ກະຊວງດັ່ງກ່າວ ໄດ້ແຈ້ງໃຫ້ສາທາລະນະຊົນຊາບ ໃນຕອນບ່າຍວັນເສົາວານນີ້. ໃນ
ຄຳຖະແຫຼງທາງອອນລາຍນ໌ນັ້ນ ທ່ານນາງ ເຄີສ໌ເຈັນ ນຽລເຊັນ ລັດຖະມົນຕີ ກະຊວງ
ດັ່ງກ່າວເວົ້າວ່າ ທາງກະຊວງ ຢາກໃຫ້ມະຫາຊົນອອກຄວາມເຫັນ ກ່ຽວກັບ ກົດລະບຽບ
ດັ່ງກ່າວ ເພື່ອໃຫ້ມີຄວາມໂປ່ງໃສ.

ທ່ານນາງເວົ້າວ່າ “ກົດລະບຽບທີ່ສະເໜີໄປນີ້ ຈະນຳໃຊ້ກົດໝາຍທີ່ສະພາໄດ້ຮັບຜ່ານ
ເພື່ອຊຸກຍູ້ໃຫ້ຄົນເຂົ້າເມືອງຫາລ້ຽງກຸ້ມຕົນເອງ ເພິ່ງຕົນເອງ ທັງປ້ອງກັນຊັບພະຍາກອນ
ຕ່າງໆ ໂດຍໃຫ້ແນ່ໃຈວ່າ ພວກເຂົາເຈົ້າຈະບໍ່ຕົກເປັນພາລະແບກຫາບຂອງຊາວ ອາເມ
ຣິກັນ ຜູ້ທີ່ເສຍພາສີ.”

ຖະແຫຼງການຂອງກະຊວງຮັກສາຄວາມປອດໄພເວົ້າວ່າ ບຸກຄົນ “ຜູ້ທີ່ເຫັນວ່າບໍ່ໄດ້ຮັບ
ອະນຸຍາດໃຫ້ເຂົ້າມາ ອີງຕາມການເປັນພາລະຂອງສັງຄົມ” ກໍຈະຖືກລົງຄວາມເຫັນໃນ
ຕາມຄຳຮ້ອງຂອງຜູ້ກ່ຽວນັ້ນວ່າ ຈະມີທ່າທາງວ່າ ໃນອະນາຄົດ ກໍຈະເປັນພາລະຂອງ
ສັງຄົມຕໍ່ໄປ.” ຄຳຖະແຫຼງນັ້ນອະທິບາຍຄວາມໝາຍຂອງຄຳ “ພາລະຂອງສັງຄົມ” ວ່າ
ເປັນບຸກຄົນທີ່ໄດ້ຮັບຄວາມຊ່ອຍເຫຼືອບາງຢ່າງ ດັ່ງທີ່ກ່າວມາຂ້າງເທິງໃນໄລຍະນຶ່ງ ຫຼື
ດົນກວ່າເວລາທີ່ຄວນ.

ອ່ານ​ຂ່າວ​ນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG